ວັນນີ້ ສປປ ລາວ ຍັງກວດພົບຜູ້ຕິດເຊື້ອໂຄວິດຈໍານວນຫຼາຍ ພ້ອມມີຜູ້ເສຍຊີວິດໃໝ່ເພີ່ມອີກ 4 ຄົນ​

    ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ດຣ. ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຖະແຫຼງ​ຂ່າວ​ປະ​ຈໍາ​ວັນທີ​ 26 ພະຈິກ 2021 ​ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 25 ພະຈິກ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວີດ-19 ທັງໝົດ 5.​627 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.​510 ຄົນ (ຕິດເຊື້ອພາຍໃນ 1.​509 ຄົນ ແລະ ກໍລະນີນຳເຂົ້າ 1 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ຈໍານວນ​ດັ່ງກ່າວ​ມາຈາກ 18 ແຂວງ ເຊີ່ງ​ມີ​ລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ
  2. ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ
  3. ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  4. ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ
  5. ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ
  6. ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ
  7. ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ
  8. ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  9. ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  10. ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  11. ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  12. ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ
  13. ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ
  14. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ
  15. ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ
  16. ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  18. ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນມີ 1 ຄົນຈາກແຂວງບໍລິຄຳໄຊ ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 68.832 ຄົນ ເສຍຊີວິດສະສົມ 148 ຄົນ (ໃໝ່ 04) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 24 ພະຈິກຜ່ານມາ 761ຄົນ ແລະ ກໍາລັງປິ່ນປົວ 10.​981 ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 4 ຄົນ ມີດັ່ງນີ້: ຜູ້ທີ1 ເພດຍິງ ອາຍຸ 64 ປີ ອາຊີບ: ແມ່ເຮືອນບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນມີພະຍາດປະຈຳຕົວ: ຄວາມດັນເລືອດສູງ ຜູ້​ທີ2 ເພດຍິງ ອາຍຸ 72 ປີ ບ້ານຄໍາຮຸ່ງ ເມືອງໄຊທານີນະຄອນຫຼວງ​ວຽງຈັນ ມີພະຍາດປະຈໍາຕົວ: ເບົາຫວານ ຄວາມດັນເລືອດສູງນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ ສັກຢາວັກຊີນຄົບ ຜູ້ທີ3ເພດຍິງ, ອາຍຸ 44 ປີ ບ້ານຫ້ວຍກໍ້ ເມືອງຈອມເພັດ ແຂວງຫຼວງພະບາງ ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ ຜູ້​ທີ4 ເພດຍິງອາຍຸ 51 ປີ ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງ​ວຽງຈັນ​ ມີພະຍາດປະຈຳໂຕ: ເບົາຫວານ ແລະ ໄດ້ສັກວັກຊີນສອງເຂັມຄົບ.​

# ຂ່າວ & ພາບ :  ລັດເວລາ

error: Content is protected !!