ວັນທີ 25 ພະຈິກ 2021 ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງດັ່ງກ່າວ ເປັນປະ ທານຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ມີຄະນະປະຈໍາພັກ ກໍາມະການພັກເມືອງ ຫ້ອງການທີ່ກ່ຽວຂ້ອງເມືອງ ນັກທຸລະກິດ ຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ບັນດາທ່ານທີ່ເຂົ້າຮ່ວມກໍໄດ້ຮັບຟັງການຜ່ານຂໍ້ຕົກລົງເຈົ້າເມືອງຫົງສາ ເລກທີ 702/ຈມຫສ ລົງວັນທີ 12 ພະຈິກ 2021 ວ່າດ້ວຍການແຕ່ງຕັ້ງຄະນະຄົ້ນຄວ້າກະກຽມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມເມືອງຫົງສາ ແລະ ຂໍ້ຕົກລົງເລກທີ 689/ຈມຫສ ລົງວັນທີ 16 ພະຈິກ 2021 ວ່າດ້ວຍການອະນຸມັດໃຫ້ດໍາເນີນກອງປະຊຸມເລືອກຕັ້ງສະມາຄົມທຸລະກິດໜຸ່ມຂອງເມືອງຫົງສາ ແລະ ຮັບຟັງການຜ່ານຮ່າງຂໍ້ກໍານົດກ່ຽວກັບການເຄື່ອນໄຫວວຽກງານຂອງສະມາຄົມນັກທຸລະກິດໜຸ່ມໂດຍຫຍໍ້ ແລະ ຜ່ານຈຳນວນຫົວໜ່ວຍທຸລະກິດ ຜູ້ປະກອບການທີ່ມີເງື່ອນໄຂຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ຈຳນວນ 30 ທ່ານ ຍິງ 2 ທ່ານ ໂດຍມີຜູ້ເຂົ້າຮ່ວມສະໝັກເລືອກຕັ້ງ 9 ທ່ານ ຍິງ 1 ທ່ານ.
ຜ່ານການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ໂດຍມີຜູ້ເຂົ້າຮ່ວມສະ ໝັກເລືອກຕັ້ງ 9 ທ່ານ ຍິງ 1 ທ່ານ ແລະ ເລືອກເອົາ 7 ທ່ານ ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາ ທ່ານ ອານຸລັກ ໄຊຍະວົງ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ທ່ານ ບຸນຈີນ ທໍາມະວົງ ເປັນຮອງປະທານ ທັງເປັນປະທານກວດກາ ທ່ານ ສິງ ວັນນະພະຜົນ ເປັນຮອງປະທານ ທັງເປັນຮອງປະທານກວດກາສະມາຄົມນັກທຸລະກິດໜຸ່ມ ແລະ ຮັບຮອງເອົາ 4 ທ່ານ ເພີ່ມເປັນຄະນະສະມາຄົມນັກທຸລະກິດໜຸ່ມອີກຕື່ມ.

