ຫາລືຂອບແຜນງານຮ່ວມມືພັດທະນາຂະແໜງການກະເສດ

     ກອງປະຊຸມປືກສາຫາລືກ່ຽວກັບກອບແຜນງານຮ່ວມມືການກະເສດລະຫວ່າງອົງການອາຫານ ແລະ ການກະເສດ (FAO) ປະຈໍາລາວ ແບບທາງໄກ ເພື່ອນໍາສະເໜີຜົນການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງປະເທດແຕ່ປີ 2016-2021 ພ້ອມນໍາສະເໜີແຜນການຮ່ວມມືໄລຍະປີ 2021-2026 ຈັດຂຶ້ນວັນທີ 24 ພະຈິກ 2021 ເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈໍາ ລາວ ມີຫົວໜ້າ ຮອງຫົວໜ້າກົມ ສະຖາບັນອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງ ຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

    ທ່ານ ທອງພັດ ວົງມະນີ ກ່າວວ່າ:ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄໍາໝັ້ນສັນຍາ ເພື່ອຮັບປະກັນການຄໍ້າປະກັນດ້ານສະບຽງອາຫານ ໂພຊະນາການ ກະສິກຳແບບຍືນຍົງ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ການປັບຕົວຂອງກະສິກຳເຂົ້າກັບການປ່ຽນແປງດິນຟ້າອາກາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງ ສປປ ລາວ ໃນທົດສະວັດທີ່ຈະມາເຖິງ ສະນັ້ນ ການຮ່າງກອບແຜນງານຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ແມ່ນຄວາມພະຍາຍາມຮ່ວມກັນລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການ FAO ເພື່ອປັບປຸງກົນໄກການຮ່ວມມືເພື່ອການພັດທະນາຂະແໜງການໃຫ້ດີກວ່າເກົ່າ ເຊິ່ງໄດ້ເຊື່ອມໂຍງເຂົ້າກັນກັບວາລະການພັດທະນາແຫ່ງຊາດເປັນຢ່າງດີ ໂດຍສະເພາະຕິດພັບກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຍຸດທະສາດພັດທະນາກະສິກຳ ແລະ ອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!