ວາງບູລິມະສິດ ຊຸກຍູ້ການສອນ ປັບປຸງມາດຕະຖານອາຊີບຫຼັກສູດໃໝ່ ຕາມຄວາມຕ້ອງການຕະຫຼາດແຮງງານ

ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ການ​ນຳ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ໄດ້​ເອົາ­ໃຈ­ໃສ່​ພັດ­ທະ­ນາ​ຂະ­ແໜງ­ການ​ຕ່າງໆ ໃນ​ນີ້​ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ກໍ່​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ​ເຊັ່ນ ສຳ­ເລັດ​ການ​ປະ­ກອບ​ອຸ­ປະ­ກອນ​ເຕັກ­ນິກ​ໃຫ້​ແກ່ 8 ວິ­ທະ­ຍາ­ໄລ ໃນ 16 ສາ­ຂາ​ວິ­ຊາ ພາຍ​ໃຕ້​ໂຄງ­ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ປະ­ກອບ​ອຸ­ປະ­ກອນ​ເຕັກ­ນິກ​ໃຫ້​ແກ່​ໂຮງ­ຮຽນ​ເຕັກ­ນິກ​ວິ­ຊາ​ຊີບ​ແຂວງ​ບໍ່​ແກ້ວ ບໍ​ລິ​ຄຳ​ໄຊ ແລະ ສະ​ຖາ​ບັນ​ພັດ­ທະ­ນາ​ອາ­ຊີ­ວະ​ສຶກ​ສາ​ໃນ 9 ສາ­ຂາ​ວິ­ຊາ​ຮຽນ​ມູນ​ຄ່າ 1.380.000 ເອີ​ໂຣ ຫຼື ປະ­ມານ 13,38 ຕື້​ກີບ ພາຍ​ໃຕ້​ໂຄງ­ການ​ຮ່ວມ​ມື​ລາວ-ເຢຍ​ລະ​ມັນ ຈັດ​ຊື້​ອຸ­ປະ­ກອນ​ເຕັກ­ນິກ ແລະ ສາ­ຂາ​ສ້ອມ­ແປງ​ລົດ ຈອດ​ໂລ­ຫະ ໄຟ­ຟ້າ​ຄວບ​ຄຸມ ໄຟ­ຟ້າ​ແສງ​ຕາ­ເວັນ​ໃຫ້​ແກ່ 4 ສະ­ຖານ​ອາ­ຊີ­ວະ​ສຶກ​ສາ ພາຍ​ໃຕ້​ໂຄງ­ການ​ຣາດ​ຊະ​ບູ​ລີ ສ້າງ​ສື່ ແລະ ພິມ​ປື້ມ​ຄູ່​ມື​ການ​ສອນ​ໄຟ­ຟ້າ​ແສງ​ຕາ­ເວັນ​ຈຳ­ນວນ 1.200 ຊຸດ ເຄື່ອງ​ຈຳ­ລອງ​ພາກ​ປະ­ຕິ­ບັດ 4 ຊຸດ ສ້າງ ແລະ ປັບ­ປຸງ​ຄູ່​ມື ເຄື່ອງ­ມື ທົດ​ລອງ​ນຳ​ໃຊ້​ເກັບ​ກຳ​ຂໍ້​ມູນ​ນັກ​ສຶກ​ສາ​ຮຽນ​ຈົບ​ຈາກ​ສະ­ຖານ​ອາ­ຊີ­ວະ​ສຶກ​ສາ​ພາກ​ລັດ 24 ແຫ່ງ ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ອາ­ຊີ­ວະ​ສຶກ​ສາ.

ເພື່ອ​ເຮັດ​ໃຫ້​ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມ­ແຂງ​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ສະ­ນັ້ນ​ຈຶ່ງ​ໄດ້​ວາງ​ບູ​ລິ​ມະ​ສິດ​ຕົ້ນ­ຕໍ​ຄື ຊຸກ­ຍູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ຮຽນ​ການ​ສອນ​ຮູບ​ແບບ​ຕ່າງໆ ໃນ​ສະ­ຖານ​ອາ­ຊີ­ວະ​ສຶກ​ສາ ປັບ­ປຸງ​ມາດ­ຕະ­ຖານ​ອາ­ຊີບ ແລະ ຫຼັກ­ສູດ​ໃໝ່​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ແຮງ​ງານ ໃຫ້​ໄດ້​ຈຳ­ນວນ 15 ມາດ­ຖານ ສ້າງ ແລະ ພັດ­ທະ­ນາ​ຄູ່​ມື ເອ­ກະ­ສານ​ການ​ຮຽນ​ໃຫ້​ໄດ້ 28 ວິ­ຊາ ພັດ­ທະ­ນາ ຄົ້ນ­ຄວ້າ​ຄູ່​ມື​ການ​ປະ​ເມີນ​ຫຼັກ­ສູດ​ອາ­ຊີ­ວະ​ສຶກ​ສາ ຮ່ວມ​ມື​ກັບ​ວິ­ທະ­ຍາ­ໄລ​ເຕັກ­ນິກ-ວິ­ຊາ​ຊີບ​ຂອງ ສປ ຈີນ ເພື່ອ​ສ້າງ​ຫຼັກ­ສູດ​ລະ­ບົບ 2+1 ກ່ຽວ​ກັບ​ເຕັກ­ນິກ​ການ​ລົດ­ໄຟ​ໃຫ້​ໄດ້ 2 ຫຼັກ­ສູດ ສ້າງ​ພັດ­ທະ­ນາ​ຫຼັກ­ສູດ​ພາ­ສາ​ອັງ­ກິດ​ທຸ­ລະ​ກິດ ການ​ຕະ­ຫຼາດ​ອອນ​ລາຍ ການ​ສ້າງ​ເວັບ​ໄຊ ການ​ສ້າງ​ຮູບ​ແບບ​ທຸ­ລະ​ກິດ​ຂອງ​ສູນ​ພັດ­ທະ­ນາ​ຜູ້​ປະ­ກອບ​ກິດ­ຈະ­ການ​ລາວ-ອິນ​ເດຍ ສ້າງ​ຫຼັກ­ສູດ​ໄລ­ຍະ​ສັ້ນ​ລາຍ​ວິ­ຊາ ການ​ປະ­ກອບ​ກິດ­ຈະ­ການ​ເພື່ອ​ນຳ­ໄປ​ສອນ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ລະ­ດັບ​ຕ່າງໆ ສືບ­ຕໍ່​ສ້າງ​ຄູ​ອາ­ຊີ­ວະ​ສຶກ​ສາ​ດ້ານ​ເຕັກ­ນິກ​ການ​ລົດ­ໄຟ​ທີ່​ສົ່ງ​ໄປ​ຮຽນ​ຢູ່ ສປ ຈີນ ເພື່ອ​ມາ​ເປັນ​ຄູ​ສອນ​ໃຫ້​ແກ່​ວິ­ທະ­ຍາ­ໄລ​ເຕັກ­ນິກ​ການ​ລົດ­ໄຟ​ມິດ­ຕະ­ພາບ​ລາວ-ຈີນ ຈຳ­ນວນ 10 ຄົນ ປັບ­ປຸງ​ລະ­ບົບ​ຖານ​ຂໍ້​ມູນ​ອາ­ຊີ­ວະ​ສືກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ພັດ­ທະ­ນາ​ເນື້ອ​ໃນ​ເວັບ​ໄຊ​ອາ­ຊີ­ວະ​ສຶກ​ສາ​ສ້າງ​ຝັນ ລະ­ບົບ​ລົງ­ທະ­ບຽນ​ອອນ​ລາຍ ເພື່ອ​ເຊື່ອມ​ໂຍງ​ກັບ​ລະ­ບົບ​ຖານ​ຂໍ້​ມູນ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ຮ່ວມ​ມື​ກັບ​ພາກ​ເອ­ກະ​ຊົນ ໃນ​ການ​ປັບ­ປຸງ​ໂຄງ​ລ່າງ​ອິນ​ເຕີ​ເນັດ​ຂອງ​ສະ­ຖານ​ອາ­ຊີ­ວະ​ສຶກ​ສາ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ສະ­ຖານ​ອາ­ຊີ­ວະ​ສຶກ​ສາ ກ່ຽວ​ກັບ​ການ​ພັດ­ທະ­ນາ​ເວັບ​ໄຊ ສ້າງ​ຄູ່​ມື​ເພື່ອ​ແນະ­ນຳ​ໃຫ້​ຄຳ​ປຶກ­ສາ​ດ້ານ​ອາ­ຊີບ ການ​ຊອກ​ວຽກ​ເຮັດ​ງານ​ທຳ ຕິດ­ຕາມ​ອະ­ດີດ​ນັກ​ສຶກ​ສາ​ອາ­ຊີ­ວະ​ສຶກ​ສາ​ໃນ 3 ສົກ­ຮຽນ​ຜ່ານ​ມາ ສືບ­ຕໍ່​ປະ­ສານ​ງານ​ກັບ 8 ວິ­ທະ­ຍາ­ໄລ​ດຳ­ເນີນ​ການ​ສຳ​ຫຼວດ​ຄວາມ​ຕ້ອງ­ການ​ແຮງ​ງານ​ຂອງ​ຜູ້​ປະ­ກອບ​ການ ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ ແລະ ບຸກ​ຄະ­ລາ​ກອນ​ຫ້ອງ­ການ​ສະ­ພາ​ທີ່​ປຶກ­ສາ​ອາ­ຊີ­ວະ​ສຶກ​ສາ ໜ່ວຍ​ງານ​ກຸ່ມ​ອາ­ຊີບ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ສະ­ພາ​ທີ່​ປຶກ­ສາ​ອາ­ຊີ­ວະ​ສຶກ​ສາ​ຂັ້ນ​ແຂວງ ແລະ ອື່ນໆ.

error: Content is protected !!