ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຢູ່ ນວ ຫຼຸດລົງ ແຕ່ມີຜູ້ເສຍຊີວິດໃໝ່ເພີ່ມຂຶ້ນ

    ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ວັນທີ 28 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.045 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 929 ຄົນ (ຕິດເຊື້ອພາຍໃນມີ 928 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ). ບັນດາແຂວງທີ່ມີຜູ້ຕິດເຊື້ອພາຍໃນຄື:

ນະຄອນຫຼວງວຽງຈັນ (ນວ) 279 ຄົນ ມາຈາກ 118 ບ້ານ ໃນ 8 ເມືອງເຊັ່ນ ຈັນທະບູລີ 18 ຄົນ ສີໂຄດຕະບອງ 45 ຄົນ ໄຊເສດຖາ 79 ຄົນ ສີສັດຕະນາກ 24 ຄົນ ນາຊາຍທອງ 32 ຄົນ ໄຊທານີ 57 ຄົນ ຫາດຊາຍຟອງ 22 ຄົນ ປາກງື່ມ 1 ຄົນ ຕ່າງແຂວງ 1 ຄົນ

  • ນະຄອນຫຼວງພະບາງ ມີ 70 ຄົນ
  • ວຽງຈັນ ມີ 114 ຄົນ 8 ເມືອງ
  • ຫຼວງນ້ຳທາ ມີ 15 ຄົນ 2 ເມືອງ
  • ຜົ້ງສາລີ ມີ 38 ຄົນ 2 ເມືອງ
  • ໄຊຍະບູລີ ມີ 59 ໃນ 1 ເມືອງ
  • ຈຳປາສັກມີ 51 ຄົນ ໃນ 6 ເມືອງ
  • ອຸດົມໄຊ ມີ 39 ຄົນ ໃນ 4 ເມືອງ
  • ເຊກອງ ມີ 4 ຄົນ ໃນ 1 ເມືອງ
  • ບໍລິຄຳໄຊ ມີ 16 ຄົນ ໃນ 4 ເມືອງ
  • ຄຳມ່ວນມີ 17 ຄົນ ໃນ 2 ເມືອງ
  • ສະຫວັນນະເຂດ ມີ 53 ຄົນ ໃນ 6 ເມືອງ
  • ບໍ່ແກ້ວ ມີ 60 ຄົນ 5 ເມືອງ
  • ສາລະວັນ ມີ 17 ຄົນ 2 ເມືອງ
  • ຊຽງຂວາງ ມີ 31 ຄົນ 2 ເມືອງ
  • ຫົວພັນ ມີ 27 ຄົນ ໃນ 3 ເມືອງ
  • ໄຊສົມບູນ ມີ 10 ຄົນ ໃນ 2 ເມືອງ
  • ອັດຕະປື ມີ 28 ຄົນ ໃນ 4 ເມືອງ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ ມີຈໍານວນ 1 ຄົນ ຈາກແຂວງບໍລິຄຳໄຊ. ປັດຈຸບັນທົ່ວປະເທດມີຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 72.447 ຄົນ ເສຍຊີວິດສະສົມ 166 ຄົນ (ໃໝ່ 7) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວັນທີ 28 ພະຈິກ ມີ 581 ຄົນ ກໍາລັງປິ່ນປົວ 11.598 ຄົນ ທົ່ວປະເທດມີບ້ານແດງ 1.102 ບ້ານ 101 ເມືອງ ແລະ 17 ແຂວງ ແລະ ນະຄອນຫຼວງ ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 19 ບ້ານ13 ເມືອງ ແລະ 6 ແຂວງ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!