ໂຮງໝໍແຂວງສາລະວັນ-ຫົວພັນ ໄດ້ຮັບນາມມະຍົດສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່

    ພິທີປະກາດ ແລະ ຮັບຮອງໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນ້ໍານົມແມ່ ປະຈໍາປີ 2021 ໃຫ້ແກ່ໂຮງຫມໍແຂວງສາລະວັນ ແລະ ແຂວງຫົວພັນ ຈັດຂຶ້ນວັນທີ 26 ພະຈິກ 2021 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ນາງ ເດັບໂບລາ ລີເວີ ຫົວໜ້າຫ້ອງການ-ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ມີບັນດາຜູ້ຕາງໜ້າຈາກພາກສ່ວນອ້ອມຂ້າງກະຊວງ ອົງການ ແລະ ຂະແໜງສາທາລະນະສຸກທົ່ວປະເທດ (ອອນລາຍ) ເຂົ້າຮ່ວມ. 

    ນໍ້ານົມແມ່ ແມ່ນສານອາຫານທີ່ຈໍາເປັນທີ່ສຸດສໍາລັບເດັກອ່ອນ ແລະ ເດັກນ້ອຍ ເພາະມັນຊ່ວຍໃຫ້ເດັກນ້ອຍມີພູມຕ້ານທາງຕໍ່ກັບເຊື້ອພະຍາດ ຫຼຸດຜ່ອນອັດຕາການເຈັບເປັນ ການຕາຍຂອງເດັກຫຼັງເກີດ ພ້ອມທັງຍັງສາມາດຊ່ວຍຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍ ກະຊວງສາທາລະນະສຸກ ກໍຄືສູນໂພຊະນາການ ຮ່ວມກັບຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ວຽກງານການສົ່ງເສີມການລ້ຽງລູກດ້ວຍນົມແມ່ ໂດຍການຈັດຕັ້ງປະຕິບັດການປະເມີນ ແລະ ຮັບຮອງໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ບາດກ້າວສໍາຄັນໃນການສົ່ງເສີມ ແລະ ປັບປຸງຄຸນະພາບຂອງການບໍລິການຢູ່ໃນໂຮງໝໍ ຈຸດປະສົງການປະເມີນ ແລະ ຮັບຮອງໂຮງໝໍຕົວແບບການລ້ຽງລູກດ້ວຍນ້ໍານົມແມ່ ປະຈໍາປີ 2021 ແມ່ນເພື່ອສົ່ງເສີມ ຊຸກຍູ້ ແລະ ຍົກລະດັບການບໍລິການ ແມ່ ແລະ ເດັກເກີດໃໝ່ ກ່ຽວກັບການລ້ຽງລູກດ້ວຍນົມແມ່ ສະໜັບສະໜູນໃຫ້ມີການປະຕິບັດ ໜັງສໍາພັດໜັງ ແລະ ແມ່ລິເລີ່ມການລ້ຽງລູກດ້ວຍນົມແມ່ພາຍໃນ 90 ນາທີຫຼັງເກີດ ໂດຍເດັກເກີດໃໝ່ທຸກຄົນຕ້ອງໄດ້ຮັບການດູແລທີ່ຈໍາເປັນໃນໄລຍະທໍາອິດ (EENC) ຮັບປະກັນການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ຈົນກວ່າຈະອອກຈາກໂຮງໝໍ ແລະ ການຄວບຄຸມຜະລິດຕະພັນອາຫານ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃນສະຖານທີ່ບໍລິການ ແນໃສ່ປົກປ້ອງ ສົ່ງເສີມ ແລະ ສະໜັບບສະໜູນການລ້ຽງລູກດ້ວຍນົມແມ່ ໂຮງໝໍແຂວງຄື ຫົວພັນ ແລະ ສາລະວັນ ທີ່ໄດ້ຮັບນາມມະຍົດເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນ້ໍານົມແມ່ ປະຈໍາປີ 2021. ເຮັດໃຫ້ໂຮງໝໍທີ່ໄດ້ຖືກຮັບຮອງ ມີຄວາມໜ້າເຊື່ອຖື ແລະ ຍອມຮັບຈາກປະຊາຊົນໃນການໃຫ້ບໍລິການ ແມ່ ແລະ ຄອບຄົວ ມີຄວາມຮູ້ ຄວາມເຂົ້າໃຈໃນການດູແລ ແລະ ເບິ່ງແຍງລູກນ້ອຍ ພ້ອມທັງເປັນການປະຢັດຄ່າໃຊ້ຈ່າຍ ເຮັດໃຫ້ເດັກອ່ອນ ແລະ ເດັກນ້ອຍມີໂພຊະນາການທີ່ດີ ມີການຈະເລີນເຕີບໂຕທາງດ້ານຮ່າງກາຍ ແລະ ພັດທະນາການທາງດ້ານສະໝອງ ກາຍເປັນຊັບພະຍາກອນທີ່ຄຸນະພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. 

    ກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ ວິທີການຄັດເລືອກ ແລະ ຜົນຂອງການປະເມີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈາກນັ້ນແມ່ນໄດ້ປະກາດໂຮງໝໍຕົວແບບ ມີ 2 ແຂວງຄື: ໂຮງໝໍແຂວງສາລະວັນ ແລະ ໂຮງໝໍແຂວງຫົວພັນ ໃຫ້ກຽດຂຶ້ນມອບປ້າຍໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນ້ໍານົມແມ່ ໃບຍ້ອງຍໍ ແລະ ຂອງທີ່ລະນຶກ ໂດຍທານຮອງລັດຖະມົນຕີກະຊວງສາທາລະນສຸກ ແລະ ຕາງຮັບແມ່ນຈາກສອງແຂວງດັ່ງກ່າວ.

error: Content is protected !!