ລາວ-ໄທ ແລກປ່ຽນຄໍາຄິດເຫັນຂອງໂຄງການລົດໄຟລາວ-ຈີນ ຕໍ່ການພັດທະນາເສດຖະກິດທ້ອງຖິ່ນ

    ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜຊ) ແລະ ວິທະຍາໄລການປົກຄອງທ້ອງຖິ່ນມະຫາວິທະຍາໄລຂອນແກ່ນ ປະເທດໄທ ຈັດງານສໍາມະນາແບບທາງໄກ ພາຍໃຕ້ຫົວຂໍ້ “ໂອກາດ ແລະ ຄວາມສໍາຄັນຂອງໂຄງການລົດໄຟລາວ-ຈີນ ຕໍ່ການພັດທະນາເສດຖະກິດທ້ອງຖິ່ນ ”ຈັດຂຶ້ນວັນທີ 26 ພະຈິກ 2021 ເປັນປະທານຮ່ວມຂອງທ່ານ ຄໍາແສນ ສີສະວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ສະມາຊິກສະພາແຫ່ງຊາດຊຸດທີ IX ປະທານ ສທໜຊ ແລະ ທ່ານ ຊານໄຊ ພານທອງສິຣິຍະກູນ ອະທິການບໍດີມະຫາວິທະຍາໄລຂອນແກ່ນ ມີທ່ານ ພິລະສິດ ຄໍານວນສິນ ຄະນະບໍດີວິທະຍາໄລປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ບັນດາຄະນະບໍລິຫານງານ ສທໜຊ ປະທານສະມາຄົມທຸລະກິດໜຸ່ມແຂວງ ນອກນີ້ ຍັງມີຜູ້ປະກອບການ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງພາກລັດສອງປະເທດເຂົ້າຮ່ວມ. 

    ທ່ານ ຄໍາແສນ ສີສະວົງ ກ່າວວ່າ: ການຮ່ວມກັນຈັດສໍາມະນາຄັ້ງນີ້ ເປັນການແລກປ່ຽນຄໍາຄິດເຫັນໃນການພັດທະນາເສດຖະກິດ ການດໍາເນີນທຸລະກິດຂອງຜູ້ປະກອບການ ແລະ ການລົງທຶນໃນຂົງເຂດຕ່າງໆ ເພື່ອກຽມຄວາມພ້ອມ ແລະ ຍາດແຍ່ງເອົາໂອກາດຈາກໂຄງການເສັ້ນທາງລົດໄຟລາວ-ຈີນທີ່ຈະເປີດນໍາໃຊ້ຢ່າງເປັນທາງການວັນທີ 3 ທັນວາທີ່ຈະມາເຖິງນີ້ ພ້ອມນັ້ນ ຍັງເປັນການລິເລີ່ມການຮ່ວມມື ສຶກສາຄົ້ນຄວ້າ ພ້ອມເປີດໂອກາດເພື່ອຊອກຫາວິທີທາງ ວິທີການ ໃນການພັດທະນາສິນຄ້າດ້ານການບໍລິການ ແລະ ດ້ານອື່ນໆ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນປະເທດ ແລະ ໃນຂົງເຂດອາຊຽນ ກໍຄືການກາຍເປັນຄູ່ຄ້າກັບປະເທດຈີນ ໂດຍຄາດວ່າການສໍາມະນາດັ່ງກ່າວຈະເຮັດໃຫ້ຜູ້ປະກອບການ ກໍຄືປະຊາຊົນລາວ-ໄທ ຈະໄດ້ຮັບຜົນປະໂຫຍດຈາກທາງລົດໄຟລາວ-ຈີນ ແລະ ຈະມີຄວາມສໍາພັນຮ່ວມມືລະຫວ່າງຜູ້ປະກອບການ ກໍຄືນັກທຸລະກິດລະຫວ່າງລາວ ແລະ ໄທຕື່ມອີກ. 

    ທ່ານ ຊານໄຊ ພານທອງສິຣິຍະກູນ ກ່າວວ່າ: ການສໍາມະນາໃນຫົວຂໍ້ນີ້ ຍັງໄດ້ເຈາະເລິກເຖິງການພັດທະນາເສດຖະກິດໃນລະດັບທ້ອງຖິ່ນ ອັນເປັນຜົນຈາກໂຄງການລົດໄຟລາວ-ຈີນ ແລະ ມະຫາວິທະຍາ ໄລຂອນແກ່ນເລັງເຫັນວ່າ ການຈັດກິດຈະກໍາຮ່ວມກັນຄັ້ງນີ້ ຈະເກີດຜົນປະໂຫຍດຮ່ວມກັນທັງສອງຝ່າຍ ທັງເປັນໂອກາດສ້າງຄວາມຮູ້ ຄວາມເຂົ້າໃຈ ການຮ່ວມມື ແລະ ຈັບຄູ່ພັນທະມິດລະຫວ່າງກັນຂອງອົງກອນທຸລະກິດໃນລະດັບທ້ອງຖິ່ນຂອງສອງປະເທດໄດ້ເປັນຢ່າງດີ. 

    ສໍາລັບບັນດາຜູ້ເຂົ້າຮ່ວມສໍາມະນາທາງໄກຄັ້ງນີ້ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການລິເລີ່ມໂຄງການລົດໄຟເຊື່ອມຈອດລາວ-ຈີນ ການຫັນປ່ຽນຈາກທີ່ບໍ່ມີທາງອອກສູ່ທະເລ ມາສູ່ການເປັນຈຸດສໍາຄັນທີ່ເຊື່ອມຕໍ່ພາຍໃນກັບພາກພື້ນ ທາງລົດໄຟລາວ-ຈີນ ໃນຖານະທີ່ເປັນເຊື່ອມຕໍ່ສູ່ພາກອິສານ ແລະ ຂະຫຍາຍສູ່ເສັ້ນທາງເຊື່ອມຕໍ່ພາກພື້ນອາຊຽນ ຄວາມພ້ອມ ແລະ ໂອກາດຂອງທ້ອງຖິ່ນໃນການສ້າງລະບົບນິເວດ ແລະ ສະໜັບສະໜູນເສດຖະກິດລະດັບຮາກຖານ ເບິ່ງດ້ານໂອກາດ ແລະ ຄວາມສໍາຄັນຂອງລົດໄຟລາວ-ຈີນ ຕໍ່ການພັດທະນາທຸລະກິດທ້ອງຖິ່ນ ໂອກາດ ແລະ ຜົນກະທົບທາງບວກຂອງລົດໄຟລາວ-ຈີນ ຕໍ່ການພັດທະນາເສດຖະກິດທ້ອງຖິ່ນ  ແລະ  ການສັງເກດຂອງຜູ້ປະກອບການນັກທຸລະກິດຂະໜາດນ້ອຍ-ກາງ ອົງກອນທາງທຸລະກິດໄທ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!