ການແຂ່ງຂັນບານເຕະລາວລີກ 2 ປີ 2020 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ບໍ່ອະນຸຍາດໃຫ້ສະໂມສອນໃນການແຂ່ງຂັນລາວລີກ 1 ປະຈຳປີ 2020 ບໍ່ສາມາດສົ່ງທີມສຳຮອງ ຫຼື ທີມ 2 ຂອງສະໂມສອນເຂົ້າຮ່ວມແຂ່ງຂັນລາວລີກ 2 ປະຈຳປີ 2020 ແຕ່ສາມາດສົ່ງເຂົ້າຮ່ວມການແຂ່ງຂັນເຍົາວະຊົນຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ແລະ 18 ປີໄດ້ ພ້ອມກັນນີ້ເພື່ອເປັນການສ້າງໃຫ້ລາວລີກ 2 ມີຄວາມຫຼາກຫຼາຍດ້ານສະໂມສອນ ແລະ ມີການເຂົ້າຮ່ວມຂອງສະໂມສອນໃໝ່ຫຼາຍຂຶ້ນ ລວມທັງນັກກີລາໜ້າໃໝ່ໃນການແຂ່ງຂັນ ເພື່ອເປັນການຫຼຸດພາລະດ້ານງົບປະມານຂອງສະໂມສອນໃນການແຂ່ງຂັນ.

ທີມທີ່ໄດ້ຮັບລາງວັນຊະນະເລີດ ການແຂ່ງຂັນບານເຕະລາວລີກ 2 ປະຈຳປີ 2020 ຈະໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນລາວລີກ 1 ປະຈຳປີ 2021 ສ່ວນວັນເວລາເປີດການແຂ່ງຂັນ ເລື່ອນຈາກກຳນົດເດີມໃນວັນທີ 2 ພຶດສະພາ 2020 ອອກໄປຈົນກວ່າອອກໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ ແລະ ສະພາບການກັບສູ່ພາວະປົກກະຕິ.
ສຳລັບການແຂ່ງຂັນບານເຕະລາວລີກ 2 ປີ 2020 ມີທີມເຂົ້າຮ່ວມ 12 ທີມຄື: 5 ທີມຈາກປີ 2019 ມີ ກອງທັບ ເອັຟຊີ ອັນດັບ 3 ນະຄອນຫຼວງ ເອັຟຊີ ອັນດັບ 4 ເຄວສ ຢູໄນເຕັດ ອັນດັບ 10 ທຣີນີຕີ ເອັຟຊີ ອັນດັບ 11 ແລະ ເຄພີເອັສ ເອັຟຊີ ອັນດັບ 12 ສ່ວນ 7 ທີມນ້ອງໃໝ່ ມີ ແຄນລາວ ຢູໄນເຕັດເອັສອີຊີ ຢູໄນເຕັດລາວທ໋ອບ ເອັຟຊີບີແຄນ ຢູໄນເຕັດເຮັສບີທີ 941 ເອັຟຊີວຽງຈັນ ຢູໄນເຕັດ ແລະ ປະສານໃຈ ເອັຟຊີ.