ຮ່ວມມືປັບປຸງ ສ້າງຄວາມເຂັ້ມແຂງບັນດາລັດວິສາຫະກິດລັດລົງທຶນ

    ພິທີເຊັນບົດບັນທຶກການຮ່ວມມືໃນການປັບປຸງລັດວິສາຫະກິດ ລະຫວ່າງທ່ານ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ກະຊວງການເງິນ ກັບທ່ານ ເທບສະຫວັນ ກິຕິຍະວົງ ອໍານວຍການບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ທ່ານ ອານຸກອນ ສຸທໍາມະວົງ ຜູ້ອໍານວຍການບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ໄດ້ມີຂຶ້ນວັນທີ 24 ພະຈິກ 2021 ທີ່ກະຊວງການເງິນ ມີທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ກົມ ປລປ ຕາງໜ້າ ກະຊວງການເງິນ ເຊັນບົດບັນທຶກການຮ່ວມມືກັບກຸ່ມບໍລິສັດຫຼັກຊັບ ສະບັບເລກທີ 5855/ກງ ລົງວັນທີ 22 ພະຈິກ 2021 (ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ບໍລິສັດ ຫຼັກຊັບລາວ-ຈີນ ຈໍາກັດ ແລະ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ) ແລະ ແຜນປະຕິຮູບລັດວິສາຫະກິດ 5 ປີ ຂອງກົມ ປລປ ເຊິ່ງຈຸດປະສົງຂອງບົດບັນທຶກການຮ່ວມມືຄັ້ງນີ້ ເພື່ອຮ່ວມມືກໍານົດຂອບເຂດໃນການສ້າງຄວາມເຂັ້ມແຂງໃຫ້ບັນດາວິສາຫະກິດລັດລົງທຶນ ໂດຍກຸ່ມບໍລິສັດຫຼັກຊັບເປັນທີ່ປຶກສາໃຫ້ແກ່ກົມ ປລປ ໃນວຽກງານປັບປຸງ-ປະຕິຮູບລັດວິສາຫະກິດ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດາລັດວິສາຫະກິດທີ່ຢູ່ໃນເປົ້າໝາຍເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາວິສາຫະກິດລັດລົງທຶນ ໂດຍກຸ່ມບໍລິສັດຫຼັກຊັບເປັນທີ່ປຶກສາໃຫ້ແກ່ກົມ ປລປ ໃນວຽກງານປັບປຸງ-ປະຕິຮູບລັດວິສາຫະກິດ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດາລັດວິສາຫະກິດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ນອກນັ້ນ ຍັງເປັນການຜັນຂະຫຍາຍການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຂະແຫນງການເງິນແຫ່ງລັດຮອດປີ 2025 ຜັນຂະຫຍາຍມະຕິລັດຖະບານ ເລກທີ 10/ລບ ແລະ ແຜນການ 5 ປີ ຂອງ ປລປ ປະຕິຮູບລັດວິສາຫະກິດຍຸດທະສາດໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິພາບ ເຮັດໜ້າທີ່ໃນການດັດສົມເສດຖະກິດ ແລະ ສ້າງລາຍຮັບເຂົ້າງົບປະມານ.

# ຮູບ – ຂ່າວ : ຂັນທະວີ

error: Content is protected !!