ນັກວິທະຍາສາດ ນຳສະເໜີຖ່ານສາກປະດິດຮຸ່ນນ້ອຍ ແຕ່ດີ ເພາະໃຊ້ໄດ້ຍາວນານເຖິງ 12 ປີ

ນັກ­ວິ­ທະ­ຍາ­ສາດ​ຊາວ​ອູ​ແກຣນ ສະ­ແດງ​ຜົນ­ງານ​ການ​ປະ­ດິດ​ຖ່ານ​ສາກ (ແບດ​ເຕີ​ຣີ) ຮຸ່ນ​ພິ­ເສດ ເຊິ່ງ​ອ້າງ​ຄຸນ­ສົມ­ບັດ​ໃຊ້​ໄດ້​ດົນ​ນານ​ເຖິງ 12 ປີ ແຕ່​ຂະ­ໜາດ​ນ້ອຍ ເທົ່າ​ກັບ­ໄມ້­ຂີດ­ໄຟ.

ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ແບດ​ເຕີ​ຣີ​ຕ່າງໆ​ທີ່​ເຮົາ​ເຄີຍ​ຮູ້­ຈັກ ແລະ ໃຊ້​ກັນ​ເປັນ​ປະ­ຈຳ​ຢູ່​ທຸກ​ວັນ​ນັ້ນ ຍ່ອມ​ມີ​ອາ­ຍຸ​ການ​ໃຊ້​ງານ​ຂອງ​ມັນ ເຊິ່ງ​ຈະ​ຍາວ ຫຼື ສັ້ນ​ນັ້ນ ກໍ​ຂຶ້ນ​ຢູ່​ກັບ​ປະ­ເພດ ແລະ ການ​ໃຊ້​ງານ​ຕາມ​ແຕ່​ລະ​ຮູບ​ແບບ ແຕ່​ໃຜ​ຈະ​ໄປ​ຄາດ​ຄິດ​ວ່າ​ຈະ​ມີ​ແບດ​ເຕີ​ຣີ​ທີ່​ມີ​ອາ­ຍຸ​ການ​ໃຊ້​ງານ​ຫຼາຍ​ເປັນ​ສິບໆ​ປີ ຊະ­ນິດ​ທີ່​ວ່າ​ສາ­ມາດ​ໃຊ້​ງານ​ໄດ້​ດົນ​ນານ​ຈົນ​ລືມ​ວ່າ​ຈະ​ຕ້ອງ​ສາກ​ໄຟ​ໄປ​ເລີຍ.

ເວັບ​ໄຊ Oddity Central ໄດ້​ເປີດ­ເຜີຍ​ເລື່ອງ​ນະ​ວັດ­ຕະ​ກຳ­ສຸດ​ຍອດ​ຂອງ​ນັກ­ວິ­ທະ­ຍາ­ສາດ​ຊາວ​ອູ​ແກຣນ ນາມ​ວ່າ ວະ​ລາ​ດິ​ສລາ​ຟ ຄິ​ເຊ​ເລ​ຟ (Vladislav Kiselev) ໂດຍ​ເຂົາ​ໄດ້​ຄິດ​ຄົ້ນ​ປະ­ດິດ​ແບດ​ເຕິ​ຣີ​ຊະ­ນິດ​ໜຶ່ງ​ຂຶ້ນ​ມາ ຊຶ່ງ​ມີ​ຄຸນ­ສົມ­ບັດ​ສາ­ມາດ​ໃຫ້​ພະ­ລັງ­ງານ​ກັບ​ອຸ­ປະ­ກອນ​ຕ່າງໆ ເຊັ່ນ: ໂທລະ­ສັບ​ມື​ຖື ຫຼື ລວມ​ເຖິງ​ແບດ​ເຕີ​ຣີ​ລົດ​ໃຫຍ່ ໄດ້​ນານ​ເຖິງ 12 ປີ ໂດຍ​ບໍ່​ຕ້ອງ​ສາກ​ໄຟ​ຊ້ຳ.

ທ່ານ ວະ​ລາ​ດິ​ສລາ​ຟ ນັກ​ວິ­ໄຈ​ອາ­ວຸ­ໂສ​ຂອງ​ສະ​ຖາ​ບັນ​ເຄ​ມີ​ອິນ​ຊີ​ເຊິງ​ຊີ­ວະ​ພາບ ແລະ ປິ​ໂຕຣ​ເຄ​ມີ ໃນ​ເມືອງ​ກີ​ແອັບ ແລະ ສາ​ສະ​ດາ​ຈານ ປະ­ຈຳ​ສະ​ຖາ​ບັນ​ສຶກ​ສາ​ວິ­ທະ­ຍາ­ສາດ​ແຫ່ງ​ຊາດ​ອູ​ແກຣນ ໄດ້​ເປີດ​ຕົວ​ສິ່ງ​ປະ­ດິດ​ຕົ້ນ​ແບບ​ຊິ້ນ​ນີ້ ໃນ​ການ​ແຂ່ງ­ຂັນ​ໂຄງ­ການ​ວິ­ໄຈ​ລະ­ດັບ​ນາ­ນາ​ຊາດ (Sikorsky Challenge 2016) ໂດຍ​ຈະ​ເຫັນ​ວ່າ ມັນ​ມີ​ຂະ­ໜາດ​ນ້ອຍ​ພຽງ​ເທົ່າ​ກັບ­ໄມ້­ຂີດ­ໄຟ ເຖິງ​ແມ່ນ​ລັກ­ສະ­ນະ​ພາຍ​ນອກ​ນັ້ນ ເບິ່ງ​ແລ້ວ​ບໍ່​ໜ້າ​ສົນ­ໃຈ​ຫຼາຍ​ພໍ​ເທົ່າ­ໃດ ເນື່ອງ​ຈາກ​ເບິ່ງ​ເໝືອນ​ເປັນ​ການ​ຕໍ່​ວົງ​ຈອນ​ໄຟ­ຟ້າ​ແບບ​ທົ່ວໆ​ໄປ ແຕ່​ທ່ານ ວະ​ລາ​ດິ​ສລາ​ຟ ເປີດ ເຜີຍ​ວ່າ ແບດ​ເຕີ​ຣີ​ປະ­ດິດ​ຊິ້ນ​ນີ້​ສາ­ມາດ​ຈ່າຍ​ພະ­ລັງ­ງານ​ໃຫ້​ກັບ​ອຸ­ປະ­ກອນ​ໄຟ­ຟ້າ​ໄດ້​ຢ່າງ​ຕໍ່​ເນື່ອງ​ດົນ​ນານ​ເຖິງ 1 ປີ 4 ເດືອນ ແລະ ຈະ​ເຮັດ​ເຊັ່ນ​ນີ້​ໄດ້​ເລື້ອຍໆ​ໄປ​ອີກ 11 ປີ ລວມ​ທັງ​ສິ້ນ​ກວ່າ 12 ປີ ໂດຍ​ບໍ່​ຕ້ອງ​ມີ​ການ​ສາກ​ໄຟ​ຊ້ຳ​ນັ້ນ ກໍ​ເປັນ​ເພາະ​ແບດ​ເຕີ​ຣີ​ຂອງ​ເຂົາ​ບໍ່ ​ໄດ້​ໃຊ້​ວິ­ທີ​ກັກ​ເກັບ​ພະ­ລັງ­ງານ​ແບບ​ແບດ​ເຕີ​ຣີ​ທົ່ວໆ​ໄປ ແຕ່​ໃຊ້​ວິ­ທີ​ຜະ­ລິດ​ພະ­ລັງ­ງານ​ແທນ.

ເຖິງ​ແມ່ນ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ຜູ້​ຜະ­ລິດ ແລະ ນັກ​ວິ­ໄຈ​ແບດ​ເຕີ​ຣີ​ທົ່ວ​ໂລກ​ພະ­ຍາ­ຍາມ​ແຂ່ງ­ຂັນ​ສຶກ​ສາ ແລະ ພັດ­ທະ­ນາ​ແບດ​ເຕີ​ຣີ​ຢ່າງ​ຫຼວງ­ຫຼາຍ ແຕ່​ກໍ​ບໍ່​ສາ­ມາດ​ສ້າງ​ແບດ​ເຕີ​ຣີ​ທີ່​ມີ​ອາ­ຍຸ​ການ​ໃຊ້​ງານ​ໄດ້​ເຖິງ 12 ປີ​ເຊັ່ນ​ນີ້​ໄດ້ ແຕ່​ທ່ານ ວະ​ລາ​ດິ​ສລາ​ຟ ໄດ້​ອ້າງ​ວ່າ ເຂົາ​ໃຊ້​ປະ­ໂຫຍດ​ຈາກ​ຄຸນ­ສົມ­ບັດ​ຫຼັກ​ຂອງ​ທຣິ​ທຽມ (tritium) ທີ່​ສາ­ມາດ​ປ່ອຍ​ເອ​ເລັກ​ຕຣອນ ເຊັ່ນ​ດຽວ​ກັບ​ບໍ­ລິ­ສັດ City Labs ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ແຕ່​ຕ່າງ​ກັນ​ບ່ອນ​ທີ່​ບໍ­ລິ­ສັດ​ນັ້ນ​ໃຊ້ ທຣິ​ທຽມ ຮ່ວມ​ກັບ​ພະ­ລັງ­ງານ​ແສງ​ຕາ­ເວັນ ແຕ່​ທ່ານ ວະ​ລາ​ດິ​ສລາ​ຟ ໃຊ້​ວິ­ທີ​ເພີ່ມ​ເຊລ​ໄຟ­ຟ້າ​ເຄ​ມີ ເຮັດ​ໃຫ້​ແບດ​ເຕີ​ຣີ​ມີ​ພະ­ລັງ­ງານ​ຫຼາຍ​ກວ່າ 1,000 ເທົ່າ ເຊິ່ງ​ແບດ​ເຕີ​ຣີ​ຂອງ​ບໍ­ລິ­ສັດ​ນັ້ນ ຖືກ​ນຳ­ໄປ​ໃຊ້​ກັບ​ອຸ­ປະ­ກອນ​ທາງ​ການ​ແພດ ແລະ ອຸ­ປະ­ກອນ​ເຊັນ​ເຊີ​ຕ່າງໆ ສ່ວນ​ແບດ​ເຕີ​ຣີ​ປະ­ດິດ​ຂອງ​ທ່ານ ວະ​ລາ​ດິ​ສລາ​ຟ ນີ້ ສາ­ມາດ​ນຳ­ໄປ​ໃຊ້​ກັບ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ ຫຼື ທັງ​ລົດ​ໃຫຍ່​ກໍ​ໄດ້.

ທັງ​ນີ້ ຫຼັງ​ຈາກ​ເປິດ​ຕົວ​ຕົ້ນ​ແບບ​ແບດ​ເຕີ​ຣີ​ປະ­ດິດ​ທີ່​ງານ​ດັ່ງ­ກ່າວ ທ່ານ ວະ​ລາ​ດິ​ສລາ​ຟ ເປີດ­ເຜີຍ​ວ່າ ມີ​ນັກ­ທຸ­ລະ­ກິດ​ຈາກ​ຕວັກ​ກີ ແລະ ຈີນ ໃຫ້​ຄວາມ​ສົນ­ໃຈ​ມາ​ຕິດ­ຕໍ່​ຂໍ​ເປັນ​ຜູ້​ຜະ­ລິດ​ແບດ​ເຕີ​ຣີ​ຂອງ​ເຂົາ ທີ່​ສາ­ມາດ​ໃຊ້​ງານ​ກັບ​ໂທລະ­ສັບ​ມື​ຖື.

error: Content is protected !!