ຜົນສຳເລັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ຂັ້ນ ປ3

    ເຖິງແມ່ນວ່າຈະມີສິ່ງທ້າທາຍຕໍ່ກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍໄດ້ສໍາເລັດການເຝິກອົບຮົມຄູສອນຂັ້ນ ປ3 ແລະ ແຈກຢາຍສື່ການຮຽນການສອນສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ປີທີ 3 ໃນທົ່ວປະເທດ.

    ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ: ເປົ້າໝາຍລວມຂອງພວກເຂົາ ແມ່ນເພື່ອຮັບປະກັນໃຫ້ເດັກນ້ອຍທຸກຄົນ ໂດຍສະເພາະ ເດັກນ້ອຍທີ່ດ້ອຍໂອກາດ ໄດ້ສາມາດເຂົ້າເຖິງການສຶກສາທີ່ດີ ທັງສອງທ່ານສະແດງຄວາມຊົມເຊີຍຕໍ່ກັບບັນດາພະນັກງານສຶກສາທິການ ແລະ ກີລາ ໃນຂັ້ນສູນກາງ ຈົນເຖິງຂັ້ນທ້ອງຖິ່ນ ທີ່ໄດ້ສຸມໃສ່ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ3 ສະບັບປັບປຸງໃໝ່ ແລະ ຈັດຕັ້ງການຝຶກອົບຮົມຄູສອນຂັ້ນ ປ3 ໃນທົ່ວປະເທດ ເຖິງແມ່ນວ່າຈະມີສິ່ງທ້າທາຍຈາກສະພາບການລະບາດຂອງພະຍາດໂຄວິດ-19.

    ໄດ້ສໍາເລັດການຈັດພິມ ແລະ ແຈກຢາຍສື່ການຮຽນການສອນສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ປີທີ 3 ຈຳນວນ 612.600 ຫົວ ແລະ ແຈກຢາຍໃຫ້ທຸກເມືອງທົ່ວປະເທດກ່ອນເປີດສົກຮຽນ ຈັດເຝິກອົບຮົມຄູໃຫ້ແກ່ຄູຝຶກ ຈຳນວນ 663 ທ່ານ ແລະ ອົບຮົມຄູສອນຂັ້ນ ປ3 ແບບໜ້າເຊິ່ງໜ້າ ແຕ່ເດືອນກໍລະກົດ 2021 ຜ່ານມາ ໄດ້ຈັດເຝິກອົບຮົມຄູສອນຂັ້ນ ປ3 ຈໍານວນ 9.645 ທ່ານ ແລະ ຈັດອົບຮົມຄູສຶກສານິເທດຈຳນວນ 366 ທ່ານ ໃນ 148 ເມືອງທົ່ວປະເທດ ການເຝິກອົບຮົມແບບໜ້າເຊິ່ງໜ້າ ໄດ້ດໍາເນີນໃນຮູບແບບການຮັກສາໄລຍະຫ່າງ ພ້ອມທັງຮັບປະກັນໃນການຈັດຕັ້ງເພື່ອປະຕິບັດຕາມມາດຕະການໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດໃນທົ່ວປະເທດ ເຊິ່ງທັງສອງທ່ານໄດ້ລົງຢ້ຽມຢາມຕິດຕາມການເຝິກອົບຮົມຄູເຝິກສໍາລັບຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ3 ໜຶ່ງຄັ້ງ ນອກຈາກນີ້ ທ່ານທັງສອງຍັງໄດ້ແລກປ່ຽນຄວາມປະທັບໃຈໂດຍຜ່ານບົດສຳພາດໃນວິດີໂອດັ່ງກ່າວ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!