ຕີລາຄາການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ

    ກົມຄຸ້ມຄອງການບັນຊີ ກະຊວງການເງິນ ຈັດກອງປະຊຸມວິຊາການຂະແໜງບັນຊີທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ ຂຶ້ນວັນທີ 30 ພະຈິກ 2021 ຢູ່ກົມດັັັັັັັັ່ງກ່າວ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າກົມຄຸ້ມຄອງການບັນຊີ ຄະນະກົມ ຄະນະພະແນກ ຂະແໜງຄຸ້ມຄອງການບັນຊີແຂວງ ແລະ ນະຄອນຫຼວງ ບັນດາກົມອ້ອມຂ້າງ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງການລາຍງານສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງບັນຊີ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ພ້ອມທັງປຶກສາຫາລືດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດວຽກງານບັນຊີ ສະພາບການຈັດຕັ້ງປະຕິບັດວຽກງານບັນຊີ ແລະ ກວດສອບອິດສະລະ ປີ 2020 ແລະ ແຜນການປີ 2022 ສະພາບການເຄື່ອນໄຫວວຽກງານບັນຊີຈາກຂະແໜງບັນຊີແຂວງ ແລະ ນະຄອນຫຼວງ ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຄຳແນະນໍາວ່າດ້ວຍການອອກໃບຕິດຕາມການຖືບັນຊີຂອງຫົວໜ່ວຍຖືບັນຊີແຫ່ງລັດ ທາບທາມການປັບປຸງຄໍາແນະນໍາຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ເລກທີ 531/ກງ ລົງວັນທີ 26 ກຸມພາ 2016 ການນຳສະເໜີການຄຸ້ມຄອງ ຊຸກຍູ້ການຖືບັນຊີຂອງຫົວໜ່ວຍຖືບັນຊີວິສາຫະກິດ ລວມທັງຈຸນລະວິສາຫະກິດ ການນໍາສະເໜີການຄຸ້ມຄອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ແນະນໍາວຽກງານຄຸ້ມຄອງ ແລະ ນໍາໃຊ້ລາຍຮັບວິຊາທີ່ຕິດພັນກັບວຽກງານຂະແໜງຄຸ້ມຄອງບັນຊີ ແລະ ການຮ່າງບົດສະຫຼຸບລາຍງານປະຈຳເດືອນ ປະຈຳ 6 ເດືອນ ແລະ ປະຈຳປີ.

    ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນເຖິງບົດບາດຄວາມສໍາຄັນຂອງວຽກງານບັນຊີ ແລະ ວຽກງານກວດສອບອິດສະລະ ໃນວາລະແຫ່ງຊາດກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງເລກທີ 18/ນຍ ລົງວັນທີ 16 ກັນຍາ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ເຊິ່ງວຽກງານບັນຊີ ແລະ ວຽກງານກວດສອບອິດສະລະ ໄດ້ກຳນົດໃວ້ໃນຂໍ້ທີ 4.5 “ສ້າງແລະປັບປຸງກົນໄກໃນການຊຸກຍູ້ ແລະ ສົ່ງເສີມໃຫ້ຈຸນລະວີສາຫະກິດ ວິສາຫະກິດຂະໜາດນ້ອຍ ກາງ ແລະ ໃຫຍ່ ຖືບັນຊີໃຫ້ຖືກຕ້ອງ ຄົບຖ້ວນຕາມກົດໝາຍບັນຊີ ແລະ ລະບຽບການ.

 # ຮູບ – ຂ່າວ : ສະບາໄພ

error: Content is protected !!