ພິທີມອບ-ຮັບອຸປະກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອລ້າຈາກກອງທັບປົດປ່ອຍປະຊາຊົນຈີນ ໃຫ້ແກ່ກອງທັບປະຊາຊົນລາວ ວັນທີ 23 ພະຈິກ 2021 ທີ່ສະໜາມບິນສາກົນວັດໄຕ ກ່າວມອບໂດຍທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ແລະ ກ່າວຮັບໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ໄດ້ຕາງໜ້າເຊັນມອບຢ່າງເປັນທາງການໂດຍທ່ານ ພັນເອກ ພິເສດ ລີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາລາວ ໂດຍຕາງໜ້າເຊັນຮັບຂອງທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ທີ່ມອບໃຫ້ກອງທັບປະຊາຊົນລາວຄັ້ງນີ້ ມີທັງໝົດ 14 ລາຍການຄື: ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 403.200 ຊຸດ ຊຸດເກັບກວດເອົາຕົວຢ່າງ 30.000 ຊຸດ ກັບໃສ່ຕົວຢ່າງ 30.000 ກັບ ເຄື່ອງແຍກດີເອັນເອ 5 ຊຸດ ເຄື່ອງກວດ PCR 5 ຊຸດ ນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 30.000 ຊຸດ ເຄື່ອງຊ່ວຍຫາຍໃຈ 15 ເຄື່ອງ ເຄື່ອງດູດຂີ້ກະເທິ 15 ເຄື່ອງ ເຄື່ອງຕິດຕາມຄົນເຈັບໜັກ 10 ເຄື່ອງ ເຄື່ອງແທກຄື້ນໄຟຟ້າຫົວໃຈ 10 ເຄື່ອງ ເຄື່ອງວັດແທກອົກຊີປາຍມື 20 ເຄື່ອງ ຕູ້ເກັບວັກຊິນຂະໜາດ 650 ລິດ 5 ຕູ້ ຂະໜາດ 390 ລິດ 10 ຕູ້ ແລະ ຕູ້ເກັບວັກຊິນຂະໜາດ 65 ລິດ 30 ຕູ້.
# ຂ່າວ – ພາບ : ຂັນທະວີ