ເຖິງແມ່ນໄລຍະຜ່ອນຜັນກໍ່ເຂັ້ມງວດ

ຢູ່​ປະ­ເທດ​ເຮົາ​ໄດ້​ປະ­ກາດ​ມາດ​ຕະ­ການ ປິດ​ປະ­ກາດ​ເພື່ອ​ຕໍ່­ສູ້​ກັບ​ພະ­ຍາດ​ໂຕ​ຮ້າຍ​ກາດ COVID-19 ໂດຍ​ເລີ່ມ​ດ້ວຍ​ຄຳ​ສັ່ງ​ເລກ​ທີ 06/ນຍ ເຊິ່ງ​ຜ່ານ​ມາ​ສອງ​ໄລ­ຍະ​ແລ້ວ ຄື: ໄລ­ຍະ​ທຳ​ອິດ ເລີ່ມ​ແຕ່​ວັນ​ທີ 1-19 ເມ­ສາ 2020 ລວມ 19 ວັນ ໄລ­ຍະ​ທີ​ສອງ​ຕໍ່​ເວ­ລາ​ແຕ່​ວັນ​ທີ 20 ເມ­ສາ ຫາ 3 ພຶດ­ສະ­ພາ ລວມ 14 ວັນ ແລະ ມາ​ຕໍ່​ໄລ­ຍະ​ທີ​ສາມ​ອີກ ເລີ່ມ​ວັນ​ທີ 4 ພຶດ­ສະ­ພາ ຫາ 17 ພຶດ­ສະ­ພາ… ຫຼັງ​ຈາກ​ນີ້​ຈະ​ໄດ້​ມີ​ການ​ທົບ​ທວນ­ຄືນ​ໃໝ່​ອີກ ວ່າ​ຈະ​ໃຊ້​ມາດ​ຕະ­ການ​ແນວ­ໃດ​ແດ່? ໄລ­ຍະ​ທີ​ສາມ​ນີ້​ເພິ່ນ​ເວົ້າ​ວ່າ ໄລ­ຍະ​ຜ່ອນ­ຜັນ​ຊົ່ວ­ຄາວ.

ຜ່ານ​ໄລ­ຍະ​ປະ­ຕິ­ບັດ​ເຂັ້ມ​ງວດ​ນັ້ນ​ກໍ​ເຫັນ​ວ່າ ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ປະ­ເທດ​ເຮົາ​ຜ່ອນ­ຄາຍ​ລົງ​ແດ່​ແລ້ວ ຄື​ມາ​ຮອດ​ວັນ​ຈັນ​ທີ 4 ພຶດ­ສະ­ພາ 2020 ມີ​ຜູ້​ຕິດ­ເຊື້ອ 19 ຄົນ (ບໍ່​ຕິດ​ເພີ່ມ 21 ວັນ​ແລ້ວ) ປົວ​ດີ 9 ຄົນ ແຕ່​ລັດ­ຖະ­ບານ​ເຮົາ ກໍ​ຄື ຄະ­ນະ​ສະ­ເພາະ​ກິດ​ກໍ​ບໍ່​ໄດ້​ພໍ­ໃຈ​ຕໍ່​ຜົນ­ສຳ­ເລັດ​ອັນ​ນັ້ນ ໃນ­ຕໍ່­ໜ້າ​ພວກ​ເຮົາ​ອາດ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກີດ​ການ​ລະ­ບາດ​ຮອບ​ໃໝ່ ແລະ ສິ່ງ​ທ້າ​ທາຍ​ຈຳ­ນວນ​ໜຶ່ງ ສະ­ນັ້ນ ເພິ່ນ​ຈຶ່ງ​ປະ­ກາດ​ສືບ­ຕໍ່​ແກ່­ຍາວ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ໄປ​ຕື່ມ​ອີກ ນັບ​ແຕ່​ວັນ​ທີ 4 ຫາ ວັນ​ທີ 17 ພຶດ­ສະ­ພາ 2020.

ລາຍ​ລະ­ອຽດ​ຂອງ​ມາດ​ຕະ­ການ​ຊົ່ວ­ຄາວ​ນີ້ ມີ​ຄົບ​ຖ້ວນ​ໃນ​ບົດ​ຖະ­ແຫຼງ​ຂ່າວ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ກ່ຽວ​ກັບ​ການ​ສືບ­ຕໍ່​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໃນ​ໄລ­ຍະ​ແຕ່​ວັນ​ທີ 4-17 ພຶດ­ສະ­ພາ 2020 ດັ່ງ­ນັ້ນ ວັນ​ສຸກ ວັນ​ທີ 01 ພຶດ­ສະ­ພາ 2020 ໃນ​ຄຳ​ຖະ­ແຫຼງ 5 ຂໍ້​ນັ້ນ​ມີ​ທັງ​ມາດ​ຕະ­ການ​ຜ່ອນ­ຜັນ ແລະ ຫ້າມ (ເຊິ່ງ​ອີງ­ໃສ່​ຂໍ້​ຫ້າມ​ຂອງ​ຄຳ​ສັ່ງ​ເລກ​ທີ 06/ນຍ) ນອກ­ຈາກ​ຄຳ​ຖະ­ແຫຼງ​ແລ້ວ ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງ​ອອກ​ແຈ້ງ​ການ​ເລກ​ທີ 524/ຫສນຍ ລົງ​ວັນ​ທີ 01 ພຶດ­ສະ­ພາ 2020 ຕື່ມ​ອີກ​ເລື່ອງ: ການ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໃນ​ໄລ­ຍະ​ແຕ່​ວັນ​ທີ 04-17 ພຶດ­ສະ­ພາ 2020 ເນື້ອ​ໃນ​ຂອງ​ແຈ້ງ​ການ​ທັງ 6 ຂໍ້​ນັ້ນ​ມີ​ທັງ​ການ​ຜ່ອນ­ຜັນ ແລະ ຂໍ້​ຫ້າມ ໃນ​ນີ້ ຜູ້​ຂຽນ​ຢາກ​ນຳ​ສະ­ເໜີ ຂໍ້ 6 ເຊິ່ງ​ເວົ້າ​ເຖິງ​ວິ­ທີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ເຊິ່ງ​ມີ 5 ຂໍ້​ນ້ອຍ​ລະ­ອຽດ​ດັ່ງ­ນີ້:

6.1 ມາດ​ຕະ­ການ​ຜ່ອນ­ຜັນ​ນີ້​ແມ່ນ​ເປັນ​ການ​ຊົ່ວ­ຄາວ ຖ້າ​ມີ​ການ​ລາຍ​ງານ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ເກີດ​ຂຶ້ນ​ຢູ່​ແຂວງ​ໃດ​ແຂວງ​ໜຶ່ງ ຈະ​ໄດ້​ຈຳ­ກັດ​ການ​ເຂົ້າ-ອອກ ແລະ ປະ­ຕິ­ບັດ​ຄືນ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ​ສະ­ເພາະ​ແຂວງ​ນັ້ນ ເຊິ່ງ​ແມ່ນ​ຄະ­ນະ​ສະ­ເພາະ​ກິດ​ແຂວງ​ນັ້ນ ຈະ​ໄດ້​ເປັນ​ຜູ້​ປະ­ກາດ​ແຈ້ງ​ການ ຖ້າ​ຫາກ​ເກີດ​ມີ​ຜູ້​ຕິດ​ເປັນ​ຈຸ້ມ​ແຕ່​ສອງ​ແຂວງ​ຂຶ້ນ​ໄປ ແມ່ນ​ຈະ​ໄດ້​ກັບ​ມາ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຕ່າງໆ ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ສັ່ງ​ເລກ​ທີ 06/ນຍ ຄືນ­ໃໝ່​ຢ່າງ​ເຂັ້ມ​ງວດ.

6.2 ມອບ​ໃຫ້​ບັນ­ດາ​ກະ­ຊວງ ຂະ­ແໜງ­ການ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ກວດ­ກາ​ຄືນ​ບັນ­ດາ​ນິ­ຕິ​ກຳ ຄຳ​ໂຄ­ສະ­ນາ​ຕ່າງໆ​ຂອງ​ຕົນ ເພື່ອ​ປັບ­ປຸງ​ໃຫ້​ສອດ­ຄ່ອງ​ກັບ​ມາດ​ຕະ­ການ​ຜ່ອນ­ຜັນ​ຂ້າງ​ເທິງ ແລະ ຜັນ​ຂະ­ຫຍາຍ​ເປັນ​ອັນ​ລະ­ອຽດ ເພື່ອ​ມີ​ຄວາມ​ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ.

6.3 ມອບ​ໃຫ້​ບັນ­ດາ​ກະ­ຊວງ ຂະ­ແໜງ­ການ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ເອົາ­ໃຈ­ໃສ່​ຕິດ­ຕາມ ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ໃໝ່ ທີ່​ໄດ້​ກຳ­ນົດ​ໃນ​ແຈ້ງ​ການ​ສະ­ບັບ​ນີ້​ຢ່າງ​ເຂັ້ມ​ງວດ ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ນັ້ນ​ກັບ​ມາ​ໃໝ່ ພາຍ­ຫຼັງ​ການ​ຜ່ອນ­ຜັນ.

6.4 ໃຫ້​ກຳ­ລັງ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ­ຫງົບ ຄະ­ນະ​ສະ­ເພາະ​ກິດ ຂະ­ແໜງ­ການ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ພ້ອມ​ກັນ​ເປັນ​ເຈົ້າ​ການ​ຕິດ­ຕາມ​ຮັກ­ສາ​ຄວາມ​ສະ­ຫງົບ ຮັກ­ສາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ແລະ ເຊິ່ງ​ປະ­ຕິ­ບັດ​ມາດ​ຕະ­ການ​ທີ່​ໄດ້​ກຳ­ນົດ​ໃນ​ແຈ້ງ​ສະ­ບັບ​ນັ້ນ​ຢ່າງ​ເຂັ້ມ​ງວດ ກໍ­ລະ­ນີ​ມີ​ການ​ລະ­ເມີດ ໃຫ້​ເຈົ້າ​ໜ້າ­ທີ່​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ດຳ­ເນີນ​ມາດ​ຕະ­ການ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ​ກ່ຽວ­ຂ້ອງ​ຢ່າງ​ເຂັ້ມ​ງວດ.

6.5 ມາດ​ຕະ­ການ​ທີ່​ກຳ­ນົດ​ໄວ້​ຂ້າງ​ເທິງ​ນີ້ ເລີ່ມ​ມີ​ຜົນ​ສັກ­ສິດ​ນັບ​ແຕ່​ວັນ​ທີ 4 ຫາ 17 ພຶດ­ສະ­ພາ 2020 ໃນ​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ຈະ​ໄດ້​ມີ​ການ​ປະ​ເມີນ ທົບ​ທວນ ແລະ ດັດ​ປັບ​ໃຫ້​ເໝາະ​ສົມ​ຕື່ມ ກໍ­ລະ­ນີ​ມີ​ການ​ປ່ຽນ­ແປງ ລັດ­ຖະ­ບານ​ຈະ­ແຈ້ງ​ໃຫ້​ຊາບ​ເປັນ​ແຕ່​ລະ​ໄລ­ຍະ.

ຂໍ​ຮຽກ­ຮ້ອງ​ໃຫ້​ໝົດ​ທຸກ​ຄົນ​ໃນ​ທົ່ວ​ປະ­ເທດ ຈົ່ງ​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ​ຄັ້ງ​ນີ້​ຢ່າງ​ເຂັ້ມ​ງວດ… ເພື່ອ​ພ້ອມ​ກັນ​ເອົາ​ຊະ­ນະ​ສັດ­ຕູ​ໂຕ​ຮ້າຍ​ກາດ​ພະ­ຍາດ COVID-19 ຢ່າງ​ມີ​ໄຊ.

ໂດຍ: ແນວລາວ

error: Content is protected !!