ທະນາຄານໂລກຊີ້ແຈງ ຕ້ອງປັບນະໂຍບາຍດ້ານຕ່າງໆ ສຳລັບປະເທດທີ່ມີການລະບາດຂອງ COVID-19

ອີງ​ຕາມ​ບົດ​ລາຍ​ງານ​ເສດ­ຖະ­ກິດ​ຂອງ​ທະ­ນາ­ຄານ​ໂລກ ສຳ­ລັບ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ ແລະ ປາ​ຊີ​ຟິກ ໃນ​ເດືອນ​ເມ­ສາ 2020 ວ່າ ປັດ­ຈຸ­ບັນ ບັນ­ດາ​ປະ­ເທດ​ກຳ­ລັງ​ພັດ­ທະ­ນາ ​ຢູ່​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ ແລະ ປາ​ຊີ​ຟິກ (EAP) ທີ່​ກຳ­ລັງ​ພົບ​ຄວາມ​ຫຍຸ້ງ­ຍາກ​ຍ້ອນ​ບັນ­ຫາ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ສາ­ກົນ ແລະ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ປັດ­ຈຸ­ບັນ ຍັງ​ປະ​ເຊີນ​ສະ­ພາບ​ການ​ຖືກ​ກະ­ທົບ​ດ້ານ​ເສດ­ຖະ­ກິດ​ໃນ​ລະ­ດັບ​ສາ­ກົນ ຍ້ອນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ບັນ­ດາ​ເສດ­ຖະ­ກິດ​ໃຫຍ່ໆ​ທົ່ວ​ໂລກ ບັນ­ດາ​ປະ­ເທດ EAP ຕ້ອງ​ປະ­ຕິ­ບັດ​ມາດ​ຕະ­ການ​ໃນ​ລັກ­ສະ­ນະ​ວ່ອງ­ໄວ​ຮ່ວມ​ມື​ກັນ ແລະ ດຳ­ເນີນ​ການ​ຮ່ວມ​ກັນ.

ບົດ​ລາຍ​ງານ​ສະ­ບັບ​ນີ້ ສະ­ໜອງ​ບັນ­ດາ​ຄຳ​ແນະ­ນຳ​ຕົ້ນ­ຕໍ​ດ້ານ​ນະ­ໂຍ­ບາຍ​ຕໍ່​ບັນ­ດາ​ປະ­ເທດ​ໃນ​ພາກ​ພື້ນ ຄື: ດັດ​ປັບ​ທັງ​ນະ​ໂນ​ບາຍ​ສາ­ທາ­ລະ­ນະ​ສຸກ ແລະ ນະ­ໂຍ­ບາຍ​ເສດ­ຖະ­ກິດ​ມະ­ຫາ​ພາກ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ລັດ­ຖະ­ບານ​ຂອງ​ຫຼາຍ​ປະ­ເທດ ກຳ­ລັງ​ປະ­ຕິ­ບັດ​ມາດ​ຕະ­ການ​ຄວບ​ຄຸມ​ການ​ຕິດ­ຕໍ່ ເຊັ່ນ: ການ​ຫ້າມ​ບໍ່​ໃຫ້​ເຄື່ອນ​ໄຫວ​ອອກ​ນອກ​ທີ່​ພັກ​ອາ­ໄສ ແລະ ການ​ຫ້າມ​ບໍ່​ໃຫ້​ເດີນ­ທາງ​ເພື່ອ “ປັບ​ອັດ­ຕາ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ແຜ່​ລະ­ບາດ​ໃຫ້​ມີ​ຈັງ­ຫວະ​ຊ້າ​ລົງ ໂດຍ​ບໍ່​ໃຫ້​ພຸ່ງ​ຂຶ້ນ​ໄປ​ຕື່ມ​ອີກ” ຄຽງ​ຄູ່​ກັນ​ນັ້ນ ເພື່ອ​ຈຳ­ກັດ​ຜົນ​ກະ­ທົບ​ທາງ​ລົບ​ດ້ານ​ເສດ­ຖະ­ກິດ​ທີ່​ຈະ​ຕາມ​ມາ ລັດ­ຖະ­ບານ​ຂອງ​ບັນ­ດາ​ປະ­ເທດ​ຕ່າງໆ ຍັງ​ປະ­ຕິ­ບັດ​ມາດ​ຕະ­ການ​ດ້ານ​ເງິນ­ຕາ ການ​ເງິນ ແລະ ການ​ປັບ​ໂຄງ​ສ້າງ​ເສດ­ຖະ­ກິດ​ເພື່ອ “ປັບ​ອັດ­ຕາ​ການ​ຖົດ​ຖອຍ​ຂອງ​ເສດ­ຖະ­ກິດ​ໃຫ້​ຮາບ​ພຽງ ໂດຍ​ບໍ່​ໃຫ້​ຫຼຸດ​ລົງ​ໄປ​ກວ່າ​ເກົ່າ” ນອກ­ຈາກ​ນັ້ນ ການ​ລົງ­ທຶນ​ແຕ່​ເບື້ອງ​ຕົ້ນ​ໃສ່​ຂະ­ແໜງ​ສາ​ທາ ຍັງ​ສາ­ມາດ​ຊ່ວຍ​ຫຼຸດ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ ທີ່​ມີ­ຄ່າ​ໃຊ້​ຈ່າຍ​ສູງ​ຫຼາຍ​ເມື່ອ​ເກີດ​ພະ­ຍາດ​ລະ­ບາດ.

ເພີ່ມ​ຄວາມ​ສາ­ມາດ​ດ້ານ​ການ​ປິ່ນ­ປົວ​ສາ­ທາ­ລະ­ນະ​ສຸກ​ຢ່າງ​ຮີບ​ດ່ວນ ເພື່ອ​ຕອບ​ສະ­ໜອງ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງ­ການ ທີ່​ອາດ​ຈະ​ເກີນ​ກຳ­ລັງ​ໃນ​ການ​ຕອບ​ສະ­ໜອງ ເຊິ່ງ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ໄລ­ຍະ​ເວ­ລາ​ແກ່­ຍາວ ນອກ­ຈາກ​ການ​ຂະ­ຫຍາຍ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ສາ­ທາ­ລະ­ນະ​ສຸກ ແລະ ໂຮງ­ງານ​ຜະ­ລິດ ອຸ­ປະ­ກອນ​ການ​ແພດ​ທີ່​ມີ​ຢູ່ ຈຳ­ເປັນ​ຕ້ອງ​ມີ​ມາດ​ຕະ­ການ​ແບບ​ໃໝ່ ເຊັ່ນ: ປ່ຽນ​ໂຮງ­ໝໍ​ຕຽງ​ທຳ​ມະ​ດາ​ທີ່​ບໍ່​ມີ​ຫ້ອງ​ມໍ​ລະ​ສຸມ (ICU) ໃຫ້​ມີ​ຫ້ອງ​ມໍ​ລະ​ສຸມ ພ້ອມ​ທັງ​ເລັ່ງ​ເຝິກ​ຄົນ​ໃຫ້​ສາ­ມາດ​ເຮັດ​ວຽກ​ເບິ່ງ­ແຍງ​ສຸ­ຂະ­ພາບ​ພື້ນ­ຖານ ການ​ຮັບ­ປະ­ກັນ​ໃຫ້​ມີ​ການ​ເຂົ້າ​ເຖິງ​ບໍ­ລິ­ການ​ທີ່​ພຽງ­ພໍ ສຳ­ລັບ​ຜູ້​ທຸກ​ຍາກ​ອາດ​ຮຽກ­ຮ້ອງ​ໃຫ້​ມີ​ການ​ສະ­ໜອງ​ການ​ກວດ ແລະ ການ​ປິ່ນ­ປົວ​ໂດຍ​ບໍ່​ເສຍ​ຄ່າ ຫຼື ລັດ​ຊ່ວຍ​ຖົມ​ຂຸມ​ຄ່າ​ໃຊ້​ຈ່າຍ.

ດັດ​ປັບ​ນະ­ໂຍ­ບາຍ​ການ​ເງິນ ແລະ ເງິນ­ຕາ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ນະ­ໂຍ­ບາຍ​ເສດ­ຖະ­ກິດ​ມະ­ຫາ​ພາກ​ແບບ​ກະ​ຕຸ້ນ​ເສດ­ຖະ­ກິດ ບໍ່​ສາ­ມາດ​ເຮັດ​ຫຍັງ​ໄດ້​ຫຼາຍ​ໃນ​ການ​ເພີ່ມ​ການ​ຜະ­ລິດ ແລະ ການ​ຈ້າງ​ງານ​ໃນ​ໄລ­ຍະ​ທີ່​ຜູ້​ອອກ­ແຮງ​ງານ​ຕ້ອງ​ຢູ່​ກັບ​ເຮືອນ ຫຼື ທີ່​ພັກ​ອາ­ໄສ ແຕ່​ມາດ​ຕະ­ການ​ດ້ານ​ນະ­ໂຍ­ບາຍ​ການ​ເງິນ ຄວນ​ສະ­ໜັບ­ສະ­ໜູນ​ການ​ຕອບ​ໂຕ້​ຂອງ​ຂະ­ແໜງ​ສາ​ທາ ສະ­ໜອງ​ການ​ປົກ​ປ້ອງ​ທາງ​ສັງ­ຄົມ ເພື່ອ​ຮອງ​ຮັບ​ການ​ກະ­ທົບ​ຕ່າງໆ ເວົ້າ​ສະ­ເພາະ​ແມ່ນ ເພື່ອ​ປົກ​ປ້ອງ​ຜູ້​ທີ່​ບອບ​ບາງ​ທີ່​ສຸດ​ທາງ​ດ້ານ​ເສດ­ຖະ­ກິດ ເຊັ່ນ: ລັດ​ຖົມ​ຂຸມ​ເງິນ​ອຸດ​ໜູນ​ປ່ວຍ​ການ ແລະ ລາຍ​ຈ່າຍ​ໃນ​ການ​ປິ່ນ­ປົວ ແມ່ນ​ສາ­ມາດ​ຊ່ວຍ​ຫຼຸດ­ຜ່ອນ​ຄວາມ​ຫຍຸ້ງ­ຍາກ​ທາງ​ເສດ­ຖະ­ກິດ​ຂອງ​ຜູ້​ທຸກ​ຍາກ ແລະ ຍັງ​ຊ່ວຍ​ການ​ຈຳ­ກັດ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ການ​ຂະ­ຫຍາຍ​ຕາ​ໜ່າງ​ຄວາມ​ປອດ​ໄພ ຫຼື ຕາ​ໜ່າງ​ປົກ​ປ້ອງ​ທາງ​ສັງ­ຄົມ ສາ­ມາດ​ບັນ­ເທົາ​ທຸກ​ຊົ່ວ­ຄາວ​ໃຫ້​ບັນ­ດາ​ຄົວ​ເຮືອນ​ທີ່​ລາຍ​ຮັບ​ຂອງ​ເຂົາ­ເຈົ້າ​ຖືກ​ກະ­ທົບ​ໜັກ ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ການ​ລ້ຽງ​ອາ­ຫານ​ທ່ຽງ ແລະ ການ​ຊ່ວຍ­ເຫຼືອ​ອື່ນໆ​ໃຫ້​ນັກ­ຮຽນ​ໃນ​ໄລ­ຍະ​ປິດ​ໂຮງ­ຮຽນ ກໍ​ຄື ການ​ຊ່ວຍ­ເຫຼືອ​ດ້ານ​ການ​ຈ້າງ​ງານ ເພື່ອ​ຊ່ວຍ​ຜູ້​ອອກ­ແຮງ​ງານ​ກັບ​ຄືນ​ເຂົ້າ​ສູ່​ການ​ຜະ­ລິດ​ໃນ​ເສດ­ຖະ­ກິດ ພາຍ­ຫຼັງ​ການ​ລະ­ບາດ​ຫຼຸດ​ລົງ ເຊິ່ງ​ຈະ​ຊ່ວຍ​ຮັບ­ປະ­ກັນ​ວ່າ ການ​ຂາດ​ແຮງ​ງານ​ຊົ່ວ­ຄາວ​ບໍ່​ກາຍ­ເປັນ​ສະ­ພາບ​ການ​ສູນ​ເສຍ​ທຶນ​ມະ­ນຸດ​ໃນ​ໄລ­ຍະ​ຍາວ ເຊິ່ງ​ນະ­ໂຍ­ບາຍ​ການ​ສະ­ໜັບ­ສະ­ໜູນ​ດ້ານ​ເສດ­ຖະ­ກິດ ຈະ​ສາ­ມາດ​ຊ່ວຍ​ວິ​ສາ​ຫະ​ກິດ​ຕ່າງໆ​ສືບ­ຕໍ່​ດຳ­ເນີນ​ທຸ­ລະ​ກິດ ແລະ ຮັກ­ສາ​ການ​ເຊື່ອມ​ຕໍ່​ທີ່​ມີ​ຜົນ​ປະ­ໂຫຍດ​ກັບ​ຕ່ອງ​ໂສ້ ມູນ​ຄ່າ​ກັບ​ເສດ­ຖະ­ກິດ​ສາ­ກົນ​ໄດ້ (GVCs).

ໃນ​ຂະ­ແໜງ­ການ​ເງິນ-ການ​ທະ­ນາ­ຄານ ຕ້ອງ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ຄົວ​ເຮືອນ​ເຂົ້າ​ເຖິງ​ສິນ​ເຊື່ອ ເພື່ອ​ບັນ­ເທົາ​ຄວາມ​ຫຍຸ້ງ­ຍາກ​ລຳ­ບາກ ແລະ ຊ່ວຍ​ໃນ​ການ​ຊົມ­ໃຊ້​ຂອງ​ຄົວ​ເຮືອນ ພ້ອມ​ທັງ​ຊ່ວຍ​ວິ​ສາ​ຫະ​ກິດ​ໃຫ້​ມີ​ຄວາມ​ສະ­ດວກ​ໃນ​ການ​ເຂົ້າ​ເຖິງ​ສະ­ພາບ​ຄ່ອງ ເພື່ອ​ຊ່ວຍ​ເຂົາ­ເຈົ້າ​ໃຫ້​ຢູ່​ລອດ​ທ່າມ­ກາງ​ສະ­ພາບ​ລົບ​ກວນ​ທີ່​ເກີດ​ຂຶ້ນ​ໃນ​ປັດ­ຈຸ­ບັນ ໃນ​ຂະ­ນະ​ດຽວ​ກັນ ອົງ­ການ​ຄຸ້ມ ຄອງ​ຕ່າງໆ​ຕ້ອງ​ຮັບ­ປະ­ກັນ​ການ ເປີດ­ເຜີຍ​ຂໍ້​ມູນ​ຄວາມ​ສ່ຽງ ແລະ ສື່­ສານ​ໃຫ້​ຮູ້​ແຈ້ງ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ດ້ານ​ການ​ຄຸ້ມ​ຄອງ ເພື່ອ​ຫຼີກ​ລ່ຽງ​ການ​ສູນ​ເສຍ​ສະ­ຖຽນ​ລະ​ພາບ​ດ້ານ​ການ​ເງິນ-ການ​ທະ­ນາ­ຄານ ໂດຍ​ສະ­ເພາະ​ໃນ​ປະ­ເທດ​ທີ່​ເສດ­ຖະ­ກິດ​ມີ​ລະ­ດັບ​ໜີ້​ສິນ​ຂອງ​ພາກ​ເອ­ກະ​ຊົນ​ສູງ ສຳ­ລັບ​ປະ­ເທດ​ທຸກ​ຍາກ ການ​ປົດ​ໜີ້​ແມ່ນ​ສິ່ງ​ຈຳ­ເປັນ ເພື່ອ​ເອົາ​ຊັບ­ພະ­ຍາ­ກອນ​ທີ່​ສຳ­ຄັນ​ໄປ​ສຸມ​ໃສ່ ຄຸ້ມ​ຄອງ​ຜົນ​ກະ­ທົບ​ທາງ​ເສດ­ຖະ­ກິດ ແລະ ສາ​ທາ​ທີ່​ເກີດ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ.

ນະ­ໂຍ­ບາຍ​ການ​ຄ້າ​ຕ້ອງ​ສືບ­ຕໍ່​ເປີດ​ກວ້າງ ເພື່ອ​ຮັກ­ສາ​ການ​ຜະ­ລິດ​ສິນ­ຄ້າ​ສິ່ງ​ຂອງ​ຈຳ­ເປັນ​ສຳ­ລັບ​ຜູ້​ຊົມ­ໃຊ້​ພາຍ​ໃນ​ຫຼາຍ​ປະ­ເທດ ໄດ້​ຈຳ­ກັດ​ການ​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ທາງ​ການ​ແພດ​ໃນ​ທາງ​ເສດ­ຖະ­ສາດ ແລະ ປະ­ສົບ​ການ​ຫວ່າງ​ບໍ່​ດົນ​ມາ​ນີ້​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ ບັນ­ດາ​ມາດ​ຕະ­ການ​ໃນ​ລັກ​ສະ​ດັ່ງ­ກ່າວ ສຸດ​ທ້າຍ​ແລ້ວ​ເປັນ​ການ​ທຳ­ຮ້າຍ​ທຸກ​ປະ­ເທດ ໂດຍ​ສະ­ເພາະ ບັນ­ດາ​ປະ­ເທດ​ທີ່​ບອບ​ບາງ​ກວ່າ​ໝູ່.

ໃນ​ທຸກ​ຂົງ­ເຂດ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້ ການ​ເພີ່ມ​ການ​ຮ່ວມ​ມື​ສາ­ກົນ ແລະ ສ້າງ​ການ​ຮ່ວມ​ມື​ລະ­ຫວ່າງ​ພາກ​ລັດ ແລະ ເອ­ກະ​ຊົນ ໂດຍ​ສະ­ເພາະ ເພື່ອ​ຮັບ­ປະ­ກັນ​ການ​ສະ­ໜອງ​ຜະ­ລິດ​ຕະ​ພັນ​ທີ່​ສຳ­ຄັນ​ທາງ​ການ​ແພດ ທຸກ​ປະ­ເທດ​ຕ້ອງ​ຮັບ​ຮູ້​ນຳ​ກັນ​ວ່າ ນອກ­ຈາກ​ການ​ເອົາ​ຈິງ​ເອົາ​ຈັງ​ໃນ​ສ່ວນ​ມາດ​ຕະ­ການ​ພາຍ​ໃນ​ແລ້ວ ການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ສາ­ກົນ ຖື​ເປັນ​ວັກ​ແຊັງ​ທີ່​ມີ​ປະ​ສິດ­ທິ​ຜົນ​ຫຼາຍ​ສຸດ ຕໍ່​ໄພ​ຂົ່ມ­ຂູ່​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່​ດັ່ງ­ກ່າວ​ນີ້.

error: Content is protected !!