ຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມອາຊຽນ+3 ແລະ ກອງປະຊຸມກຸ່ມລັດຖະສະພາພາກພື້ນອາຊີ-ປາຊິຟິກ

    ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ແລະ ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ພ້ອມດ້ວຍພະນັກງານ ແລະ ວິຊາການກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 143 ຄື: ກອງປະຊຸມອາຊຽນ+3 ແລະ ກອງປະຊຸມກຸ່ມລັດຖະສະພາພາກພື້ນອາຊີ-ປາຊິຟິກ ໃນຮູບແບບທາງໄກ ວັນທີ 23 ພະຈິກ 2021 ຢູ່ສະພາແຫ່ງຊາດ ໂດຍ 2 ກອງປະຊຸມດັ່ງກ່າວ ເປັນກົນໄກໜຶ່ງທີ່ນອນໃນຂອບຂອງກອງປະຊຸມໃຫຍ່ IPU.

    ກອງປະຊຸມອາຊຽນ+3 ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສ​ພ​ຊ ແຫ່ງ ສສ ຫວຽດນາມ ​ເຊິ່ງມີຄະນະຜູ້ແທນເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ 7 ປະເທດ ແລະ ສປ ຈີນ ຍີປຸ່ນ ສ ເກົາຫຼີ ລວມ 10 ປະເທດ ໃນນີ້ ກອງປະຊຸມໄດ້ຮັບຮອງເອົາບົດບັນທຶກກອງປະຊຸມອາຊຽນ+3 ທີ່ຈັດຂຶ້ນວັນທີ 20 ເມສາ 2021 ໃນຮູບແບບທາງໄກ ແລະ ພິຈາລະນາຮັບຮອງເອົາຜູ້ສະໝັກເຂົ້າຮັບຕຳແໜ່ງຫວ່າງໃນກຳມາທິການຕ່າງໆຂອງ IPU ຄັ້ງທີ 143 ໂດຍໄດ້ຕົກລົງເຫັນດີສະເໜີສະມາຊິກລັດຖະສະພາຈາກ​ລາຊະອານາ ຈັກໄທ ແລະ ອິນໂດເນເຊຍ ຕາງໜ້າໃຫ້ກຸ່ມອາຊຽນ+3 ເພື່ອສະເໜີຕໍ່ກອງປະຊຸມໃຫຍ່ IPU ຄັ້ງທີ 143 ທີ່ຈະຈັດຂຶ້ນວັນທີ 26-30 ພະຈິກ 2021 ຢູ່ ມາດຣິດ ປະເທດແອັດສະປາຍ ເປັນຜູ້ພິຈາລະນາຮັບຮອງເອົາ ພ້ອມນີ້ ກອງປະຊຸມຍັງໄດ້ຕົກລົງເຫັນດີໃຫ້ລັດຖະສະພາແຫ່ງລາຊະອານາຈັກກຳປູເຈຍ ເປັນເຈົ້າພາບຈັດກອງປະຊຸມອາຊຽນ+3 ຄັ້ງຕໍ່ໄປ.

    ວັນດຽວກັນນີ້ ຄະນະຜູ້ແທນສ​ະພາແຫ່ງຊາດລາວ ຍັງໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມກຸ່ມລັດຖະສະພາພາກພື້ນອາຊີ-ປາຊີຟິກ ພາຍໃຕ້ການເປັນປະທານຂອງ ສ ເກົາຫຼີ ໂດຍກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດບັນທຶກຂອງກອງປະຊຸມກຸ່ມພາກພື້ນອາຊີ-ປາຊີຟິກ ຄັ້ງຜ່ານມາ ທີ່ຈັດຂຶ້ນວັນທີ 7 ພຶດສະພາ 2021 ຮັບຟັງບົດລາຍງານຂອງຄະນະບໍລິຫານງານ IPU ບົດລາຍງານຂອງກອງປະຊຸມອາຊຽນ+3 ການສະເໜີຕໍາແໜ່ງງານທີ່ຫວ່າງ ເພື່ອຈະບັນຈຸເຂົ້າໃນກອງປະຊຸມໃຫຍ່ IPU ຄັ້ງທີ 143 ພ້ອມທັງການພິຈາລະນາບັນຫາຮີບດ່ວນ ແລະ ຄະນະກຳມະການຮ່າງເນື້ອໃນຕ່າງໆເຂົ້າໃນວາລະກອງປະຊຸມດັ່ງກ່າວ ຕື່ມອີກ.

# ຂ່າວ – ພາບ : ສະບາໄພ

error: Content is protected !!