ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງປະຈໍາວັນວັນທີ 23 ພະຈິກ ປີ 2021 ໃຫ້ຮູ້ວ່າ ປັດຈຸບັນ ເຫັນວ່າອັດຕາການເສຍຊີວິດຂອງຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຕິດຕໍ່ຫຼາຍວັນ ເຊິ່ງວັນນີ້ມີຜູ້ເສຍຊີວິດໃໝ່ 4 ຄົນຄື:
- ຜູ້ທີ 1 ເພດຍິງ ອາຍຸ 72 ປີ ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ພະຍາດຜ່ານມາ ເບົາຫວານ ຄວາມດັນ ໄຂ່ຫຼັງ ກິນຢາປະຈຳ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19 ວັນທີ 19 ພະຈິກ ຄົນເຈັບມີໄອ ໄຂ້ ຂີ້ມູກຍ້ອຍ ວັນທີ 21 ພະຈິກ ມີອາການໜັກຂື້ນ ໄອ ອິດເມື່ອຍ ຫາຍໃຈຝືດ ກະວົນກະວາຍ ບໍ່ໄດ້ສະຕິ O2 ຕໍ່າລົງ ແລະ ມາຮອດສຸກເສີນໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ແລະ ຜົນກວດພົບເຊື້ອ ເວລາ 5:30 ໂມງຂອງວັນທີ 22 ພະຈິກ ຄົນເຈັບເອົາອາການຊີວິດ (V/S) ບໍ່ໄດ້ ເນື່ອງຈາກຄົນເຈັບໂຄມ່າ ໄດ້ແຫຍ່ທໍ່ຊ່ວຍຫາຍໃຈ ມາຮອດເວລາ 6:00 ຂອງວັນທີ 22 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
- ຜູ້ທີ 2 ເພດຊາຍ ອາຍຸ 25 ປີ ອາຊີບ ປະຊາຊົນ ບ້ານປ່າປົວະ ເມືອງນໍ້າທາ ແຂວງຫຼວງນໍ້າທາ ຜູ້ກ່ຽວເຄີຍເປັນພະຍາດເລືອດຈາງ ປ້າງກີນເລືອດ ເຄີຍຜ້າຕັດປ້າງໄດ້ 10 ປີ ມາແລ້ວ ໄດ້ໃສ່ເລືອດປະຈໍາ ແລະ ຂາດການໃສ່ເລືອດປະມານ 2 ເດືອນ ຜູ້ກ່ຽວຍັງບໍ່ໄດ້ຮັບການສັກຢາວັກຊີນ ເວລາ 9:00 ໂມງເຊົ້າຂອງວັນທີ 21 ພະຈິກ ຄົນເຈັບໄດ້ໄປປີ່ນປົວຢູ່ໂຮງໝໍທະຫານ ໄດ້ໃສ່ຢາຈໍານວນໜື່ງ ແຕ່ອາການບໍ່ດີຂື້ນ ໃນວັນດຽວກັນ ເວລາປະມານ 23:30 ນາທີ ໄດ້ໄປເຂົ້າໂຮງໝໍແຂວງດ້ວຍອາການອິດເມື່ອຍ ຈືດ-ມ້ານ ວີນຫົວ ຕາລາຍ ປັ້ນທອ້ງ ຮາກ ຕັບໃຫຍ່ ຫາຍໃຈຍາກ ຫົວໃຈຊຸດໂຊມ ໃນເວລາ 1:00 ໂມງເຊົ້າ ຂອງວັນທີ 22 ພະຈິກ ທາງໂຮງໝໍແຂວງໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ມາຮອດເວລາ 15:00-15:20 ນາທີ ຄົນເຈັບອິດເມື່ອຍ ຄວາມດັນເລືອດຕໍ່າ ຫາຍໃຈບໍ່ອີ່ມ ແລະ ຕົນໂຕເຢັນ ມາຮອດເວລາ 17: 20 ນາທີຂອງມື້ດຽວກັນນັ້ນຄົນເຈັບໄດ້ເສຍຊີວິດ.
- ຜູ້ທີ 3 ເພດຊາຍ ອາຍຸ 70 ປີ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແຕ່ບໍ່ໄດ້ກິນຢາປົກກະຕິ ແລະ Gout ບໍ່ໄດ້ສັກຢາວັກຊີນ ມີອາການໄຂ້ມາຕະຫລອດ ໄດ້ປະມານ 1 ອາທິດ ມາຮອດວັນທີ 18 ພະຈິກ ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ແລ້ວມານອນປີ່ນປົວຢູ່ສູນຫ້ວຍຫົງ ເວລາ 17:05 ນາທີ ຂອງວັນທີ 20 ພະຈິກ 2021: ຄົນເຈັບມີອາການເມື່ອຍ ຄວາມດັນເລືອດຕໍ່າ ອົກຊີໃນເລືອດຕໍ່າ ໄດ້ຍ້າຍຄົນມາປີ່ນປົວ ຢູ່ໂຮງໝໍເສດຖາທິລາດດ້ວຍອາການຄົນເຈັບສະຕີບໍ່ດີ ອິດເມື່ອຍ ອົກຊີໃນເລືອດຕໍ່າ ມາຮອດເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ ບົ່ງມະຕິການເສຍຊີວິດ ຊຸດໂຊມທາງລະບົບຫາຍໃຈ
ຜູ້ທີ 4 ເພດຊາຍ ອາຍຸ 76 ປີ ບ້ານໂຄກຊາຍ ເມືອງຫາດຊາຍຟອງ ນວ ພະຍາດປະຈໍາຕົວ ຮູດຫຶດ ໄດ້ສັກຢາວັກຊີນຄົບ J&J ວັນທີ 22 ພະຈິກ 2021 ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ເວລາ 05:00 ໂມງເຊົ້າ ຂອງວັນທີ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ