ຕາມການລາຍງານຂ່າວຂອງສຳນັກຂ່າວ Xinhua ວ່າ: ນັກວິຊາການທີ່ກ່ຽວຂ້ອງກ່າວໃນວັນອັງ ຄານວານນີ້ວ່າເດັກນ້ອຍ 15 ຄົນໃນນະຄອນນິວຢອກ (NYC) ສະຫະລັດອາເມຣິກາ ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ດ້ວຍໂລກທີ່ອາດຈະພົວພັນກັບ COVID-19.
ທ່ານ Bill de Blasio ຜູ້ວ່ານະຄອນຫຼວງນິວຢອກ ໄດ້ກ່າວໃນບົດລາຍງານປະຈຳວັນຂອງລາວວ່າ: ເດັກນ້ອຍຈຳນວນດັ່ງກ່າວໄດ້ສະແດງອາການອັກ ເສບຫຼາຍລະບົບທີ່ມີໄຂ້ເປັນປະຈຳ ເປັນຕຸ່ມເປັນຜື່ນ ເຈັບທ້ອງ ຮາກ ໃນນັ້ນ 4 ຄົນ ໄດ້ກວດພົບຜົນບວກຂອງ COVID-19 ສ່ວນອີກ 6 ຄົນແມ່ນມີພູມຕ້ານທານ ເຖິງແມ່ນວ່າມີອາການທີ່ແຕກຕ່າງກັບຜູ້ທີ່ຕິດເຊື້ອ COVID-19 ຫຼາຍແສນຄົນ ແຕ່ການເກີດກໍລະນີນີ້ ມັນໄດ້ສ້າງຄວາມກັງວົນໃຈໃຫ້ກັບພວກເຮົາ.

ທ່ານ Oxiris Barbot ນັກວິຊາການຈາກ ຄະນະກຳມະການສາທາລະນະສຸກນະຄອນຫຼວງນິວຢອກ ກ່າວວ່າ: ກໍລະນີທີ່ກວດພົບນີ້ ຢູ່ລັດບອສຕັນ ແລະ ຟີລາເດລເຟຍ ກໍກວດພົບ 2-3 ກໍລະນີເຊັ່ນກັນ ພວກເຮົາບໍ່ແນໃຈວ່າຈະຈັດການແນວໃດກັບກໍລະນີທີ່ເກີດຂຶ້ນ ມີພຽງແຕ່ໄດ້ຕິດຕາມໄປໃນແຕ່ລະວັນກ່ຽວກັບທຸກກໍລະນີຂອງການລະບາດຂອງ COVID-19.
ຈາກກໍລະນີດັ່ງກ່າວເຮັດໃຫ້ພະແນກສາທາລະນະສຸກຂອງ ນະຄອນຫຼວງນິວຢອກ ໄດ້ແຈ້ງໃຫ້ຫົວໜ່ວຍໃຫ້ບໍລິການດ້ານສຸຂະພາບ ຕ້ອງໄດ້ລາຍງານດ່ວນຫາກກວດພົບຄົນເຈັບທີ່ມີອາການດັ່ງກ່າວ ທີ່ມີອາຍຸຕ່ຳກວ່າ 21 ປີ.
ພະແນກສາທາລະນະສຸກຂອງນິວຢອກ ຍັງໄດ້ລະບຸໃນບົດລາຍງານວ່າ: ຄົບເຈັບທີ່ຕິດເຊື້ອແມ່ນຈະມີອາການຄ້າຍຄືກັບ ການຊັກຈາກການຕິດເຊື້ອ (toxic shock) ຫຼື ໂຣກ Kawasaki ເຊິ່ງເປັນໂຣກແພ້ພູມຕົນເອງທີ່ບໍ່ພົບງ່າຍໃນຄົນເຈັບ ເຊິ່ງຈະສົ່ງຜົນໃຫ້ຫຼອດເລືອດແດງອັກເສບ.
ເຖິງແມ່ນວ່າຍັງບໍ່ພົບກໍລະນີທີ່ເສຍຊີວິດກໍຕາມ ຂະນະທີ່ເດັກນ້ອຍຈຳນວນດັ່ງກ່າວຫຼາຍກວ່າເຄິ່ງໜຶ່ງ ຕ້ອງການໃຫ້ມີການຕິດຕາມຄວາມດັນເລືອດ ແລະ ອີກ 5 ຄົນແມ່ນຕ້ອງການເຄື່ອງຊ່ວຍຫາຍໃຈ.
ສ່ວນຕົວເລກຜູ້ຕິດເຊື້ອ COVID-19 ໃນນະຄອນຫຼວງນິວຢອກ ຕາມບົດລາຍງານປະຈຳວັນຮອດຕອນແລງຂອງວັນອັງຄານ ທີ 5 ພຶດສະພາ ຜ່ານມາ ແມ່ນມີ 176.000 ກໍລະນີ.