ຫຼາຍ​ສະໂມສອນ​ແຈ້ງ​ເຂົ້າ​ຮ່ວມ​ເຕະບານ​ເປບ​ຊີ​ລາວ ລີກ 1

     ອີງ​ຕາມ​ຂໍ້​ມູນ​ຈາກ​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ແຈ້ງ​ໃຫ້​ຊາບ​ວ່າ: ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ​ນັບ​ແຕ່​ໄລຍະ​ຕົ້ນ​ປີ​ຈົນ​ຮອດ​ປັດຈຸບັນ​ຢູ່​ໃນ​ໄລຍະ​ຢຸດ​ພັກ​ການ​ແຂ່ງຂັນ​ລາຍການ​ຕ່າງໆ​ຊົ່ວຄາວ ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ໂດຍ​ສະເພາະ​ລາຍການ​ເປບ​ຊີ​ລາວ​ລີກ 1 ລະດູ​ການ 2020 ກໍ​ຕ້ອງ​ເລື່ອນ​ວັນ​ເປີດ​ການ​ແຂ່ງຂັນ ເຊິ່ງ​ຕາມ​ກຳນົດ​ເວລາ​ເດີມ​ແມ່ນ​ວັນ​ທີ 25 ເມສາ 2020 ອອກ​ໄປ​ຈົນ​ກວ່າ​ສະພາບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຈະ​ສາມາດ​ຄວບ​ຄຸມ ແລະ ສະພາບ​ການ​ກັບ​ສູ່​ພາວະ​ປົກກະຕິ.

   ຢ່າງໃດ​ກໍ​ຕາມ​ເຖິງ​ຍັງ​ຫາ​ວັນ​ເວລາ​ເປີດ​ການ​ແຂ່ງຂັນ​ທາງ​ການ​ບໍ່​ໄດ້ ເມື່ອ​ບໍ່​ດົນ​ມາ​ນີ້​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ​ໄດ້​ປະກາດ​ປ່ຽນ​ຊື່​ລາຍການ​ແຂ່ງຂັນ​ຈາກ​ລາຍການ​ເດີມ ລາຍການ​ເປບ​ຊີ​ລາວ​ພຣີ​ເມຍ​ລີກ ປ່ຽນ​ມາ​ເປັນ​ລາຍການ​ເປບ​ຊີ​ລາວ​ລີກ 1 ໃນ​ລະດູ​ການ 2020 ນອກ​ນັ້ນ​ຍັງ​ປ່ຽນ​ຊື່ ລາຍການ​ເຕະບານ​ຄອນ​ມານ​ໂດ ສາຍ ກ ມາ​ເປັນ ຄອນ​ມານ​ໂດ​ລາວ​ລີກ 2 ນຳ​ອີກ​ດ້ວຍ.

   ສຳລັບ​ການ​ແຂ່ງຂັນ​ເປບ​ຊີ​ລາວ​ພຣີ​ເມຍ​ລີກ 2019 ມີ 6 ທີມ​ເຂົ້າ​ຮ່ວມ​ແຂ່ງຂັນ ໂດຍ​ແຂ່ງຂັນ 3 ຮອບ​ສ່ວນເປບ​ຊີລາວ​ລີກ 1 ປັດຈຸບັນ​ມີ 7 ສະໂມສອນ ແຈ້ງ​ເຈດ​ຈຳນົງ​ເຂົ້າ​ຮ່ວມ​ຊີງ​ໄຊ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ປະກອບ​ມີ: ສະໂມສອນ ລາວ​ໂຕ​ໂຢ​ຕ້າ ເອ​​ັຟ​ຊີ ດີກ​ຣີ​ແຊັມ 4 ສະໄໝ​ມາດ​ເຕີ 7 ເອ​​ັຟ​ຊີ​ຊ້າງ​ນ້ອຍ ເອ​​ັຟ​ຊີ​​ປກສ ເອ​​ັຟ​ຊີ​ວຽງ​ຈັນ ເອ​​ັຟ​ຊີ (ຈາກ​ແຂວງ​ວຽງ​ຈັນ) ວຽງ​ຈັນ ເອ​​ັຟ​ທີ ແລະ ເອ​ສຣາ ເອ​​ັຟ​ຊີ ສ່ວນ​ຮູບ​ແບບ​ການ​ແຂ່ງຂັນ​ແມ່ນ​ຈະ​ນຳ​ໃຊ້​ລະບົບ​ຂອງ​ປີຜ່ານມາ ໂດຍ​ແຂ່ງຂັນ​ແບບ​ພົບ​ກັນ​ໝົດ 3 ຮອບ.

error: Content is protected !!