ອົງການກາແດງລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດ

   ວັນທີ 21 ພະຈິກ 2021 ທ່ານ ຮສ ດຮ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເຮັດວຽກທີ່ແຂວງ ໄຊຍະບູລີ  ເພື່ອຕິດຕາມການເຄື່ອນໄຫວວຽກງານ ແລະ ຊຸກຍູ້ວຽກງານຕ່າງໆທີ່ກຳລັງຈັດຕັ້ງປະຕິບັດ ເພື່ອໃຫ້ການຊ່ວຍປະຊາຊົນຜູ້ທຸກຍາກພາຍໃນແຂວງ ລວມທັງການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຈາກນັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນເດືອນມິຖຸນາ 2021 ຜ່ານມາ ຢູ່ໃນ 4 ເມືອງຂອງແຂວງໄຊຍະບູລີ ໄດ້ແກ່: ເມືອງ ໄຊຍະບູລີ ເມືອງເງິນ ເມືອງໄຊສະຖານ ແລະ  ເມືອງຊຽງຮ່ອນ  ຈຳນວນ 40 ບ້ານ  ເປົ້າໝາຍ 2.094 ຄົນ ຍິງ 10.091 ຄົນ.

    ການຊ່ວຍເຫຼືອຄັ້ງນີ້ ໄດ້ຮັບການຮ່ວມມືລະຫວ່າງອົງການກາແດງລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການອາຫານໂລກ ເຊິ່ງຈະໄດ້ເລີ່ມຈັດຕັ້ງແຕ່ວັນທີ 22 ພະຈິກ ຫາ 4 ທັນວາ 2021 ໃຫ້ສຳເລັດພາຍໃນແຂວງໄຊຍະບູລີ ຫຼັງຈາກນັ້ນ ຈະໄດ້ສືບຕໍ່ມອບໃຫ້ແກ່ແຂວງສະຫວັນນະເຂດ ໃນໄລຍະຕໍ່ໄປໃຫ້ສຳເລັດໃນທ້າຍເດືອນທັນວາ 2021 ນີ້ ເຄື່ອງທີ່ນຳມາມອບໃຫ້ປະຊາຊົນໃນຄັ້ງນີ້ ປະກອບມີ: ເຂົ້າສານຈຳນວນ 266,20 ໂຕນ ແລະ  ນ້ຳມັນພືດ 20,39 ໂຕນ ລວມມູນຄ່າ: 305.304,97 ໂດລາສະຫະລັດ ປະມານ 3 ຕື້ກວ່າກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການອາຫານໂລກ ຕາງໜ້າມອບໂດຍທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ກ່າວຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແຂວງໄຊຍະບູລີ ແລະ ບັນດາພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ຫົວໜ້າຄະນະສະເພາະກິດໄພພິພັດຂັ້ນແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານອົງການກາແດງລາວ ທີ່ໄດ້ປະກອບສ່ວນຍາດແຍ່ງເອົາທຶນຮອນ ການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ເພື່ອໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວແຂວງ ໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນຄັ້ງນີ້ ເຄື່ອງຈຳນວນດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ເຖິງມືປະຊາຊົນຢ່າງແນ່ນອນ ຕາມເງື່ອນໄຂຫຼັກການ ພ້ອມທັງຮັບປະກັນການແຈກຢາຍໃຫ້ວ່ອງໄວ ທັນເຫດການ ພ້ອມສະເໜີມາຍັງທ່ານປະທານອົງການກາແດງລາວ ໃນການຊອກຫາແຫຼ່ງທຶນມາຊ່ວຍໃນວຽກງານຕ້ານພະຍາດໂຄວິດ-19.

# ຂ່າວ & ພາບ :  ບຸນມີ

error: Content is protected !!