ປຶກສາຫາລືວຽກງານບໍລິການຜ່ານປະຕູດຽວຂັ້ນກະຊວງໃນ ສປປ ລາວ

    ກະຊວງພາຍໃ ນຮ່ວມກັບອົງການສະຫະປະຊາຊາດເພື່ອເສດຖະກິດ ແລະ ສັງຄົມ (UN DESA) ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ຫ້ອງການຜູ້ປະສານງານແຫ່ງສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຜັນຂະຫຍາຍວຽກງານບໍລິການຜ່ານປະຕູດຽວຂັ້ນກະຊວງ ໃນວັນທີ 23 ພະຈິກ 2021 (ກອງປະຊຸມທງໄກ) ເປັນປະທານຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ທ່ານ ນາງ ຊາຣາ ເສກເກນສ໌ ຜູ້ປະສານງານແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ ທ່ານ ຈູຫວັງ ຊູ ຫົວໜ້າພະແນກໜ່ວຍງານລັດ ແລະ ລັດຖະບານດິຈິຕອລ (DPIDG) ແລະ ທ່ານ ລີວ ເຊນມິນ ຕາງໜ້າເລຂາທິການໃຫຍ່ເພື່ອເສດຖະກິດ ແລະ ສັງຄົມແຫ່ງອົງການສະຫະປະຊາຊາດ ມີບັນດາຮອງລັດຖະມົນຕີ ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ທອງຈັນ ມະນີໄຊ ກ່າວບາງຕອນວ່າ: ເພື່ອຮັບປະກັນການສະໜອງການບໍລິການລັດທີ່ມີປະສິດທິພາບ ແລະ ເຊື່ອຖືໄດ້ໃຫ້ແກ່ປະຊາຊົນ ແມ່ນສິ່ງທີ່ພວກເຮົາໃນຖານະລັດຖະບານຄວນປະຕິບັດ ແລະ ຈຳເປັນຕ້ອງໄດ້ປະຕິບັດ ເຊິ່ງບັນດາກະຊວງທີ່ກ່ຽວຂ້ອງຕ້ອງໄດ້ເຮັດວຽກຮ່ວມກັນຢ່າງແຂງແຮງ ການຈັດກອງປະຊຸມຄັ້ງນີ້ ຖືວ່າເປັນບາດກ້າວອັນຖືກຕ້ອງໃນການກ້າວໄປສູ່ການເປັນເຈົ້າການຮ່ວມກັນ ເພື່ອເຮັດໃຫ້ວຽກງານບໍລິການຜ່ານປະຕູດຽວໃນຂອບເຂດທົ່ວປະເທດ ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດ.

    ນອກຈາກນີ້ ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວິທີການຕ່າງໆເພື່ອສ້າງກົນໄກການປະສານງານໃຫ້ຄວາມເຂັ້ມແຂງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການອຳນວຍຄວາມສະດວກໃຫ້ແກ່ການພັດທະນາວຽກງານບໍລິການຜ່ານປະຕູດຽວ ກຳນົດຄ່າເອກະສານ ແລະ ຄ່າບໍລິການຕ່າງໆຢູ່ສູນບໍລິການຜ່ານປະຕູດຽວທຸກແຫ່ງ ການນໍາໃຊ້ເຕັກໂນໂລຊີດິຈິຕອລ ແລະ ການຄຸ້ມຄອງຂໍ້ມູນສໍາລັບສູນບໍລິການຜ່ານປະຕູດ່ຽວ ປູກຈິດສຳນຶກກ່ຽວກັບສູນບໍລິການຜ່ານປະຕູດຽວໃຫ້ແກ່ປະຊາຊົນ ເຊິ່ງຜົນຂອງກອງປະຊຸມ ຈະໄດ້ນຳສະເໜີຕໍ່ຫາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!