ນວ ເປີດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ນັກຮຽນລະດັບມັດທະຍົມ

    ພິທີເປີດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ນັກຮຽນລະດັບມັດທະຍົມທົ່ວນະຄອນ ຫຼວງວງວຽງຈັນ ທີ່ມີອາຍຸແຕ່ 12-17 ປີ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 26 ພະຈິກ 2021 ທີ່ໂຮງ ຮຽນມັດທະຍົມສົມບູນສົມປັນຍາ ບ້ານຊ້າງຄູ້ ເມືອງໄຊທານີ ເຂົ້າຮ່ວມໃນພິທີ ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສະໜອງ ທອງຊະນະ ໄດ້ມີຄໍາເຫັນກ່າວເປີດຂະບວນການສັກວັກຊິນຄັ້ງນີ້ວ່າ: ການສັກວັກຊິນປ້ອງກັນໂຄວິດ-19 ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ເພື່ອສ້າງພູມຄຸ້ມໃຫ້ແກ່ຮ່າງກາຍ ຫຼຸດ ຜ່ອນການຕິດເຊື້ອ ຫຼຸດຜ່ອນຄວາມຮຸນແຮງ ແລະ ຫຼຸດຜ່ອນການເສຍຊີວິດຈາກພະຍາດດັ່ງກ່າວ ລັດຖະ ບານໄດ້ກໍານົດເປົ້າໝາຍສັກວັກຊິນໃຫ້ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ໃຫ້ກວມຫຼາຍກວ່າ 50% ຂອງຈໍານວນປະຊາກອນໃນທົ່ວປະເທດໃນປີ 2021 ແລະ ມາຮອດປັດຈຸບັນ ເຫັນວ່າອັດຕາການສັກວັກຊິນເຂັມທີ 1 ແມ່ນບັນລຸແລ້ວຫຼາຍກວ່າ 51% ສ່ວນເຂັມທີ 2 ແມ່ນບັນລຸຫຼາຍກວ່າ 45% ແລະ ຈະສູ້ຊົນເລັ່ງໃຫ້ບັນລຸເປົ້າໝາຍວາງໄວ້ໃນປີນີ້ ສໍາລັບການສັກວັກຊິນໃຫ້ນັກຮຽນມັດທະຍົມໃນເກນອາຍຸ 12-17 ປີນີ້ ແມ່ນກຸ່ມເປົ້າໝາຍໃໝ່ ແລະ ເປັນກຸ່ມທີ່ກວມອັດຕາສ່ວນປະຊາກອນສູງສົມຄວນ ເຊິ່ງມີຈໍານວນປະມານ 83 ພັນກວ່າຄົນໃນທົ່ວນະຄອນຫຼວງວຽງຈັນ ໂດຍຕັ້ງເປົ້າໝາຍໃຫ້ສໍາເລັດການສັກເຂັມທີ 1 ນັບແຕ່ມື້ເປີດຂະ ບວນການນີ້ໄປຮອດວັນທີ 5 ທັນວາ 2021 ແລະ ແຕ່ວັນທີ 20-26 ທັນວາ 2021 ແມ່ນໃຫ້ສໍາເລັດເຂັມທີ 2 ເພື່ອຮັບປະກັນໃຫ້ແກ່ການກະກຽມເປີດການຮຽນ-ການສອນໃນທົ່ວນະຄອນຫຼວງວຽງຈັນໃນໄວໆນີ້.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!