ເຖິງວ່າສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃນ ສປປ ລາວ ຈະບໍ່ພົບກໍລະນີໃໝ່ໄດ້ 20 ກວ່າວັນແລ້ວກໍຕາມ ແຕ່ນັ້ນກໍບໍ່ໝາຍຄວາມວ່າເຊື້ອພະຍາດຈະໝົດໄປ ປັດຈຸບັນ ຫຼາຍປະເທດກໍຍັງຄົງມີການລະບາດຂອງພະຍາດນີ້ ແຜ່ລາມເປັນວົງກວ້າງ ແລະ ອີງຕາມບົດຮຽນຂອງຫຼາຍປະເທດ ທີ່ໃນເບື້ອງຕົ້ນແມ່ນສາມາດຄວບຄຸມການລະບາດໄດ້ ແຕ່ພະຍາດນີ້ກໍກັບມາລະບາດອີກຮອບ 2 ໄດ້ ເພື່ອເປັນການປ້ອງກັນພະຍາດນີ້ ບໍ່ໃຫ້ກັບມາລະບາດໃນປະເທດເຮົາເປັນຮອບທີສອງນັ້ນ ທຸກຄົນກໍຄວນປັບພຶດຕິກຳໃນການດຳລົງຊີວິດ ໂດຍກັບມາໃຊ້ຊີວິດປົກກະຕິແບບປອດໄພ ແລະ ສະຫຼາດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19.

ທ່ານ ດຣ ອິນປົງ ທົງພະຈັນ ຮອງຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພາຍຫຼັງທີ່ລັດຖະບານໄດ້ຜ່ອນຜັນໃນບາງມາດຕະການໂດຍສະເພາະ ອະນຸຍາດໃຫ້ປະຊາຊົນ ພະນັກງານ ທະຫານ ຕ່ຳຫຼວດ ອອກເຮືອນໃຊ້ຊີວິດໄດ້ເປັນປົກກະຕິ ພາຍຫຼັງທີ່ການແຜ່ລະບາດຂອງພະຍາດ COVID-19 ໄດ້ຫຼຸດລົງ ແລະ ບໍ່ພົບກໍລະນີໃໝ່ເກີດຂຶ້ນ ແຕ່ນັ້ນກໍບໍ່ໝາຍຄວາມວ່າພະຍາດນີ້ຈະໝົດໄປ ເພື່ອເປັນການປ້ອງກັນພະຍາດນີ້ ໃນເວລາທີ່ເຮົາກັບຄືນມາໃຊ້ຊີວິດປົກກະຕິນັ້ນ ເຮົາກໍຄວນຫັນມາໃຊ້ຊີວິດປົກກະຕິແບບປອດໄພ ແລະ ສະຫຼາດ.

ສຳລັບການໃຊ້ຊີວິດປົກກະຕິນັ້ນ ກໍໝາຍຄວາມວ່າທຸກໆຢ່າງແມ່ນຕ້ອງຫັນມາໃຊ້ຊີວິດປົກກະຕິ ເຂົ້າການປົກກະຕິ ອອກມາຄ້າຂາຍປົກກະຕິ ແລະ ການດຳລົງຊີວິດອື່ນໆໄດ້ປົກກະຕິ ແຕ່ໃນໄລຍະທີ່ເຮົາກັບຄືນມາໃຊ້ຊີວິດປົກກະຕິແລ້ວນັ້ນ ຍັງເປັນໄລຍະທີ່ຍັງມີການແຜ່ລະບາດຂອງພະຍາດ COVID-19 ນັ້ນ ເຮົາຕ້ອງໃຊ້ຊີວິດແບບປອດໄພຈາກການຕິດເຊື້ອພະຍາດດັ່ງກ່າວ ເຊິ່ງການໃຊ້ຊີວິດຕ້ອງຄຳນຶງເຖິງຄວາມປອດໄພເປັນຫຼັກ ກໍຄື ຕ້ອງສືບຕໍ່ປະຕິບັດຕາມຄຳສັ່ງ 06/ນຍ ຂອງນາຍົກລັດຖະມົນຕີ ຄວນປະຕິບັດການຢູ່ຫ່າງກັນ 2 ແມັດ ໝັ່ນລ້າງມືດ້ວຍສະບູ ແລະ ເວລາອອກນອກເຮືອນ ຫຼື ເດີນທາງໄປບ່ອນສ່ຽງກໍຕ້ອງໃສ່ຜ້າອັດປາກ ຄຽງຄູ່ກັນນັ້ນ ກໍຕ້ອງໃຊ້ຊີວິດຢ່າງສະຫຼາດ ຄື: ຕ້ອງສະຫຼາດຄິດ ສະຫຼາດມີສະຕິ ສະຫຼາດສັງເກດ ເຊິ່ງທັງ 3 ຢ່າງນີ້ໝາຍເຖິງຢ່ານຳເອົາຕົນເອງເຂົ້າໄປຢູ່ໃນກຸ່ມສ່ຽງ ເຊັ່ນ: ການເດີນທາງໄປສະຖານທີ່ແອອັດ ການໄປຕະຫຼາດບໍ່ຄວນໄປຫຸ້ມກັນຊື້ເຄື່ອງບ່ອນທີ່ມີຄົນຫຼາຍ ແລະ ບໍ່ຮ່ວມສັງສັນ ແລະ ຊຸມແຊວຫຼາຍຄົນ ພ້ອມນັ້ນ ກໍຕ້ອງເອົາໃຈໃສ່ປະຕິບັດຕາມຄຳແນະນຳທີ່ພາກສ່ວນຕ່າງໆ ອອກມາແນະນຳເພື່ອປ້ອງກັນ ແລະ ຄວບຄຸມພະຍາດນີ້ ບໍ່ໃຫ້ກັບມາແຜ່ລະບາດຮອບທີ 2.