ເບິ່ງບ້ານເຂົາເອົາບົດຮຽນ 07/05/2020

ບົດ­ຮຽນ​ດີໆ​ທີ່​ເລືອກ​ມາ​ໃຫ້​ອ່ານ​ໃນ​ບົດ​ນີ້ ລວມ​ມີ​ມາດ​ຕະ­ການ​ປ້ອງ​ກັນ​ຜູ້­ໂດຍ­ສານ​ເພດ​ຍິງ ຈາກ​ການ​ຖືກ​ລວນ​ລາມ​ທາງ​ເພດ​ຢູ່​ອິນ​ໂດ​ເນ​ເຊຍ ແລະ ໂຄງ­ການ​ພາ​ຄົນ​ຂີ້​ເມົາ​ກັບ​ໃຫ້​ເຖິງ​ເຮືອນ​ຢູ່​ຫວຽດ­ນາມ.

ທີ່ ອິນ​ໂດ​ເນ​ເຊຍ: ບັນ­ຫາ​ການ​ລວນ​ລາມ​ທາງ​ເພດ​ຕໍ່​ເພດ​ຍິງ ໃນ​ເວ­ລາ​ໃຊ້​ລົດ​ໂດຍ­ສານ​ສາ­ທາ­ລະ­ນະ ໃນ​ປະ­ເທດ​ອິນ​ໂດ​ເນ​ເຊຍ ໄດ້​ກາຍ­ເປັນ​ເລື່ອງ​ກັງ­ວົນ​ໃຈ​ສຳ­ລັບ​ກຸ່ມ​ປົກ​ປ້ອງ​ສິດ­ທິ​ຂອງ​ແມ່­ຍິງ ດັ່ງ­ນັ້ນ ຈຶ່ງ​ເກີດ​ມີ​ກະ­ແສ​ຮຽກ­ຮ້ອງ​ໃຫ້​ມີ​ວິ­ທີ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ດັ່ງ­ກ່າວ

ຂ່າວ​ໜັງ­ສື­ພິມ The Nation (ເດິ ເນ​ເຊິນ) ສະ­ບັບ​ວັນ​ທີ 23 ເດືອນ​ເມ­ສາ ປີ 2018 ໃຫ້​ຮູ້​ວ່າ: ບໍ­ລິ­ສັດ​ໂດຍ­ສານ​ລົດ­ໄຟ​ຟ້າ (KCI) ໄດ້​ເຮັດ​ການ​ປຸກ­ລະ­ດົມ​ໃຫ້​ຜູ້​ຮ່ວມ​ໂດຍ­ສານ​ທຸກ​ຄົນ ຮີບ​ຮ້ອນ​ລາຍ​ງານ​ໃຫ້​ທາງ​ບໍ­ລິ­ສັດ​ຮູ້ ເມື່ອ​ເວ­ລາ​ພົບ​ເຫັນ​ກໍ­ລະ­ນີ​ລວນ​ລາມ​ທາງ​ເພດ​ຢູ່​ໃນ​ລົດ.

ທ່ານ​ນາງ ອີ​ວາ ໄຈ​ຣຸນ​ນິ­ສາ (Eva Chairunnisa) ໂຄ­ສົກ​ຂອງ KCI ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ໃນ​ໝົດ​ປີ 2017 ນັ້ນ ທາງ KCI ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບ​ການ​ລວນ​ລາມ​ທາງ​ເພດ​ພາຍ​ໃນ​ລົດ ຈຳ­ນວນ 11 ຄັ້ງ ແລະ 3 ຄັ້ງ​ໃນ​ໄຕ​ມາດ​ຕົ້ນ​ປີ 2018 ທ່ານ​ນາງ ອີ​ວາ ໄດ້​ໃຫ້​ທັດ­ສະ­ນະ​ວ່າ: ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ລວນ​ລາມ​ນັ້ນ ບໍ່​ຄ່ອຍ​ຢາກ​ລາຍ​ງານ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຊາບ ຍ້ອນ​ເຫດ­ຜົນ​ສ່ວນ​ຕົວ ແລະ ດ້ວຍ​ເຫດ​ນີ້​ເອງ​ທາງ KCI ຈຶ່ງ​ຮຽກ­ຮ້ອງ ແລະ ຊຸກ­ຍູ້​ໃຫ້​ຜູ້­ໂດຍ­ສານ​ທຸກ​ຄົນ​ທີ່​ເຫັນ​ເຫດ­ການ ຮີບ​ຮ້ອນ​ລາຍ​ງານ​ໃຫ້​ພະ­ນັກ­ງານ​ຮັກ­ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ລົດ ແລະ ເຂົ້າ​ຫ້າມ​ປາມ​ຜູ້​ກະ­ທຳ​ຜິດ​ໂດຍ​ທັນ­ທີ ທາງ KCI ເຊື່ອ​ວ່າ ຖ້າ​ຜູ້​ຮ່ວມ​ໂດຍ­ສານ​ທຸກ​ຄົນ​ໃນ​ລົດ ໃຫ້​ຄວາມ​ຊ່ວຍ­ເຫຼືອ​ຜູ້​ຖືກ​ລວນ​ລາມ ແນ່­ນອນ​ຜູ້​ຕົກ​ເປັນ​ເຫຍື່ອ​ກໍ​ຈະ​ມີ​ຄວາມ​ກ້າ­ຫານ​ພໍ ທີ່​ຈະ​ລາຍ​ງານ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຊາບ​ກ່ຽວ​ກັບ​ເຫດ­ການ​ທີ່​ເກີດ​ຂຶ້ນ​ກັບ​ຕົນ ການ​ລວນ​ລາມ​ທາງ​ເພດ​ທີ່​ເກີດ​ຂຶ້ນ​ກັບ​ແມ່­ຍິງ​ນັ້ນ ມັກ​ມາ​ໃນ​ຮູບ​ສວຍ­ໂອ­ກາດ​ແຕະ­ຕ້ອງ​ບ່ອນ​ສະ­ຫງວນ​ຂອງ​ຮ່າງ­ກາຍ​ຂອງ​ເຫຍື່ອ ໂດຍ​ພວກ​ເປັນ​ພະ­ຍາດ​ມື​ໄວ​ໃຈ​ກ້າ​ໜ້າ­ດ້ານ​ສັນ­ດານ​ບໍ່​ດີ​ທັງ­ຫຼາຍ.

ທີ່ ຫວຽດ­ນາມ: ບັນ­ຫາ​ເມົາ ແລະ ຂັບ​ນັ້ນ​ມີ​ຄວາມ​ສ່ຽງ​ທີ່​ສຸດ ທີ່​ຈະ​ກໍ່­ໃຫ້­ເກີດ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ ເຊິ່ງ​ທຸກໆ​ປະ­ເທດ​ຕ່າງ​ກໍ​ຊອກ​ວິ­ທີ​ແກ້​ໄຂ ສຳ­ລັບ​ຢູ່​ຫວຽດ­ນາມ​ນັ້ນ ກໍ​ມີ​ຂ່າວ​ທີ່​ຄວນ​ຖອດ​ໄວ້​ເປັນ​ບົດ­ຮຽນ ເພາະ​ມັນ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ ເພື່ອ​ຫຼຸດ​ອຸ­ບັດ­ເຫດ​ທີ່​ເກີດ​ຈາກ​ເມົາ​ແລ້ວ​ຂັບ.

ຂ່າວ​ຕ່າງ­ປະ­ເທດ​ໃນ​ຕົ້ນ​ເດືອນ​ກຸມ­ພາ 2015 ໃຫ້​ຮູ້​ວ່າ: ທາງ​ການ​ຂອງ​ປະ­ເທດ​ນີ້​ໄດ້​ເປີດ​ໂຄງ­ການ​ໃໝ່ ເພື່ອ​ແກ້​ໄຂ​ບັນ­ຫາ​ຄົນ​ຂັບ​ລົດ​ພາຍ​ໃນ​ອິດ​ທິ​ພົນ​ຂອງ​ນ້ຳ​ຕາ​ຜີ​ເຜດ ໂດຍ​ທາງ​ໂຄງ­ການ​ໄດ້​ຂໍ​ຮ້ອງ​ໃຫ້​ບັນ­ດາ​ຮ້ານ​ອາ­ຫານ ຮ້ານ​ບາ ເຄື່ອງ​ດື່ມ ແລະ ຮ້ານ​ບັນ­ເທີງ​ຮັບ­ຜິດ­ຊອບ​ພາ​ລູກ​ຄ້າ​ທີ່​ມີ​ອາ­ການ​ມຶນ­ເມົາ​ກັບ​ຮອດ​ເຮືອນ ຂ່າວ​ບອກ​ວ່າ: ໂຄງ­ການ​ນີ້​ແມ່ນ​ຜົນ­ງານ​ການ​ຮ່ວມ​ມື​ລະ­ຫວ່າງ ກຳ­ມະ­ການ​ຄວາມ​ປອດ​ໄພ​ດ້ານ​ການ​ຈະ­ລາ­ຈອນ​ແຫ່ງ​ຊາດ ແລະ ສະ­ມາ­ຄົມ​ເບຍ-ເຫຼົ້າ ແລະ ເຄື່ອງ​ດື່ມ​ຫວຽດ­ນາມ.

ການ​ປະ­ຕິ­ບັດ​ງານ​ຂັ້ນ​ທົດ​ລອງ​ເບື້ອງ​ຕົ້ນ​ນັ້ນ ເລີ່ມ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ຮາ​ໂນ້ຍ ນະ­ຄອນ​ໂຮ່​ຈີ​ມິງ ແລະ ນະ­ຄອນ​ດາ​ນັງ ຈາກ​ນັ້ນ ຈຶ່ງ​ຂະ­ຫຍາຍ​ໄປ​ທົ່ວ​ປະ­ເທດ ໜຶ່ງ​ໃນ​ບັນ­ດາ​ຮ້ານ​ອາ­ຫານ​ທີ່​ເຂົ້າ​ຮ່ວມ​ໂຄງ­ການ​ນີ້ ກໍ​ແມ່ນ​ຮ້ານ​ອາ­ຫານ​ຈາງ​ອັນ ຕັ້ງ​ຢູ່​ແຄມ​ທາງ​ສ່ວນ​ໜຶ່ງ​ຂອງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ທາງ​ຮ້ານ​ໄດ້​ຈັດ­ການ​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ຮ້ານ ກ່ຽວ​ກັບ​ວິ­ທີ​ຈັດ​ສົ່ງ​ຄົນ​ເມົາ​ໃຫ້​ເຖິງ​ເຮືອນ​ດ້ວຍ​ຄວາມ​ປອດ​ໄພ ໂດຍ​ເລີ່ມ​ຈາກ​ທັກ​ສະ​ໃນ​ການ​ເຈລະ­ຈາ​ຊັກ​ຊວນ​ໃຫ້​ຄົນ​ເມົາ​ຍອມ​ໃຫ້​ເມືອ​ສົ່ງ ເພາະ​ຕາມ​ສັນ­ດານ​ຄົນ​ເມົາ​ແລ້ວ ຍິ່ງ​ເມົາ​ແຮ່ງ​ຍິ່ງ​ໂອ​ຫັງ ບັງ­ອາດ​ວ່າ​ຕົນ​ເກ່ງ​ກ້າ​ສາ­ມາດ​ກັບ​ຄືນ​ເຮືອນ​ເອງ​ໄດ້ ຢູ່​ລາວ​ພວກ​ເຮົາ​ຖ້າ​ມີ​ໂຄງ­ການ​ແບບ​ນີ້​ຄົງ​ຈະ​ດີ​ບໍ່​ແມ່ນ​ຂອງ​ຢອກ.

error: Content is protected !!