ຄບຕ ນໍາໃຊ້ລົດຈົກລວງຄອງລະບາຍນໍ້າເຂດບ້ານໂພນປ່າເປົ້າ

    ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ນຳໂດຍ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການດັ່ງກ່າວ ໄດ້ສ້າງຂະບວນການເຮັດອະນາໄມລວງຄອງເໝືອງ ວັນທີ 22 ພະຈິກ 2021 ຢູ່ເຂດບ້ານໂພນປ່າເປົ້າ ເມືອງສີສັດຕະນາດ ເຊິ່ງເປັນຄອງລະບາຍນ້ຳທີ່ຮັບນໍ້າຈາກເຂດບ້ານບ້ານໂພນທັນ ບ້ານໂພນປ່າເປົ້າ ແລະ ເຂດບໍລິເວນໂຮງໝໍ 103 ແລ້ວໄຫຼລົງສູ່ບຶງທາດຫຼວງ ມີຄວາມຍາວທັງໝົດ 1.000 ກວ່າແມັດ ເຊິ່ງການອະນາໄມ ໄດ້ໃຊ້ລົດຈົກເພື່ອທຳຄວາມສະອາດ ຈົກເອົາຂີ້ເຫຍື້ອ ສິ່ງເສດເຫຼືອ ຜັກຕົບ ແລະ ອື່ນໆທີ່ອັດຕັນທາງນ້ຳໄຫຼອອກ ເພື່ອລະບາຍນ້ຳຄອງໃຫ້ໄຫຼໄດ້ຢ່າງສະດວກສະບາຍ ພ້ອມນີ້ ຍັງຈະສືບຕໍ່ເຮັດອະນາໄມຕາມຄອງຕ່າງໆຕື່ມອີກ ເພື່ອສ້າງຄວາມສະອາດສວຍງາມ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ.

    ທ່ານ ບຸນຈັນ ແກ້ວສີທຳມະ ໃຫ້ສໍາພາດວ່າ: ຜ່ານການເຮັດອະນາໄມມາແຕ່ລະຄັ້ງ ເຫັນວ່າແມ່ນມີຂີ້ເຫຍື້ອເປັນຈຳນວນຫຼາຍ ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ກີດຂວາງອັດຕັນທາງນ້ຳ ເຮັດໃຫ້ນ້ຳໄຫຼບໍ່ສະດວກ ດັ່ງນັ້ນ ຈຶ່ງຢາກຂໍຮຽກຮ້ອງປະຊາຊົນຜູ້ທີ່ອາໄສຢູ່ໃກ້ຄຽງບໍລິເວນຄອງລະບາຍນ້ຳ ຈົ່ງຊ່ວຍກັນຮັກສາຄວາມສະອາດ ບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຮຽກຮ້ອງໃຫ້ທົ່ວສັງຄົມຮ່ວມກັນເປັນເຈົ້າການໃນການຮັກສາຄວາມສະອາດຈົບງາມ ເພື່ອສ້າງໃຫ້ ນວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີສະພາບແວດລ້ອມທີ່ດີ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!