ເຊື່ອມຊຶມເອກະສານວາລະແຫ່ງຊາດ

   ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ແລະ ຄຳສັ່ງແນະນຳຂອງກະຊວງການເງິນ ຈັດຂຶ້ນວັນທີ 23 ພະຈິກ 2021 ຢູ່ພະແນກການເງິນ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ  ມີທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້້ອມດ້ວຍຄະນະນໍາຈາກກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ສໍາລັບເອກະສານທີ່ເຊື່ອມຊຶມໃນຄັ້ງນີ້ປະກອບມີ: ຄຳສັ່ງເລກທີ18/ນຍ ວ່າດ້ວຍການເພີ່ມທະວີ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ຄໍາສັ່ງສະບັບເລກທີ 20/ນຍ ວ່າດ້ວຍການກວດກາ ແລະ ການປະຕິບັດມາດຕະການຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ພ້ອມທັງຄໍາແນະນໍາ ແຈ້ງການຂອງກະຊວງການເງິນ ແລະ ແຈ້ງການສະບັບເລກທີ 4490/ນຍ ວ່າດ້ວຍການຄຸ້ມຄອງ ຊຸກຍູ້ສົ່ງເສີມອຳນວຍຄວາມສະດວກດ້ານພາສີ-ອາກອນ ຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ແລະ ເຄື່ອງຂອງ ແຈ້ງການສະບັບເລກທີ 4491/ນຍ ກ່ຽວກັບການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ຄໍາແນະນໍາວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ ກ່ຽວກັບການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ຄຳແນະນໍາສະບັບເລກທີ 5642/ກງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ຂໍ້ຕົກລົງສະບັບເລກທີ 61/ນຍ ວ່າດ້ວຍການກໍານົດເງື່ອນໄຂ ໃນການເຈລະຈາສັນຍາຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ທາດ ແຈ້ງການກ່ຽວກັບມາດຕະການຄຸ້ມຄອງ ແລະ ປະຕິບັດລາຍຈ່າຍງົບປະມານ ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ປີ 2021. ແຈ້ງການກ່ຽວກັບການປິດຮັບເອກະສານລາຍຈ່າຍງົບປະມານແຫ່ງລັດ ການສະຫຼຸບງົບປະມານບັນຊີ ແລະ ການສົ່ງບົດສະຫຼຸບລາຍງານການເງິນ ປະຈຳປີ 2021 ບົດແນະນຳ ກ່ຽວກັບການປິດສະຫຼຸບງົບປະມານ-ບັນຊີ ການສະຫຼຸບຂາດຕົວງົບປະມານ ແລະ ການຍົກຍອດບັນຊີ ປີ 2021 ໃນລະບົບຄັງເງິນ.

    ທັງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາທິດທາງແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຕິບັດຕາມວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອສ້າງຄວາມເປັນເອກະພາບລະດັບສູງຕໍ່ເນື້ອໃນຈິດໃຈຊີ້ນໍາ ແລະ ມີຄວາມຕັດສິນໃຈເດັດດ່ຽວໃນການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ຢູ່ໃນຄວາມຮັບຜິດຊອບຂອງບັນດາກະຊວງ ອົງການລັດ ທຽບເທົ່າກະຊວງ ນະຄອນຫຼວງ ແລະ ບັນດາແຂວງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດໃຫ້ຫຼາຍຂຶ້ນ.

# ຮູບ – ຂ່າວ : ລັດເວລາ

 

 

error: Content is protected !!