ຈະສະເໜີອະໄພຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີ ຈຳນວນ 2.017 ຄົນ

   ໃນປີ 2021  ຜ່ານການກວດກາ ຄົ້ນຄວ້າຢ່າງລະອຽດຖີຖ້ວນຂອງເຈົ້າໜ້າທີ່ອົງການຕຸລາການ ແລະ ຍຸຕິທຳ ລັດຖະບານມີນະໂຍບາຍສະເໜີອະໄພຍະໂທດໃຫ້ນັກໂທດຜູ້ທີ່ມີຜົນງານດີ ເພື່ອສະເໜີຕໍ່ປະທານປະເທດຕົກລົງໃຫ້ອະໄພຍະໂທດ ໃຫ້ນັກໂທດທັງໝົດຈຳນວນ 2.017 ຄົນ ຍິງ 284 ຄົນ ຄົນຕ່າງປະເທດ 27 ຄົນ ຍິງ 5 ຄົນ ໃນນີ້ ໃຫ້ອະໄພຍະໂທດດ້ວຍການຫຼຸດຜ່ອນໂທດຈຳນວນ 2.005 ຄົນ ຍິງ 281 ຄົນ ຕ່າງປະເທດ 27 ຄົນ ຍິງ 5 ຄົນ; ອະໄພຍະໂທດປ່ອຍຕົວ ຈຳນວນ 12 ຄົນ, ຍິງ 3 ຄົນ, (ບໍ່ມີຄົນຕ່າງປະເທດ).

   ໃນວັນທີ 22 ພະຈິກ 20201 ທີ່ອົງການໄອຍະການປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ໃນນາມປະທານກຳມະການອະໄພຍະໂທດລະດັບຊາດ ໄດ້ຖະແຫຼງ ແລະ ແຈ້ງການກ່ຽວກັບການກວດກາ-ຄົ້ນຄວ້າ ຂອງຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ຕໍ່ວຽກງານອະໄພຍະໂທດປະຈຳປີ 2021 ມາຍັງບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຮູ້ວ່າ: ຄະນະກໍາມະການອະໄພຍະໂທດແຕ່ສູນກາງຮອດທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມທຸກໆທ່ານ ຂົງເຂດຕຸລາການ ແລະ ຍຸຕິທໍາ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັນໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງເປັນຢ່າງດີ ໂດຍປະຕິບັດແນວທາງນະໂຍບາຍຂອງພັກ ກໍຄືລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 001/ປປທ ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ ແຕ່ລະປີລັດຖະບານກໍໄດ້ມີນະໂຍບາຍສະເໜີອະໄພຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີ ມີຄວາມກ້າວໜ້າໃນເວລາປະຕິບັດໂທດ ຖືກຕ້ອງຕາມແນວທາງນະໂຍບາຍມະນຸດສະທຳ.

    ມາຮອດປັດຈຸບັນ ປະທານປະເທດໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ).

     ວຽກງານອະໄພຍະໂທດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ສະແດງໃຫ້ເຫັນແນວທາງນະໂຍບາຍ ແລະ ນະໂຍບາຍອັນຖືກຕ້ອງເປັນທຳຂອງພັກປະຊາຊົນປະຕິວັດລາວ ຕໍ່ພົນລະເມືອງທີ່ມີການກະທຳຜິດທາງກົດໝາຍ ເພື່ອສຶກສາອົບຮົມຜູ້ທີ່ຫຼົງຜິດ ໃຫ້ກາຍເປັນພົນລະເມືອງດີຂອງຊາດ ເພື່ອໃຫ້ບຸກຄົນດັ່ງກ່າວມີໂອກາດມາຮ່ວມກັນສ້າງສາພັດທະ ນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.

error: Content is protected !!