ນໍາສະເໜີປື້ມ “60 ປີ ການພົວພັນການທູດ ລາວ-ຈີນ”

    ວັນທີ 01 ທັນວາ 2021 ສະຖາບັັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັັດພິິທີນໍາສະເໜີປື້ມ “60 ປີ ການພົວພັນການທູດ ລາວ-ຈີນ” ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວໂດຍຄະນະນຳກະຊວງການຕ່າງປະເທດ ຄະນະບັນນາທິການກິດຕິມະສັກ ທີ່ປະກອບດ້ວຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທ່ານ ວິຈິດ ຊິນດາວົງ ອະດີດຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ອະດີດເອກອັກຄະລັດຖະທູດລາວ ປະຈໍາ ສປ ຈີນ ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ ຄະນະກໍາມະການຮ່ວມມື ລາວ-ຈີນ ສະມາຄົມມິດຕະພາບລາວ-ຈີນ ຫົວໜ້າກົມ ຮອງກົມພາຍໃນກະຊວງການຕ່າງປະເທດ ຄະນະສະຖາບັນການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 40 ທ່ານ.

    ພິທີນໍາສະເໜີປຶ້ມ “60 ປີ ການພົວພັນການທູດ ລາວ-ຈີນ” ແມ່ນໜຶ່ງໃນກິດຈະກໍາເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ- ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021) ປີມິິດຕະພາບ ລາວ-ຈີນ ພ້ອມທັງເປັນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ການເປີດນໍາໃຊ້ເສັ້ນທາງລົດໄຟທີ່ທັນສະໄໝຂອງລາວ-ຈີນ ທີ່ີມີຄວາມໝາຍທາງດ້ານປະຫວັດສາດ   ປຶ້ມດັ່ງກ່າວ ແມ່ນຜົນງານການຮຽບຮຽງຂອງສະຖາບັນການຕ່າງປະເທດ   ທີ່ໄດ້ສັງລວມເອົາບັນດາໝາກຜົນ ແລະ ຜົນງານອັນໂດດເດັ່ນຂອງການພົວພັນ ແລະ ຮ່ວມມື ລາວ-ຈີນ ໃນຂະແໜງການຕ່າງໆຂອງທັງສອງພັກ-ສອງລັດ ສະພາແຫ່ງຊາດ ແລະ ສາມອົງການຈັດຕັ້ງມະຫາຊົນໃນໄລຍະກ່ອນ ແລະ ຫຼັງສະຖາປະນາ ສປປ ລາວເຊິ່ງໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານມູນເຊື້ອການພົວພັນຮ່ວມມືອັນດີງາມລະຫວ່າງ ລາວ-ຈີນ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວ.

# ຂ່າວ-ພາບ : ໄຊບັນດິດ

error: Content is protected !!