ສະຫະກອນທົ່ງມັ່ງ ຂະຫຍາຍເນື້ອທີ່ການຜະລິດເພີ່ມເປັນ 31,5 ເຮັກຕາ

    ທ່ານ ນາງ ຄໍາມອນ ຫຼວງລາດ ຫົວໜ້າສະຫະກອນປູກພືດອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນຕົວແບບການດໍາເນີນກິດຈະການປູກພືດຜັກຂອງກຸ່ມກະສິກໍາອິນຊີ ຕໍ່ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນແມ່ຍິງລາວທົ່ວປະເທດອາທິດຜ່ານມາວ່າ: ສະຫະກອນອິນຊີບ້ານທົ່ງມັ່ງ ສ້າງຕັ້ງຂຶ້ນວັນທີ 12 ພຶດສະພາ 2015 ເບື້ອງຕົ້ນແມ່ນສ້າງເປັນກຸ່ມກະສິກໍາອິນຊີ ມີສະມາຊິກທັງໝົດ 12 ຄອບຄົວ ການດໍາເນີນເບື້ອງຕົ້ນ ເລີ່ມຈາກການນໍາໃຊ້ທີ່ດິນຂອງຄອບຄົວໃຜລາວ ເຊິ່ງເຮັດໃຫ້ພົບຄວາມຫຍຸ້ງຍາກໃນການບໍລິຫານຈັດການພາຍໃນກຸ່ມ ມາຮອດທ້າຍປີ 2015 ໄດ້ຈັດສັນເນື້ອທີ່ການຜະລິດດິນໃຫ້ໃໝ່ ໂດຍການເຊົ່າດິນເນື້ອທີ່ 1,5 ເຮັກຕາ ມາຮອດປີ 2017 ຊາວສວນເຫັນວ່າການປູກຜັກອິນຊີມີລາຍໄດ້ດີ ການຂາຍລາຄາກໍດີ ຈຶ່ງຂະຫຍາຍເນື້ອທີ່ອອກຈາກ 1,5 ເຮັກຕາເປັນ 4 ເຮັກຕາ ຂະຫຍາຍສະມາຊິກເພີ່ມຕື່ມເປັນ 18 ຄອບຄົວ ພິເສດ ໃນປີ 2017 ໄດ້ເຂົ້າເປັນສະມາຊິກເຄືອຂ່າຍຊາວກະສິກອນລາວ ໄດ້ນໍາສະເໜີຂໍໃບຢັ້ງຢືນມາຕຕະຖານອິນຊີຈາກກົມປູກຝັງຢ່າງເປັນທາງການ ເພື່ອເປັນການຢັ້ງຢືນຜົນຜະລິດເປັນສິນຄ້າ ພ້ອມດຽວກັນນັ້ນ ຍັງໄດ້ຂະຫຍາຍເຮືອນຮົ່ມຈາກ 15 ຫຼັງ ເພີ່ມຂຶ້ນເປັນ 50 ຫຼັງ ນອກນີ້ ໄດ້ປັບປຸງພື້ນຖານໂຄງລ່າງໄຟຟ້າ ແລະ ເຈາະນໍ້ບາດານ 5 ບໍ່ ເຊິ່ງພາຍຫຼັງທີ່ໄດ້ເຂົ້າເປັນສະມາຊິກເຄືອຂ່າຍຊາວກະສິກອນລາວແລ້ວ ເຫັນວ່າອົງການຈັດຕັ້ງສາກົນເຂົ້າມາຊຸກຍູ້ ສະໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ໃນຫຼາຍດ້ານ ແລະ ໄດ້ຮັບການຊ່ວຍເຫຼືອໃນການວາງແຜນຜະລິດການຕະຫຼາດຈາກຫຼາຍພາກສ່ວນ ມາຮອດປີ 2019 ໄດ້ນຳຜົນຜະລິດເຂົ້າໃນຕະຫຼາດເຊັ່ນ: ວຽງຈັນເຊັນເຕີ ອາທິດໜຶ່ງ 3 ມື້ຄື: ວັນພຸດ ວັນສຸກ ແລະ ວັນອາທິດ ລິບປິ້ງອາທິດລະ 200 ກິໂລ ບໍລິສັດເມືອງລາວຄໍ້າປະກັນສະບຽງອາຫານມື້ລະ 150 ກິໂລ ອັນໄດ້ເຮັດໃຫ້ຊາວສວນຜະລິດພືດຜັກບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ຈຶ່ງຂະຫຍາຍເນື້ອທີ່ຈາກ 4 ເຮັກຕາ ມາເປັນ 31,5 ເຮັກຕາ ມາຮອດວັນທີ 24 ຕຸລາ 2020 ກຸ່ມປູກຜັກອິນຊີທົ່ງມັ່ງໄດ້ປະກາດເປັນສະຫະກອນກະສິກໍາອິນຊີທົ່ງມັ່ງຢ່າງເປັນທາງການ.

    ທິດທາງໃນຕໍ່ໜ້າ ການຜະລິດຈະເລັ່ງໃສ່ເປົ້າໝາຍຜູ້ມີເງິນໜ້ອຍໃຫ້ໄດ້ບໍລິໂພກພືດຜັກປອດສານພິດຈະໃຫ້ມີພືດຜັກອິນຊີເຂົ້າເຖິງຕະຫຼາດໃນທຸກລະດັບ ເພີ່ມປະລິມານການຜະລິດໃຫ້ມີຄຸນນະພາບ ແລະ ຫຼາຍຂຶ້ນ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດໃຫ້ລູກຄ້າ ຫຼື ຜູ້ບໍລິໂພກໄດ້ບໍລິໂພກພືດຜັກໝາກໄມ້ທີ່ປາສະຈາກສານເຄມີຫຼາຍຂຶ້ນ ຂະຫຍາຍສະມາຊິກໃຫ້ເພີ່ມຂຶ້ນ ຂະຫຍາຍເຮືອນຮົ່ມໃຫ້ໄດ້ 10 ຫຼັງຕໍ່ຄອບຄົວ ເຮັດໃຫ້ການຜະລິດໃຫ້ເປັນລະບົບທີ່ດີຂຶ້ນກວ່າເກົ່າ ເພື່ອໃຫ້ສອດຄ່ອງຕາມຄວາມຕ້ອງການຂອງຕະຫຼາດ ສ້າງຕ່ອງໂສ້ການຜະລິດໃຫ້ຄົບວົງຈອນ ເຕົ້າໂຮມການຜະລິດໃຫ້ເປັນໜຶ່ງດຽວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!