ອົງການປົກຄອງ ນວ ໃຫ້ທິດຊີ້ນໍາຫຼາຍວຽກສໍາຄັນ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ສະໄໝທີ II ຈັດຂຶ້ນວັນທີ 23 ພະຈິກ 2021 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອນະຄອນຫຼວງວຽງຈັນ ມີບັນດາຮອງເຈົ້າຄອງ ສະມາຊິກອົງການປົກຄອງ ເຈົ້າເມືອງ ຫົວໜ້າພະແນກການ ແລະ ຫ້ອງການທຽບເທົ່າຂັ້ນ ນວ ເຂົ້່າຮ່ວມ ເຊິ່ງໃນນີ້ ຈໍານວນໜຶ່ງໄດ້ເຂົ້າຮ່ວມແບບທາງໄກ.

    ກອງປະຊຸມອົງການປົກຄອງ ນວ ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບສະພາບພົ້ນເດັ່ນປະຈໍາເດືອນພະຈິກ ແລະ ແຜນວຽກຈຸດສຸມປະຈໍາເດືອນທັນວາ 2021 ແລະ ກ່ຽວກັບຫົວຂໍ້ທີ່ຈະນໍາເຂົ້າພິຈາລະນາ ແລະ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ II ເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາປີ 2021 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາປີ 2022 ຂອງ ນວ ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການພັດທະນາທີ່ມີຄວາມຊັກຊ້າແກ່ຍາວຢູ່ ນວ ຄື: ໂຄງການພັດທະນາທີ່ດິນໜອງແປນ ໂຄງການໜອງບົວໃໝ່ ໂຄງການກໍ່ສ້າງເສັ້ນທາງຕັດໃໝ່ ແຕ່ບ້ານດອນນົກຂຸ້ມ-ດອນກອຍ-ບ້ານຊຽງດາ ດົງໂພສີ ເຊື່ອມຕໍ່ໃສ່ເສັ້ນທາງ 450 ປີ ແລະ ການພັດທະນາໂຄງການເຂື່ອນໄຟຟ້າອະເນກປະສົງ 5 ເມກາວັດຢູ່ນໍ້າສັງ ບ້ານວັງມ້າ ເມືອງສັງທອງ ໂຄງການຂະຫຍາຍນໍ້າປະປາຈີ່ນ່ຍໂມ້ ແລະ ລະບົບທໍ່ຂອງ ນວ ການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຄື: ໂຄງການພັດທະນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ ໂຄງການທາງດ່ວນວຽງຈັນໝາຍເລກ 1 ແລະ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ນອກນີ້ ຍັງໄດ້ຮັບຟັງການລາຍງານ ແລະ ໃກ້ທິດຊີ້ນໍາກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຮູບແບບອາຄານສໍານັກງານຫ້ອງວ່າການປົກຄອງເມືອງ ແລະ ຮູບແບບເສັ້ນທາງເຂົ້າ-ອອກຫ້ອງວ່າການປົກຄອງເມືອງໃໝ່ ຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ການສະເໜີຂໍປັບປຸງແບບ ແລະ ແຜນຜັງໂຄງການພັດທະນາສວນດອນຈັນຂອງບໍລິສັດ ອິນເຕີເວຍ ບໍລິຫານອະສັງຫາລີມະຊັບ ຈໍາກັດ ການສໍາປະທານໂຄງການພັດທະນາຕະຫຼາດເຊົ້າ ເປັນສູນການຄ້າທີ່ທັນສະໄໝຂອງບໍລິສັດ ຮົວຊີນພັດທະນາ ຈໍາກັດ ຢູ່ເມືອງຈັນທະບູລີ ນວ ແລະ ການຮັບຮອງເອົາແບບສັນຍະລັກທີ່ຈະຕັ້ງໃສ່ສວນວົງວຽນໜອງໄຮ ຫຼັກ 10.

# ຂ່າວ & ພາບ : ຂັນທະວີ

error: Content is protected !!