ບັນຫາລັກຊັບພົນລະເມືອງ ຍັງເປັນສິ່ງຫຍໍ້ທໍ້ທີ່ແກ້ຍາກໃນສັງຄົມ

ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ມີ​ຫຼາຍ​ບັນ­ຫາ ແລະ ເກີດ​ຂຶ້ນ​ເປັນ​ປະ­ຈຳ ໃນ​ນັ້ນ ເດັ່ນ​ກວ່າ​ໝູ່​ແມ່ນ​ບັນ­ຫາ​ຂີ້­ລັກ ທີ່​ເກີດ​ຂຶ້ນ​ຢູ່​ເຮືອນ​ຂອງ​ປະ­ຊາ­ຊົນ​ທີ່­ຢູ່​ເຂດ​ນອກ ເຊັ່ນ: ພາ­ຫະ­ນະ ສັດ­ສາ​ວາ​ສິ່ງ ວັດ­ຖຸ​ສິ່ງ​ຂອງ​ທີ່​ສາ­ມາດ​ຂາຍ​ໄດ້ ລວມ​ທັງ​ຜົນ­ລະ­ປູກ ເຊິ່ງ​ບັນ­ຫາ​ດັ່ງ­ກ່າວ​ບາງ​ບ່ອນ ບາງ​ບ້ານ ບາງ​ທ້ອງ­ຖິ່ນ​ເກີດ​ຂຶ້ນ​ມາ​ຫຼາຍ​ປີ​ແລ້ວ ແຕ່​ຍັງ​ແກ້​ໄຂ​ບໍ່​ໄດ້​ເທື່ອ ສະ­ນັ້ນ ພາກ­ສ່ວນ​ເຈົ້າ​ໜ້າ­ທີ່​ໃນ​ຂອບ​ເຂດ​ບ້ານ​ນັ້ນ ຄວນ​ມີ​ມາດ​ຕະ­ການ​ແກ້​ໄຂ ແລະ ເອົາ​ຈິງ​ເອົາ​ຈັງ​ຕິດ­ຕາມ​ກວດ­ກາ ເພື່ອ​ນຳ​ເອົາ​ຜູ້​ກະ­ທຳ​ຜິດ​ມາ​ສຶກ​ສາ​ອົບ­ຮົມ ຫຼື ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ດັ່ງ​ທີ່​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ: ໂດຍ​ປະ­ຕິ­ບັດ​ຕາມ​ທິດ​ສາມ​ສ້າງ ຄື: ສ້າງ​ແຂວງ​ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວ­ໜ່ວຍ​ເຂັ້ມ­ແຂງ​ຮອບ­ດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວ­ໜ່ວຍ​ພັດ­ທະ­ນາ ຈຶ່ງ​ເຮັດ​ໃຫ້​ຫຼາຍ​ບ້ານ​ກາຍ­ເປັນ​ບ້ານ​ແບບ­ຢ່າງ ບ້ານ​ປອດ​ຄະ­ດີ ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ເໝາະ​ສົມ​ແລ້ວ​ບໍ່ ຖ້າ­ວ່າ​ຢູ່​ພາຍ​ໃນ​ບ້ານ​ນັ້ນ ຍັງ​ມີ​ລູກ​ຫຼານ​ຕິດ​ຢາ​ບ້າ ຂາຍ​ຢາ​ເສບ​ຕິດ ຫຼິ້ນ​ການ​ພະ­ນັນ ກາຍ­ເປັນ​ຄົນ​ຂີ້­ລັກ​ງັດ​ແງະ ແລະ ບັນ­ຫາ​ນິ້​ຍັງ​ຫາ​ວິ­ທີ​ແກ້​ໄຂ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ແຕ່​ກົງ­ກັນ­ຂ້າມ​ກໍ​ມີ​ຫຼາຍ​ບ້ານ​ທີ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ດີ ຈົນ​ກາຍ­ເປັນ​ບ້ານ​ປອດ​ຄະ­ດີ 100% ບໍ່​ມີ​ຜູ້​ຂີ້­ລັກ​ງັດ​ແງະ ຈະ​ເປັນ​ແບບ­ຢ່າງ​ທີ່​ດີ​ໃຫ້​ຫຼາຍ​ບ້ານ​ນຳ​ເອົາ​ໄປ​ເປັນ​ບົດ­ຮຽນ ບັນ­ຫາ​ຂີ້­ລັກ ຫຼື ເອົາ​ສິ່ງ​ຂອງ​ທີ່​ສາ­ມາດ​ຂາຍ​ໄດ້ ລັກ​ໄດ້​ມັນ​ກໍ​ຈະ​ໄປ​ລັກ ເຊັ່ນ: ເຫຼັກ ໝູ ໝາ ເປັດ ໄກ່ ລົດ­ຈັກ ລົດ​ໃຫຍ່ ແລະ ອື່ນໆ.

ບັນ­ຫາ​ດັ່ງ­ກ່າວ​ນີ້ ບາງ​ບ້ານ-ເຮືອນ​ເຄີຍ​ເກີດ​ຊ້ຳ​ແລ້ວ ຊ້ຳ​ອີກ ກໍ​ມີ​ບາງ​ເຮືອນ​ເຖິງ​ວ່າ​ຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ປິດ​ໃສ່ ແຕ່​ກໍ​ເຮັດ​ຫຍັງ​ບໍ່​ໄດ້ ທັງໆ​ທີ່​ຮູ້​ວ່າ​ແມ່ນ​ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ມາ​ລັກ​ເອົາ​ໄປ ເຮັດ​ໃຫ້​ເກີດ​ບັນ­ຫາ​ລັກ​ແລ້ວ ລັກ​ອີກ ແລະ ມີ​ບາງ​ຄອບ­ຄົວ ໃນ​ເມື່ອ​ລູກ​ຫຼານ​ຂອງ​ຕົນ​ກະ­ທຳ​ຜິດ ຜູ້​ປົກ­ຄອງ ຫຼື ພໍ່​ແມ່​ບໍ່​ຍອມ­ຮັບ​ຜິດ ບໍ່​ຮັບ­ຜິດ­ຊອບ ປົກ​ປ້ອງ​ວ່າ​ລູກ​ຫຼານ​ຂອງ​ຕົນ​ເປັນ​ຄົນ​ດີ ບໍ່​ເຄີຍ​ໄປ​ລັກ​ຂອງ​ໃຜ ເຫດ­ການ​ແບບ​ນີ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ໜ່ວຍ​ງານ​ປ້ອງ​ກັນ​ບ້ານ​ນັ້ນ​ຄວນ​ກວດ­ກາ​ຄືນ​ຄວາມ​ເປັນ​ຈິງ ແລະ ແນະ­ນຳ​ຊ່ວຍ​ແກ້​ໄຂ​ຕໍ່​ກຸ່ມ​ຄົນ​ດັ່ງ­ກ່າວ ຖ້າ​ເວົ້າ​ເຖິງ​ການ​ຂີ້­ລັກ​ງັດ​ແງະ​ແມ່ນ​ເກີດ​ມາ​ຈາກ​ຫຼາຍ​ປັດ​ໄຈ ໃນ​ນັ້ນ ກໍ​ມີ​ສ່ວນ​ຍ້ອນ​ຕິດ​ຢາ​ບ້າ ຫຼິ້ນ​ກິນ​ຟຸມ​ເຟືອຍ ຕິດ​ການ​ພະ­ນັນ ແລະ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ ອື່ນໆ.

ສັງ​ລວມ​ແລ້ວ​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ມາດ­ຕາ 231 ການ​ລັກ​ຊັບ: ບຸກ­ຄົນ​ໃດ​ຫາກ​ໄດ້​ເອົາ​ຊັບ​ຂອງ​ຜູ້​ອື່ນ​ມາ​ເປັນ​ຂອງ​ຕົນ ໂດຍ​ບໍ່​ຖືກ­ຕ້ອງ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ ສາມ​ເດືອນ​ຫາ​ສາມ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1 ລ້ານ​ກີບ​ຫາ 5 ລ້ານ​ກີບ ໃນ​ກໍ­ລະ­ນີ​ຜູ້​ກະ­ທຳ​ຜິດ​ຫາກ​ໄດ້​ລັກ​ດ້ວຍ​ການ​ງັດ​ແງະ ມ້າງ­ເພ​ຮົ້ວ​ຮາວ ປະ­ຕູ ຫີບ ຕູ້ ແລະ ອື່ນໆ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ ແຕ່​ຫົກ​ເດືອນ​ຫາ​ຫ້າ​ປີ ແລະ ຈະ​ຖືກ​ປັບ­ໄໝ​ແຕ່ 3 ລ້ານ​ກີບ ຫາ 10 ລ້ານ​ກີບ ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ​ຫາກ​ໄດ້​ການ​ລັກ​ເປັນ​ອາ­ຈີນ ຈັດ​ຕັ້ງ​ເປັນ​ກຸ່ມ ຫຼື ໃນ​ກໍ­ລະ­ນີ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 3 ປີ​ຫາ 8 ປີ ແລະ​ຈະ​ຖືກ​ປັບ­ໄໝ​ແຕ່ 5 ລ້ານ​ກີບ​ຫາ 15 ລ້ານ​ກີບ.

ເພື່ອ​ເຮັດ​ໃຫ້​ບັນ­ຫາ​ການ​ລັກ​ຊັບ​ຫຼຸດ​ໜ້ອຍ​ຖອຍ​ລົງ ແລະ ເພື່ອ​ເປັນ​ການ​ປ້ອງ​ກັນ​ຂອງ​ພວກ​ເຮົາ ກ່ອນ​ອື່ນ​ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການ​ມີ​ສະ­ຕິ​ຮັກ­ສາ​ຊັບ​ສິນ ວັດ­ຖຸ​ສິ່ງ​ຂອງ​ມ້ຽນ​ມັດ​ໄວ້​ໃຫ້​ດີ ເກັບ​ໄວ້​ບ່ອນ​ທີ່​ປອດ​ໄພ ປ້ອງ​ກັນ​ບໍ່​ໃຫ້​ກາຍ­ເປັນ​ເປົ້າ​ໝາຍ​ຂອງ​ຄົນ​ຂີ້­ລັກ ແລະ ສິ່ງ​ສຳ­ຄັນ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຂອງ​ບ້ານ ຕ້ອງ​ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ​ເວນ­ຍາມ​ໃຫ້​ເຂັ້ມ​ງວດ​ຕື່ມ ເພື່ອ​ນຳ​ເອົາ​ຜູ້​ກະ­ທຳ​ຜິດ​ມາ​ສຶກ​ສາ​ອົບ­ຮົມ ຫຼື​ມອບ​ໃຫ້​ເຈົ້າ​ໜ້າ­ທີ່​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

error: Content is protected !!