ຫາລືການເຂົ້າເຖິງຄວາມຍຸຕິທຳ ແມ່ນສິດທິພື້ນຖານຂອງພົນລະເມືອງລາວ

    ວັນທີ 30 ພະຈິກ ທີ່ໃນນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສົນທະນາກ່ຽວກັບ “ການເຂົ້າເຖິງຄວາມຍຸຕິທຳ ແມ່ນສິດທິພື້ນຖານຂອງພົນລະເມືອງລາວ” ເຊິ່ງແມ່ນກິດຈະກຳຄູ່ຂະໜານຂອງກອງປະຊຸມສົນທະນາແບບບໍ່ເປັນທາງການ ລະດັບວິຊາການດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບໃນຕົ້ນປີນີ້.

    ກອງປະຊຸມສົນທະນາ ແມ່ນໄດ້ດໍາເນີນໂດຍການເປັນປະທານຮ່ວມລະຫວ່າງທ່ານ ດວງມະນີ ຍອດສີອຸດົມ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ ທູດສະຫະພາບເອີຣົບປະຈຳ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມ ໃນເວທີສົນທະນາຈາກສະພາແຫ່ງຊາດ ສານປະຊາຊົນສູງສຸດ ກະຊວງຍຸຕິທຳ ກະຊວງປ້ອງກັນຄວາມສະຫງົບ ຫ້ອງການໄອຍະການປະຊາຊົນສູງສຸດ ສະພາທະນາຍຄວາມແຫ່ງ ສປປ ລາວ ແລະ ສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ.

    ທ່ານ ດວງມະນີ ຍອດສີອຸດົມ ໄດ້ຍົກໃຫ້ເຫັນຄວາມຈຳເປັນເພື່ອຮັບປະກັນຄວາມສະດວກໃນການເຂົ້າເຖິງຄວາມຍຸຕິທຳ ຕາມທີ່ໄດ້ມີການກຳນົດໄວ້ໃນຖະແຫຼງການສາກົນວ່າດ້ວຍສິດທິມະນຸດ ວາລະຂອງ ສປຊ ໂດຍສະເພາະ ໄດ້ກຳນົດໃນເປົ້າໝາຍການພັດທະນາແບບຍືນຍົງທີ 16.3 ແລະ ກົດບັດສິດທິມະນຸດ ຂອງອາຊຽນ ທ່ານ ດວງມະນີ ຍັງເນັ້ນໃຫ້ເຫັນຈຳເປັນທີ່ຕ້ອງສືບຕໍ່ປັບປຸງວຽກງານການປູກຈິດສຳນຶກກົດໝາຍຕື່ມອີກ.

    ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ ໄດ້ກ່າວວ່າ “ການເຂົ້າເຖິງຄວາມຍຸຕິທຳ ແມ່ນສິດທິພື້ນຖານທີ່ໄດ້ກຳນົດໄວ້ໃນກົດໝາຍສາກົນກ່ຽວກັບສິດທິມະນຸດ ແລະ ຍັງເປັນອົງປະກອບພື້ນຖານຕົ້ນຕໍໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ. ໝາຍຄວາມວ່າພວກເຮົາບໍ່ສາມາດສ້າງລັດທີ່ປົກຄອງກົດຫມາຍໄດ້ ຖ້າພວກເຮົາບໍ່ມີການສົ່ງເສີມວຽກງານການເຂົ້າເຖິງຄວາມຍຸຕິທໍາໄປພ້ອມໆກັນ ທັງສອງອົງປະກອບນີ້ ແມ່ນແນວທາງຂອງການປົກຄອງທີ່ດີ”. ໃນເວທີການສົນທະນາດັ່ງກ່າວ ໄດ້ມີການຍົກບັນຫາຕ່າງໆທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດໝາຍ ແລະ ບັນຫາທີ່ເກີດຂື້ນໃນພາກປະຕິບັດຕົວຈິງຂອງບັນດາອົງການຕຸລາການ ບັນດາກະຊວງ ສະພາທະນາຍຄວາມ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ເປັນຜູ້ເຮັດໜ້າທີ່ຮັບປະກັນສິດຂອງປະຊາຊົນໃນການເຂົ້າເຖິງຄວາມຍຸຕິທໍາ.

    ໃນກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຫຼາຍກວ່າ 70 ທ່ານ ທີ່ເຂົ້າຮ່ວມທາງອອນລາຍ ແລະ ແບບປົກກະຕິ ຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ສະຖານບັນການສຶກສາ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ. ກອງປະຊຸມສົນທະນາແບບບໍ່ເປັນທາງການລະດັບວິຊາການດ້ານສິດທິມະນຸດ ເປັນການສ້າງຂອບການເຮັດວຽກຮ່ວມກັນໃນໄລຍະຍາວ ເພື່ອແລກປ່ຽນມິດຕະພາບລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທັງເປັນບ່ອນປຶກສາຫາລື ແລກປ່ຽນການຈັດຕັ້ງປະຕິບັດທີ່ດີ ແລະ ຖອດຖອນບົດຮຽນດ້ານສິດທິມະນຸດ ພ້ອມທັງແນໃສ່ຮັດແໜ້ນການຮ່ວມມືໃຫ້ແໜ້ນແຟ້ນຂຶ້ນຕື່ມ ແລະ ຢ່າງມີໝາກມີຜົນກິດຈະກຳດັ່ງກ່າວນີ້ ໄດ້ມີການຈັດຂຶ້ນທຸກໆປີ ນັບແຕ່ປີ 2009 ເປັນຕົ້ນມາ. ແຕ່ລະປີ ກອງປະຊຸມປຶກສາ ຫາລືຄູ່ຂະໜານນີ້ ແມ່ນເປັນເວທີປຶກສາຫາລືຄົ້ນຄວ້າຢ່າງເລີກເຊີ່ງ ແລະ ແລກປ່ຽນບົດຮຽນກັບບັນດາຄູ່ຮ່ວມພັດທະນາກ່ຽວກັບບັນຫາສະເພາະໃດໜຶ່ງທາງດ້ານສິດທິມະນຸດ. ກອງປະຊຸມປຶກສາຫລືຄູ່ຂະໜານຄັ້ງນີ້  ມີຈຸດປະສົງແນໃສ່ປູກຈິດສຳນຶກ  ການປົກປ້ອງ  ການປະຕິບັດກົດໝາຍ  ການຊ່ວຍເຫຼືອດ້ານກົດໝາຍ ແລະ ກົນໄກການຕັດສິນຂອງສານທີ່ໄດ້ຮັບປະກັນໂດຍລັດຖະທຳມະນູນ ກົດໝາຍ ຫຼື ບັນດານິຕິກຳ ຕ່າງໆທີ່ກ່ຽວຂ້ອງໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໂດຍຜ່ານຂະບວນການຍຸຕິທຳ ແລະ ທັງເປັນການແລກປ່ຽນບົດຮຽນ ແລະ ສິ່ງທ້າທາຍຕ່າງໆເພື່ອຮັບປະກັນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນ.

    ກອງປະຊຸມສົນທະນາດັ່ງກ່າວ ໄດ້ຮັບການສະໜັບໜູນພາຍໃຕ້ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ເຊິ່ງເປັນແຜນງານທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ປະເທດເຢຍລະມັນ ແລະ ປະເທດສະວິດ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!