ການນຳພັກ-ລັດ ເມືອງຫົງສາ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນວັນຊາດ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ

    ວັນທີ 2 ທັນວາ 2021 ການນຳພັກ-ລັດ ເມືອງຫົງສາ ແຂວງໄຊຍະບູລີ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອະນຸສາວະລີຮູບປັ້ນປະທານໄກສອນ ພົມວິຫານ ເນື່ອງໃນວັນຊາດ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບ ຮອບ 101 ປີ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ນຳໂດຍສະຫາຍ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ພ້ອມດ້ວຍກ້ອນກໍາລັງຄະນະການນຳພັກ-ລັດຂອງເມືອງ ກ້ອນກຳລັງປະກອບອາວຸດ ແລະ ກ້ອນກຳລັງຊາວໜຸ່ມ-ເຍົາວະຊົນທັນວາເຂົ້າຮ່ວມ.

    ການວາງພວງມາລາໃນຄັ້ງນີ້ ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

error: Content is protected !!