ບໍລິສັດ ຊີພີ ມອບເຄື່ອງຊ່ວຍເຫຼືອໃຫ້ອົງການກາແດງລາວ

    ວັນທີ 24 ພະຈິກ 2021 ທີ່ອົງການກາແດງລາວ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ຊີພີ ລາວ ຈຳກັດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງອົງການກາແດງລາວ ໂດຍສະເພາະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ກ່າວມອບໂດຍທ່ານ ບຸນສົ່ງ ມູນແກ້ວ ຜູ້ຈັດການທົ່ວໄປດ້ານບຸກຄົນ ແລະ ທຸລະການ ບໍລິສັດ ຊີພີ ລາວ ຈຳກັດ ແລະ ຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.​

    ໂອກາດນີ້ ທ່ານ ພູທອນ ເມືອງປາກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ຊີພີ ລາວ ຈຳກັດ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້ ເຊິ່ງປະກອບມີ: ໄຂ່ໄກ່ 30 ເເຕະ ນໍ້າດື່ມ 50 ແພັກ ລວມມູນຄ່າ 1,​5 ລ້ານກີບ ມາປະກອບສ່ວນເຂົ້າໃນວຽກງານດັ່ງກ່າວຄັ້ງນີ້ ໂດຍເຄື່ອງຈຳນວນດັ່ງກ່າວ ຈະໄດ້ນຳໄປແຈກຢາຍຊ່ວຍເຫຼືອຜູ້ປະສົບໄພໂຄວິດ-19 ຢູ່ສູນຈໍາກັດບໍລິເວນ ແລະ ໂຮງໝໍສະໜາມຫຼັກ 27 ທີ່ອົງການກາແດງລາວຮັບຜິດຊອບ ເຊິ່ງມີຄວາມຈໍາເປັນ ແລະ ຕ້ອງການເຄື່ອງຊ່ວຍເຫຼືອເປັນຈຳນວນຫຼາຍ ເນື່ອງຈາກປັດຈຸບັນ ອີງໃສ່ສະຖານະການໂຄວິດ-19 ຢູ່ ສປປ ລາວ ເຮົາຍັງມີການລະບາດ ແລະ ມີຕົວເລກຜູ້ຕິດເຊື່ອເພີ່ມຂຶ້ນໃນແຕ່ລະວັນ ເຮັດໃຫ້ມີຄວາມຕ້ອງການເຄື່ອງອຸປະໂພກ – ບໍລິໂພກ ແລະ ທຶນຮອນເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວຫຼາຍຂຶ້ນ.

    ໃນໂອກາດນີ້ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຜູ້ຢາກປະກອບສ່ວນຊ່ວຍເຫຼືອທາງດ້ານທຶນຮອນ ຫຼືວັດຖຸສິ່ງ ສາມາດເຂົ້າໄປບໍລິຈາກໄດ້ທີ່ອົງການກາແດງລາວ ຕັ້ງຢູ່ບ້ານຊຽງຍືນ ເມືອງ ຈັນທະບູລີ ນະຄອນຫຼວງ​ວຽງຈັນ​ ໃນໂມງລັດຖະການ.​

# ຂ່າວ – ພາບ : ລັດເວລາ

error: Content is protected !!