ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມຂຶ້ນໃນແຕ່ລະວັນ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈຳວັນທີ 29 ພະນຈິກໃຫ້ຮູ້ວ່າ ວັນທີ 28 ທົ່ວປະເທດມີຜູ້ຕິດເຊື້ອຫຼຸດລົງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ (ນວ) ແຕ່ຜູ້ເສຍຊີວິດຊໍ້າພັດເພີ່ມຂຶ້ນ ເຊິ່ງລາຍລະອຽດຜູ້ເສຍຊີວິດໃໝ່ 7 ຄົນ.

  1. 1 ເພດຊາຍ ອາຍຸ 83 ປີ ອາຊີບ ພະນັກງານບຳນານ ບ້ານຊຳເຄ້ ເມືອງໄຊເສດຖາ ນວ ພະຍາດປະຈໍາຕົວ ພະຍາດຫົວໃຈ ພະຍາດປອດ ແລະ ຄວາມດັນເລຶອດສູງ ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 18 ພະຈິກ ກວດພົບເຊື້ອໂຄວິດ-19 ວັນທີ 28 ພະຈິກ ເສຍຊີວິດ.
  2. ເພດຊາຍ ອາຍ 62 ປີ ອາຊີບ ພະນັກງານບຳນານ ບ້ານຫນອງພະຍາ ເມືອງໄຊທານີ ນວພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ພະຍາດຫົວໃຈ ສັກຢາວັກຊີິນຄົບ ວັນທີ 19 ພະຈິກ ກວດພົບເຊື້ອໂຄວິດ ວັນທີ 28 ພະຈິກ ເສຍຊີວິດ.
  3. 3 ເພດຍິງ ອາຍຸ 55 ປີ ອາຊີບ ແມ່ເຮືອນ ບ້ານ ນາຜົງ ເມືອງ ຫີນເຫີບ ແຂວງ ວຽງຈັນ ພະຍາດປະຈຳຕົວ ເບົາຫວານ ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຊຳເຮື້ອ ວັນທີ 27 ພະຈິກ ກວດພົບເຊື້ອໂຄວິດ ວັນທີ 28 ເສຍຊີວິດ.
  4. ເພດຍິງ ອາຍຸ 50 ປີ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ ພະຍາດປະຈໍາຕົວ ພະຍາດເບົາຫວານ ສັກຢາວັກຊີນຄົບ ວັນທີ 13 ພະຈິກ ກວດພົບເຊື້ອໂຄວິດ ວັນທີ 28 ພະຈິກ ເສຍຊີວິດ
  5. ເພດຊາຍ ອາຍຸ 67 ປີ ບ້ານທ່າມ່ວງ ເມືອງຫາດຊາຍຟອງ ນະຄອນຫລວງ ພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ ສັກວັກຊີນຄົບ ວັນທີ 26 ພະຈິກ ກວດພົບເຊື້ອໂຄວິດ ວັນທີ 28 ພະຈິກ ເສຍຊີວິດ.
  6. ເພດຊາຍ ອາຍຸ 54 ປີ ບ້ານນາໄຫ ເມືອງຫາດຊາຍຟອງ ນວ ພະຍາດປະຈໍາຕົວ ເບົາຫວານ ສັກວັກຊີນຄົບ ວັນທີ 25 ພະຈິກ ກວດພົບເຊື້ອໂຄວິດ ວັນທີ 28 ພະຈິກ ເສຍຊີວິດ
  7. ເພດຍິງ, ອາຍຸ 67 ປີ ບ້ານາໄຫ ເມືອງນາຊາຍທອງ ນວ ສັກວັກຊີນຄົບ ວັນທີ 22 ພະຈິກ ກວດພົບເຊື້ອໂຄວິດ ວັນທີ 28 ພະຈິກ ເສຍຊີວິດ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!