ວັນທີ 25 ພະຈິກ 2021 ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ(NAFRI) ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2021 ຂຶ້ນ ໂດຍເປັນປະທານຂອງທ່ານ ຈັນສະໝອນ ພົງອຸດົມ ຮອງຫົວສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Shin Chang Ho ຜູ້ອຳນວຍການສູນ KOPIA ປະຈຳລາວ ມີຄະນະຊີ້ນຳໂຄງການ ນັກຄົ້ນຄວ້າຈາກສູນ NAFRI ຜູ້ຈັດຕັ້ງປະຕິບັດໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນປະສິດທິຜົນ ລວມຜົນກະທົບທີ່ດີ ແລະ ຄວາມຍືນຍົງ ກອງປະຊຸມໄດ້ທຳການປະເມີນກິດຈະກຳ ແລະ ຜົນສຳເລັດຂອງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາ ພ້ອມທັງແຜນຕໍ່ໜ້າ ເຊິ່ງເນັ້ນໃສ່ການສ້າງລາຍຮັບໃຫ້ຊາວກະສິກອນ ແລະ ພັດທະນາຊີວິດການເປັນຢູ່ຂອງຊາວຊົນນະບົດ ເຊິ່ງບັນດາໂຄງການຄົ້ນຄວ້າດັ່ງກ່າວ ລວມມີການປັບປຸງລາຍຮັບຂອງຊາວກະສິກອນຂະໜາດນ້ອຍ ໂດຍຜ່ານການນໍາໃຊ້ແນວພັນພືດຜັກທີ່ເໝາະສົມ ແລະ ນຳໃຊ້ເຕັກນິກສຳລັບການປູກພືດໃນລະດູຝົນໃນ ສປປ ລາວ ຄົ້ນຄວ້າການລ້ຽງໄກ່ພື້ນເມືອງເພື່ອເປັນສີນຄ້າ ໂດຍການປັບປຸງທາງດ້ານກຳມະພັນ ການພັດທະນາເຕັກໂນໂລຊີ ເພື່ອເພີ່ມຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ ຄົ້ນຄວ້າ ແລະ ນໍາໃຊ້ແນວພັນທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຄໍ້າປະກັນທາງດ້ນສະບ່ຽງອາຫານ ແລະ ຜະລິດເປັນສິນຄ້າ ແລະ ຄົ້ນຄວ້າເຕັກນິກເພື່ອຍົກສະມັດຕະພາບຜົນຜະລິດຖົ່ວເຫຼືອງ ແລະ ການປຸງແຕ່ງໃນ ສປປ ລາວ.
ທ່ານ Shin Chang Ho ກ່າວວ່າ: ການສະໜອງແນວພັນພືດຜັກຕ່າງໆທີ່ດີ ແລະ ການໂອນຖ່າຍເຕັກນິກການຜະລິດໃຫ້ຊາວກະສິກອນ ແມ່ນຈຸດປະສົງຫຼັກຂອງໂຄງການ ເຊີ່ງມັນບໍ່ພຽງແຕ່ການເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ ແຕ່ມັນຍັງປະກອບສ່ວນໃນການພັດທະນາຂະແໜງການກະສິກຳຂອງ ສ ປປລາວ.
ທ່ານ ຈັນສະໝອນ ພົງອຸດົມ ກ່າວຕື່ມວ່າ: ເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງຕໍ່ເນື່ອງ ແລະ ສ້າງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການທັງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາກໍຍັງສາມາດບັນລຸຕາມຈຸດປະສົງ ແລະ ແຜນກິດຈະກຳທີ່ວາງໄວ້ດີສົມຄວນ ໂດຍແຜນໃນຕໍ່ໜ້າ ພວກເຮົາຈະມີໂຄງການ “ສວນສາທິດການເພີ່ມສະມັດຕະພາບການຜະລິດໝາກກ້ຽງນໍ້າບາກ ເລີ່ມແຕ່ປີ 2022 ເປັນຕົ້ນໄປ.
ສູນຄົ້ນຄວ້າກະສິກຳສາກົນເກົາຫຼີນີ້ ແມ່ນອົງກອນພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານ ສ ເກົາຫຼີ ວິໄສທັດ ຂອງ KOPIA ແມ່ນເພື່ອການພັດທະນາແບບຍືນຍົງ ພ້ອມທັງການຮ່ວມມືທີ່ດີຂອງລະຫວ່າງ ສ. ເກົາຫຼີ ແລະ ປະເທດຮ່ວມມື ທາງດ້ານເຕັກໂນໂລຊີກະສິກຳ ສະເພາະສູນ KOPIA ປະຈຳລາວ ໄດ້ສ້າງຂຶ້ນໃນປີ 2016 ແລະ ມີຫ້ອງການຕັ້ງຢູ່ໃນ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອຮ່ວມມືກັບສູນດັ່ງກ່າວໃນການພັດທະນາວຽກງານກະສິກຳໃຫ້ມີຜົນສໍາເລັດເປັນກ້າວໆ.
# ຂ່າວ & ພາບ : ລັດເວລາ