ບໍ່ແກ້ວ ເກັບລາຍຮັບເຂົ້າງົບປະມານໄດ້ 262 ຕື້ກີບ

     ທ່ານ  ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງພະແນກການເງິນແຂວງບໍ່ແກ້ວ ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕິດພັນກັບ 2 ວາລະແຫ່ງຊາດ ວັນທີ 22 ພະຈິກ 2021 ຖືກຕ້ອນຮັບໂດຍທ່ານ ສົມຫວັງ ລໍຫວັນໄຊ ຫົວໜ້າພະແນກການເງິນແຂວງບໍ່ແກ້ວ ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ  ພະນັກງານ-ວິຊາການພະແນກການເງິນແຂວງບໍ່ແກ້ວເຂົ້າຮ່ວມ.

   ທ່ານ ສົມຫວັງ ລໍຫວັນໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານ 10 ເດືອນຜ່ານມາ ແຜນຄາດຄະເນ 2 ເດືອນທ້າຍປີ 2021 ຂອງພະແນກການເງິນໂດຍຫຍໍ້ ໃຫ້ທ່ານຮອງລັດຖະມົນຕີກະຊວງການເງິນຊາບ ຍົກໃຫ້ເຫັນດ້ານດີ ຜົນງານການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນເອົາໃຈໃສ່ປະຕິບັດໃນຕໍ່ໜ້າ ສະເພາະໃນ 10 ເດືອນຜ່ານມາ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປະຕິບັດໄດ້ 262 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 64% ຂອງແຜນການດັດແກ້ງວດ 4 ໃນນີ້ ລາຍຮັບພູດສູນກາງ ປະຕິບັດໄດ້ 165 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 61,30% ຂອງແຜນການປີ ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 96,8 ຕື້ກວ່າກີບ ທຽບໃສ່ແຜນການ ປະຕິບັດໄດ້ 69,21% ຂອງແຜນການດັດແກ້ງວດ4 ຮັບດຸ່ນດຽງຈາກສູນກາງໃນປີ 2021 ມີ 143 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 95,42% ຂອງແຜນການປີ  ຄາດຄະເນລາຍຮັບ-ລາຍຈ່າຍງົບປະມານ 2 ເດືອນທ້າຍປີ ໃຫ້ໄດ້ 52,38 ຕື້ກີບ ໃນນັ້ນ ລາຍຮັບພູດສູນກາງໃຫ້ໄດ້ 32 ຕື້ກີບ ລາຍຮັບຂອງແຂວງໃຫ້ໄດ້ 20 ຕື້ກີບ ໃນນີ້ ລາຍຮັບສ່ວຍສາອາກອນໃຫ້ໄດ້ 19,55 ຕື້ກີບ ແລະ ລາຍຮັບຄຸ້ມຄອງຊັບສິນຂອງລັດໃຫ້ໄດ້ 814 ລ້ານກີບ.

    ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກ ສະບັບເລກທີ 20/ນຍ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ແລະ ການຈັດຕັ້ງປະຕິບັດຄໍາແນະນໍາຂອງກະຊວງການເງິນ ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ວັນທີ 18 ຕຸລາ-19 ພະຈິກ 2021 ສາມາດຂື້ນບັນຊີພາຫະນະໄດ້ທັງໝົດ 396 ຄັນ ໃນນັ້ນ ລົດຈັກ 37 ຄັນ ລົດເກງ 23 ຄັນ ລົດກະບະ 298 ຄັນ ລົດຈິບ 36 ຄັນ ແລະ ລົດຕູ້ 2 ຄັນ ປັດຈຸບັນ ໄດ້ແກ້ໄຂແຕ່ວັນທີ 15-19 ພະຈິກຜ່ານມາ 36 ຄັນ ສາມາດສ້າງລາຍຮັບມອບເຂົ້າງົບປະມານຂອງລັດ 1,2 ຕື້ກວ່າກີບ ປັດຈຸບັນ ແຂວງບໍ່ແກ້ວໄດ້ແຕ່ງຕັ້ງຄະນະຮັບຜິດຊອບດຳເນີນການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມໃນການແກ້ໄຂລົດຈຳນວນດັ່ງກ່າວຢ່າງຖືກຕ້ອງ.

    ໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນຮຽກຮ້ອງໃຫ້ແຕ່ລະຂະແໜງການຈົ່ງສືບຕໍ່ປະຕິບັດການຈັດເກັບລາຍຮັບຕາມຕົວເລກຂອງຫົວໜ່ວຍທຸລະກິດໃຫ້ບັນລຸຕາມຄາດໝາຍ. ເອົາໃຈໃສ່ເຂັ້ມງວດ ເດັດຂາດຢູ່ບັນດາດ່ານ ຕິດຕາມການເດີນເຮືອເຂົ້າ-ອອກຕາມລໍາແມ່ນໍ້າຂອງ ແລະ ພາຫະນະຂົນສົ່ງສິນຄ້າ ຫຼັງແຈ້ງໃຫ້ຄົບຖ້ວນ ແກ້ໄຂບັນຫາພາຫະນະທຸກປະເພດທີ່ນຳເຂົ້າບໍ່ຖືກຕ້ອງ ໃຫ້ເຂົາສູ່ລະບຽບການ ເອົາໃຈໃສ່ບໍລິການໃຫ້ມີຄວາມວ່ອງໄວ ສອດຄ່ອງຕາມລະບຽບການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນຕາມແຜນ ສຸມໃສ່ບັນດາໜ້າວຽກທີ່ຍັງຄົງຄ້າງ ສືບຕໍ່ແກ້ໄຂປາກົດຫຍໍ້ທໍ້ທາງດ້ານເສດຖະກິດການເງິນ ໂດຍສະເພາະ ອັດຕາເງິນເຟີ້ທີ່ເປັນບັນຫາສຳຄັນທີ່ຕ້ອງແກ້ໄຂຢ່າງຮີບດ່ວນ ເພື່ອແນໃສ່ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນນັບມື້ດີຂຶ້ນ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!