ຫວຽດນາມ ສຸມ​ໃສ່​ບັນດາ​ກິດຈະກຳຟື້ນ​ຟູ-ພັດທະນາ​ເສດຖະກິດ-ສັງຄົມ

    ຕາມ​ຂໍ້​ມູນ​ຈາກ Vietnam News Agency ໃນ​ວັນ​ທີ 5 ພຶດສະພາ ເຫັນ​ວ່າ ທ່ານ ຫງວ​​ຽນ ຊວນ ຟຸກ (Nguyen Xuan Phuc) ນາຍົກລັດຖະມົນຕີ​ແຫ່ງ ​ສສ ຫວຽດນາມ ກ່າວ​ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ​ຫວຽດ ນາມ ທີ່​ຈັດ​ຂຶ້ນ​ໃນ​ນະຄອນຫຼວງ​ຮ່າ​ໂນຍ ໃນ​ວັນ​ທີ 5 ພຶດ​ສະ ພາ ວ່າ: ການ​ສຸມ​ໃສ່​ບັນດາ​ກິດຈະກຳ​ໃນ​ການ​ຟື້ນ​ຟູ ແລະ ການ​ພັດທະນາ​ເສດຖະກິດ-ສັງຄົມ ຫຼັງ​ຈາກ​ມີ​ການ​ລະບາດ​ຂອງ COVID-19 ເປັນ​ບັນຫາ​ທີ່​ສຳຄັນ​ຂອງ​ປະເທດ​ຊາດ ກໍ​ຄື ປະຊາຊົນ​ຫວຽດນາມ.

    ທ່ານ​ໄດ້​ເນັ້ນ​ເຖິງ​ສະພາບ​ເສດຖະກິດ​ໂລກ​ທີ່​ຕິດ​ລົບ​ນັບ​ແຕ່​ເດືອນ​ມັງກອນ-ເມສາ 2020 ເຊິ່ງ​ເປັນ​ໄລຍະ​ຂອງ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ເຊິ່ງ​ໃນ​ໄລຍະ​ດັ່ງກ່າວ ລັດຖະບານ​ຫວຽດນາມ ໃຫ້​ຄວາມ​ສຳຄັນ​ໃນ​ການ​ປະຕິບັດ​ງານ​ສອງ​ດ້ານ ກໍ​ຄື ເອົາໃຈໃສ່​ຕໍ່​ສຸຂະພາບ​ຂອງ​ໄປ​ຊາ​ຊົນ ໄປ​ພ້ອມ​ກັນ​ການ​ພັດທະນາ​ດ້ານ​ເສດຖະກິດ ເຊິ່ງ​ລັດຖະບານ​ໄດ້​ອອກ​ຄຳ​ສັ່ງ​ຫຼາຍ​ສະບັບ​ໃນ​ການ​ແກ້​ໄຂ​ບັນຫາ​ໃຫ້​ກັບ​ຜູ້​ປະກອບ​ການ ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ກ່ຽວ​ກັບ​ນະໂຍບາຍ​ທາງ​ດ້ານ​ສະຫວັດດີ​ການ ລະບຽບ​ການ​ທາງ​ດ້ານ​ສັງຄົມ ແລະ ຄວາມ​ປອດ​ໄພ ດ້ວຍ​ສາເຫດ​ດັ່ງກ່າວ ເຮັດ​ໃຫ້​ເສດຖະກິດ​ມີ​ການ​ຂະຫຍາຍ ຕົວ​ປີ​ຕໍ່​ປີ​ຢູ່​ໃນ​ລະດັບ 3,82%.

    ທ່ານ ຫງວ​​ຽນ ຊວນ ຟຸກ ກ່າວ​ຕື່ມ​ວ່າ: ກອງ​ທຶນ​ການ​ເງິນ​ສາກົນ ຫຼື IMF ໄດ້​ປະ​ເມີນ​ເສດຖະກິດ​ຂອງ​ວຽກ​ນາມ​ຈະ​ເຕີບ​ໃຫຍ່​ຂະ​​ຫ​ຍາຍ​ຕົວ​ກວ່າ​ບັນດາ​ປະເທດ​ໃນ​ພາກ​ພື້ນ​ອາ​ຊຽນ​ໃນ​ປີ​ນີ້ ຄາດ​ວ່າ​ຈະ​ຢູ່​ໃນ​ລະດັບ 2,7% ຢ່າງໃດ​ກໍ​ຕາມ​ພວກ​ເຮົາ​ຍັງ​ໄດ້​ຕັ້ງ​ເປົ້າ​ໝາຍ​ການ​ເຕີບ​ໃຫຍ່​ໃນ​ລະດັບ​ສູງ ເນື່ອງ​ຈາ​ກວ່າ​ພາກ​ທຸລະ​ກິດ​ໄດ້​ກັບ​ຄືນ​ມາ​ດຳເນີນ​ກິດ​ຈະ ການ ໄປ​ພ້ອມໆ​ກັບ​ການ​ປະຕິບັດ​ມາດ​ຕະການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ.

     ພ້ອມ​ນັ້ນ​ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ລັດຖະບານ ເຮັດ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ເພາະ​ມັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ຫຼຸດ​ລົງ​ຕ່ຳ​ກວ່າ 4% ໃນ​ຂະ ນະ​ທີ່​ການ​ພັດທະນາ​ທຸລະ​ກິດ ແລະ ການ​ສົ່ງເສີມ​ການ​ກໍ່ສ້າງ​ດ້ານ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະແມ່ນ​ບັນດາ​ໂຄງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ຄົມມະນາຄົມ​ຂົນສົ່ງ ຕ້ອງ​ໄດ້​ມີ​ການ​ປັບ​ປ່ຽນ​ຈາກ​ການ​ຖື​ຫຸ້ນ​ລະຫວ່າງ​ພາກ​ລັດ ແລະ ທຸລະ​ກິດ ມາ​ເປັນ​ການ​ລົງທຶນ​ຂອງ​ລັດ.

error: Content is protected !!