ອາເມຣິກາ ຊ່ວຍເຫຼືອດ້ານສະບຽງອາຫານທີ່ເສີມວິຕາມິນ-ທາດບໍາລຸງ

    ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອທາງດ້ານສະບຽງອາຫານ ຈາກການຊ່ວຍເຫຼືອທີ່ມີນໍ້າໃຈຂອງກະຊວງກະສິກໍາ ປະເທດສະຫະລັດອາເມຣິກາ ໃຫ້ແກ່ໂຄງການອາຫານໃນໂຮງຮຽນ ໃນ ສປປ ລາວ ຈັດຂຶ້ນວັນທີ 30 ພະຈິກ 2021 ທີ່ສາງຂອງອົງການອາຫານໂລກ ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ດຣ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈໍາ ສປປ ລາວ ແລະ ກ່າວຮັບຂອງທ່ານ ດຣ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລ້ວມອບໃຫ້ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ແລະ ຕາງຫນ້າອົງການອາຫານໂລກ ປະຈໍາ ສປປລາວ ມີຜູ້ຕາງໜ້າຈາກກະຊວງ ອົງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດຣ. ປີເຕີ ເອັນ ເຮອນ ກ່າວວ່າ: ຕູ້ບັນທຸກເຂົ້າສານທີ່ເສີມວິຕາມິນ ແລະ ທາດບໍາລຸງ ໝາກຖົ່ວເລນເທລ ປາກະປ໋ອງ ແລະ ນໍ້າມັນສໍາລັບປຸງແຕ່ງອາຫານທີ່ມີທາດບໍາລຸງ 93 ຕູ້ຄອນເທນເນີ ບັນດາສະບຽງອາຫານເຫຼົ່ານີ້ ຈະຖືກນໍາໃຊ້ເຂົ້າໃນການກະກຽມອາຫານທ່ຽງທີ່ມີໂພຊະນາການໃນໂຮງຮຽນ ໃຫ້ແກ່ເດັກນ້ອຍນັກຮຽນ 63.000 ຄົນ ໃນທົ່ວ ສປປ ລາວ.

    ການຊ່ວຍເຫຼືອໃນຄັ້ງນີ້ ລວມມີເຂົ້າທີ່ເສີມວິຕາມິນ ແລະ ທາດບໍາລາ 1.300 ໂຕນ ໝາກຖົ່ວເລນເທວ 230 ໂຕ ປາກະປ໋ອງ 130 ໂຕນ ແລະ ນ້ໍາມັນທີ່ມີທາດບໍາລຸງສໍາລັບປຸງແຕ່ງອາຫານ 110 ໂຕນ ບັນດາອາຫານເຫຼົ່ານີ້ ຈະໄດ້ຖືກນໍາໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສໍາລັບນັກຮຽນໂຮງຮຽນຊັ້ນປະຖົມ ໃນ 718 ແຫ່ງ ໃນ 18 ເມືອງບູລິມະສິດ ທີ່ໄດ້ຮັບການຄັດເລືອກຈາກກະຊວງສຶກສາທິການ ແລະ ກິລາ ຖ້າບໍ່ມີການຊ່ວຍເຫຼືອໃນຄັ້ງນີ້ ເດັກຫຼາຍໆຄົນແມ່ນໄປໂຮງຮຽນໂດຍບໍ່ໄດ້ກິນອາຫານເລີຍ ບັນດາຄາບອາຫານຈະໄດ້ຮັບການປະກອບສ່ວນຈາກຊຸມຊົນ ແລະ ສວນຂອງໂຮງຮຽນ ທີ່ລວມມີ ໄຂ່ ບັນດາຜັກຕ່າງໆ ແລະ ບັນດາພືດຜັກໃບຂຽວ.

    ການຊ່ວຍເຫຼືອບັນດາໂຮງຮຽນເຫຼົ່ານີ້ ແມ່ນມາໃນຮູບແບບການໃຫ້ເປັນຊຸດໃຫຍ່ລວມ ການເຮັດວຽກຮ່ວມກັນກັບບັນດາເພື່ອນຮ່ວມງານກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການບັນເທົາທຸກ ກາໂຕລິກ (CRS) ອົງການອາຫານໂລກ ໄດ້ມອບຊຸດການຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ໂພຊະນາການ ເຊິ່ງລວມມີບັນດາຄາບອາຫານໃນໂຮງຮຽນ ການຕິດຕັ້ງລະບົບນ້ໍາສະອາດໃນໂຮງຮຽນ ສິ່ງອໍານວຍຄວາມສະດວກ ດ້ານສຸຂະພິບານ ແລະ ອະນາໄມ ການໃຫ້ການຊ່ວຍເຫຼືອບັນດາຊຸມຊົນ ໃນການສ້າງຫ້ອງກິນເຂົ້າ ສະຖານທີ່ເກັບມ້ຽນເຄື່ອງ ແລະ ຫ້ອງແຕ່ງກິນ ການສ້າງສວນຄົວໃນໂຮງຮຽນ ເຮືອນປູກຜັກ ແລະ ບັນດາຫນອງປາຂອງຊຸມຊົນ ລວມທັງບັນດາກິດຈະກໍາຕ່າງໆທີ່ສົ່ງເສີມການຮຽນຫນັງສື ອົງການອາຫານໂລກຍັງໄດ້ມອບການຊ່ວຍເຫຼືອທາງດ້ານກະສິກໍາ ແລະ ນະໂຍບາຍ ໃຫ້ແກ່ບັນດາຊຸມຊົນ ແລະ ເຈົ້າໜ້າທີ່ທ້ອງຖິ່ນ.

# ຂ່າວ & ພາບ : ວຽງມາ

error: Content is protected !!