ນາຍົກມາເລເຊຍ ເປີດນໍາໃຊ້ສູນນະວັດຕະກໍາໂຊລູເຊິນສໍາລັບລູກຄ້າຂອງຫົວເຫວີຍ

    ສູນນະວັດຕະກໍາໂຊລູເຊິນສໍາລັບລູກຄ້າຂອງຫົວເຫວີຍ (CSIC) ທີ່ໄດ້ຮັບການປັບປຸງໃໝ່ ໄດ້ເປີດນໍາໃຊ້ເປັນທາງການວັນທີ 23 ພະຈິກ 2021 ຢູ່ປະເທດມາເລເຊຍ ໂດຍທ່ານ Dato’ Sri Ismail Sabri Bin Yaakob ນາຍົກລັດຖະມົນຕີມາເລເຊຍ ເຊິ່ງການເປີດນໍາໃຊ້ສູນດັ່ງກ່າວເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງຍັກໃຫຍ່ດ້ານ ICT ລະດັບໂລກໃນປະເທດມາເລເຊຍ CSIC ຍັງມີຈຸດປະສົງເພື່ອຊ່ວຍເຫຼືອປະເທດ ໃນການເປັນສູນກາງດີຈີຕອນຂອງອາຊຽນຕື່ມອີກ.

    CSIC ຂອງຫົວເຫວີຍ ຖືກອອກແບບເປັນສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແລະ ສູນຄວາມເປັນເລີດເພື່ອຂັບເຄື່ອນລະບົບນິເວດແບບເປີດຂອງອຸດສາຫະກໍາ ແລະ ເລັ່ງການຫັນປ່ຽນເສດຖະກິດດີຈີຕອນໃນປະເທດມາເລເຊຍ CSIC ຕັ້ງ​ຢູ່ໃນ Integra Tower ໃຈກາງ​ນະຄອນຫຼວງກົວລາລໍາເປີ  ໄດ້​ຮວບ​ຮວມ​ແອັບພລິເຄຊັນ ​ແລະ ບໍລິການ​ອ້າງ​ອີງ​ຂອງ​ຫຼາຍກວ່າ 120 ບໍລິສັດ​ໃນ​ໂລກ ຄູ່ຮ່ວມງານລູກຄ້າ ແລະ ລູກຄ້າຂອງຫົວເຫວີຍ ສາມາດນຳໃຊ້ປະໂຫຍດຈາກແພລດຟອມນະວັດຕະກໍານີ້ ເພື່ອອອກແບບ ແລະ ທົດສອບໂຊລູເຊິນດ້ານເຕັກໂນໂລຊີ ກວດສອບຮູບແບບທຸລະກິດໃໝ່ ແລະ ເບິ່ງແຍງແອັບພລິ ເຄຊັນ ແລະ ການບໍລິການດ້ານນະວັດຕະກໍາໃຫ້ກັບທັງພາກລັດ ແລະ ເອກະຊົນ.

    ທ່ານ Dato’ Sri Ismail Sabri Bin Yaakob ໄດ້ສະແດງຄວາມຂອບໃຈຫົວເຫວີຍ ທີ່ໄດ້ເລັ່ງການຫັນປ່ຽນດ້ານດີຈີຕອນ ແລະ ສ້າງຄວາມເຂັ້ມແຂງໃຫ້ການພັດທະນາແພລດຟອມຂອງມາເລເຊຍໃນໄລ ຍະ 20 ປີຜ່ານມາ ພ້ອມທັງອວຍພອນໃຫ້ຫົວເຫວີຍມີຄວາມສຸກໃນວັນຄົບຮອບ 20 ປີ ພວກ​ເຮົາ​ຊື່ນຊົມ ແລະ​ ເຫັນ​ຄຸນຄ່າ​ໃນການ​ປະກອບສ່ວນ​ຂອງ​ຫົວເຫວີຍ ​ຕໍ່​ການ​ພັດທະນາ​ຄວາມສາມາດ​ດ້ານດີຈີ​ຕອນຂອງ​ປະ​ເທດ​ ຕົນໄດ້​ຮັບ​ຂ່າວ​ວ່າ ​ພະ​ນັກ​ງານ​ຂອງຫົວເຫວີຍມາ​ເລ​ເຊຍສ່ວນ​ໃຫຍ່​ ເປັນຄົນໃນ​ທ້ອງ​ຖິ່ນ ຄວາມສາມາດແມ່ນສ່ວນໜຶ່ງທີ່ສໍາຄັນໃນການເລັ່ງການຫັນເປັນດີຈີຕອນ ແລະ ​ເຊື່ອ​ໝັ້ນ​ວ່າ ມາ​ເລ​ເຊຍ​ມີ​ຄວາມ​ສາ​ມາດ​ໃນການຮວບຮວມຕົວກຸ່ມດີຈີຕອນ 100% ໂດຍ​ສະ​ເພາະໃນ​​ຊຸມ​ຊົນ​ທີ່​ມີຊ່ອງຫວ່າງ ແລະ ພູມໃຈທີ່ຈະເວົ້າວ່າ ການຮັບເອົາແນວຄິດຂອງ Keluarga ມາເລເຊຍ ຫົວເຫວີຍໄດ້ມີບົດບາດສໍາຄັນໃນການຊ່ວຍລັດຖະບານແກ້ໄຂບັນຫານີ້ ​ຫວັງ​ວ່າຈະມີ​ວິ​ສາ​ຫະ​ກິດ​ອອກມາຍ່າງຕາມທາງຫົວເຫວີຍຫຼາຍຂຶ້ນ.

    ​ທ່ານ Michael Yuan ຫົວໜ້າ​ບໍລິຫານ​ບໍລິສັດ ຫົວເຫວີຍ ມາ​ເລ​ເຊຍ ກ່າວວ່າ: CSIC ​ຈະ​ຊ່ວຍເລັ່ງ​ການ​ຫັນ​ເປັນ​ດີຈີ​ຕອນ​ຂອງ​ມາ​ເລ​ເຊຍ ​ແລະ ໝູນ​ໃຊ້​ຄວາມ​ສາມາດ​​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ຊ່ວຍ​ຊຸກຍູ້​ການ​ລົງທຶນ​ໃນ​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ​ໃຫ້​​ປະ​ເທດໄປພ້ອມກັນ ມັນ​ແມ່ນ​ຄວາມ​ເຊື່ອຂອງ​ພວກ​ເຮົາ​ ທີ່​ວ່າ​ປະ​ເທດ​ມາ​ເລ​ເຊຍ​ທີ່​ມີ​ການ​ເຊື່ອມ​ຕໍ່​ທີ່​ດີກ​ວ່າ​ ຈະ​ມີ​ອະນາຄົດ​​ຈະ​ເລີ​ນຮຸ່ງ​ເຮືອງ ປັດຈຸບັນພວກເຮົາຢູ່ໃນໄລຍະທີ່ການເຊື່ອມຕໍ່ຢູ່ທົ່ວທຸກແຫ່ງ ເຊິ່ງບໍ່ແມ່ນຄວາມຫຼູຫຼາອີກຕໍ່ໄປ ແຕ່ເປັນຄວາມຕ້ອງການທີ່ສໍາຄັນສໍາລັບປະເທດ ໃນການບັນລຸສະຖານະພາບການພັດທະນາຢ່າງເຕັມທີ່ ພວກ​ເຮົາ​ຫວັງ​ວ່າ​ຈະ​ມີ​ການ​ເຕີບ​ໂຕ​ໄປພ້ອມກັບ​ມາ​ເລ​ເຊຍ ເພື່ອ​ເປັນ​ສ່ວນ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ເຕັກ​ໂນ​ໂລ​ຊີຂອງ​ປະ​ເທດ​ ​ແລະ ສ້າງ​ອະນາຄົດ​ທີ່​ດີກ​ວ່າ​ຂອງ​ຊາວ​ມາ​ເລ​ເຊຍທຸກຄົນ.

    ບັນດາໂຊລູເຊິນທາງທຸລະກິດ ຫາທຸລະກິດທີ່ມີ ແລະ ວາງສະແດງຢູ່ CSIC ລວມມີ: ໂຊລູເຊິນ 5G ຂອງຫົວເຫວີຍທົ່ວໂລກ ລວມທັງໂຊລູເຊິນສຳລັບເມືອງອັດສະລິຍະ ແລະ ພາຫະນະອັດນະໂນມັດ ລະບົບ Smart Education ຂອງຫົວເຫວີຍ ການຮຽນຮູ້ແບບໄຮບີດ Cloud Computing ເປັນຈຸດເດັ່ນອັນໜຶ່ງທີ່ຫົວເຫວີຍກໍາລັງເຮັດວຽກຮ່ວມກັບ Telekom Malaysia Bhd (TM) ໃນ Alpha Edge ເຊິ່ງເປັນພື້ນຖານໂຄງລ່າງ Cloud ແລະ AI ທີ່ມາເລເຊຍເປັນເຈົ້າຂອງພຽງແຫ່ງດຽວສໍາລັບອົງກອນ ແລະ ສະຖາບັນຂອງລັດຖະບານ ທີ່ຮັບປະກັນສິດອະທິປະໄຕຂອງຂໍ້ມູນ ນອກນີ້ ຍັງໄດ້ວາງສະແດງລະບົບເຕັກໂນໂລຊີກະສິກໍາທີ່ທັນສະໄໝ ອຸປະກອນພື້ນຖານໂຄງລ່າງ ເຄືອຂ່າຍທີ່ນຳໃຊ້ຄວາມກ້າວໜ້າທາງເຕັກໂນໂລຊີຫຼ້າສຸດດ້ານ 5G ແລະ ໂທລະຄົມມະນາຄົມ ລວມທັງ RuralStar ຂອງຫົວເຫວີຍ ແລະ ອື່ນໆອີກ.

# ຂ່າວ -ພາບ : ສະບາໄພ

error: Content is protected !!