ອົງການກວດສອບແຫ່ງລັດ ເລືອກເອົາເລຂາຄະນະພັກຊຸດໃໝ່

    ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ຈັດຂຶ້ນວັນທີ 26 ພະຈິກ 2021 ທີ່ສູນການຮ່ວມມື ແລະ ການເຝິກອົບຮົມສາກົນ (ICTC) ພາຍໃຕ້ຄຳຂວັນ ຍົກສູງຄວາມສາມາດການນໍາພາຂອງຄະນະພັກ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ ວຽກງານຍົກສູງຄຸນນະພາບຂອງການກວດສອບ ແລະ ວຽກງານປະສານສົມທົບແກ້ໄຂຜົນການກວດສອບ ເປັນປະທານຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານອົງການກວດສອບແຫ່ງລັດ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ ສະມາຊິກພັກອາວຸໂສ-ບຳນານ ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນ.

    ສະຫາຍ ມະໄລທອງ ກົມມະສິດ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດລາຍການເມືອງ ໃນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງອົງຄະນະພັກອົງການກວດສອບແຫ່ງລັດ ໄລຍະ 5 ປີຜ່ານມາ (2016-2020) ກອງປະຊຸມຄັ້ງນີ້ ໄດ້ກຳນົດທິດທາງແຜນການໃນ 5 ປີ ຕໍ່ໜ້າ (2021-2025) ປະກອບມີ 6 ຄາດໝາຍ ແລະ 8 ວຽກງານຈຸດສຸມ ເພື່ອພັດທະນາວຽກງານກວດສອບແຫ່ງລັດຢ່າງຮອບດ້ານ ນອກຈາກນີ້ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກສະໄໝທີ II ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ມີຜູ້ຮັບສະໝັກເລືອກຕັ້ງຈຳນວນ 15 ສະຫາຍ ເລືອກເອົາ 11 ສະຫາຍ ໂດຍໄດ້ເລືອກເອົາສະຫາຍ ມະໄລທອງ ກົມມະສິດ ເປັນເລຂາຄະນະພັກ ສະຫາຍ ເຄ ລໍວັນໄຊ ເປັນຮອງເລຂາຄະນະພັກ ທັງເປັນປະທານກວດກາພັກ ແລະ ສະຫາຍນາງ ສີຕານ ໄຊຍະວົງເພັດ ແລະ ສະຫາຍ ຄຳຕານ ແສນນະຄຳ ເປັນຮອງປະທານກວດກາພັກ. 

    ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດຊຸດໃໝ່ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດຊຸດໃໝ່ ເອົາໃຈໃສ່ນຳພາທາງດ້ານການເມືອງ-ແນວຄິດ ຕິດພັນການການນຳພາວຽກງານວິຊາສະເພາະ ແລະ ການບຳລຸງກໍ່ສ້າງ ບຳລຸງຍົກລະດັບທາງດ້ານວິຊາການໃຫ້ພະນັກງານ-ນັກກວດສອບ ຍົກສູງຄຸນນະພາບວຽການກວດສອບ ເອົາໃຈໃສ່ກໍ່ສ້າງພັກ ປັບປຸງແບບແຜນການນຳພາຂອງຄະນະພັກແຕ່ລະຂັ້ນ ສ້າງຮາກຖານພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ນຳພາ-ຊີ້ນຳ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເປັນແຜນງານ ໂຄງການ ແລະ ແຜນການນຳພາ ແຜນການປະຕິບັດງານຢ່າງລະອຽດ ພ້ອມທັງເຜີຍແຜ່ໃຫ້ຄະນະພັກ ແລະ ສະມາຊິກພັກແຕ່ລະຂັ້ນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນໃນການຈັດຕັ້ງປະຕິບັດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!