ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການພົວພັນຮ່ວມມືໃນຂະແໜງການເງິນ-ເງິນຕາສອງຝ່າຍ

    ວັນທີ 30 ພະຈິກ 2021 ທະນາຄານແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທະວິພາຄີ ປະຈໍາປີ 2021 ໃນຮູບແບບທາງໄກ ລະຫວ່າງທະນາຄານແຫ່ງ ສປປ ລາວ ນໍາໂດຍທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ ນໍາໂດຍ ທ່ານ ນາງ ຫງວຽນ ທິ ຮົ່ງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຕາງໜ້າຈາກສອງທະນາຄານກາງໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມທະວິພາຄີ  ແມ່ນຖືກຈັດຂຶ້ນເປັນປະຈຳທຸກປີ  ເພື່ອຮັດແໜ້ນສາຍພົວພັນທີ່ພິເສດ ຈິງໃຈ ແລະ ໝັ້ນຄົງຍາວນານ ລະຫວ່າງສອງທະນາຄານກາງ ທັງເປັນການສະຫຼຸບໝາກຜົນ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການພົວພັນຮ່ວມມືໃນຂະແໜງການເງິນ-ເງິນຕາສອງຝ່າຍ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນຂົງເຂດການເງິນ-ການທະນາຄານ ທີ່ປະກອບສ່ວນໃນການພັດທະນາຂະແໜງການທະນາຄານ ແລະ ເສດຖະກິດຂອງສອງປະເທດ ສປປ ລາວ ແລະ ສສ. ຫວຽດນາມ ເຊິ່ງປີນີ້ ກອງປະຊຸມໄດ້ມີການປຶກສາຫາລື ແລະ ແລກປ່ຽນຮ່ວມກັນໃນຫຼາຍບັນຫາສຳຄັນຕົ້ນຕໍຄື: ສະພາບເສດຖະກິດມະຫາພາກ ແລະ ການພັດທະນາຂະແໜງການທະນາຄານຂອງສອງປະເທດ ມາດຕະການຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ການທົບທວນຄືນບັນດາໂຄງການ ແລະ ແຜນການຮ່ວມມືສອງຝ່າຍໃນອະນາຄົດ ລວມເຖິງການແລກປ່ຽນບົດຮຽນຮ່ວມກັນໃນວຽກງານການສົ່ງເສີມການຊຳລະທີ່ບໍ່ນຳໃຊ້ເງິນສົດ ແລະ ບັນຫາອື່ນໆທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!