ມູນນິທິຄົນທີ່ງົດງາມ ມອບຜ້າອັດປາກ-ດັງ ໃຫ້ແກ່ອົງການກາແດງລາວ

    ວັນທີ 30 ພະຈິກ 2021 ຜ່ານມາ ທ່ານ ຈອງວູຊາງ ຜູ້ບໍລິຫານມູນນິທິ ຄົນທີ່ງົດງາມ ຂອງສະມາຄົມລາວ-ເກົາຫຼີ ໄດ້ນຳຜ້າອັດປາກ-ດັງ ຈຳນວນ 7 ແກັດ ລວມ 14.800 ແຜ່ນ ມາມອບໃຫ້ອົງການກາແດງລາວ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19.

    ກ່າວຮັບໂດຍ ຮສ ດຮ ພູທອນ ເມືອງປາກ ປະທານອົງການກາແດງລາວ ເຊິ່ງທ່ານໄດ້ກ່າວສະແດງຄວາມຂອບໃຈ ຍ້ອງຍໍຊົມເຊີຍໃນປະກອບສ່ວນຊ່ວຍເຫຼືອປະຊາຊົນປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ກໍແມ່ນການຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ແລະ ຈະນຳເອົາອຸປະກອນດັ່ງກ່າວໄປແຈກຢາຍໃຫ້ຜູ້ທີ່ປະຕິບັດວຽກງານໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ແລະ ສະແດງຄວາມຂອບໃຈຍ້ອງຍໍຊົມເຊີຍຕໍ່ມູນນິທິ ທີ່ໄດ້ປະກອບສ່ວຍອັນໃຫຍ່ຫຼວງໃນວຽກງານມະນຸດສະທຳຄັ້ງນີ້.

.

# ຂ່າວ – ພາບ : ບຸນມີ

error: Content is protected !!