ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຈຳນວນຫຼາຍ ແລະ ເສຍຊີວິດເພີ່ມອີກ 4 ລາຍ

    ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈໍາວັນວັນທີ 23 ພະຈິກ ປີ 2021 ໃຫ້ຮູ້ວ່າ  ວັນທີ 22 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 7.007 ຕົວຢ່າງ ກວດພົບຜູ້ຕິດເຊືື້ອໃໝ່ 1.323 ຄົນ (ຕິດເຊື້ອພາຍໃນມີ 1.325 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ).

    ສຳລັບແຂວງທີ່ມີການຕິດເຊື້ອພາຍໃນ ມີນະຄອນຫຼວງວຽງຈັນ (ນວ) 592 ຄົນ ໃນ 197 ບ້ານ ແລະ 9 ເມືອງຄື  ເມືອງຈັນທະບູລີ 77 ຄົນ ສີໂຄດຕະບອງ 89 ຄົນ ໄຊເສດຖາ 145 ຄົນ ສີສັດຕະນາກ 75 ຄົນ ນາຊາຍທອງ 19 ຄົນ ໄຊທານີ 119 ຄົນ ເມືອງຫາດຊາຍຟອງ 42 ຄົນ ປາກງື່ມ 2 ຄົນ ແລະ ເມືອງສັງທອງ 1 ຄົນ ຕ່າງແຂວງ 6 ຄົນ ແລະ ກຳລັງສືບຕໍ່ເອົາຂໍ້ມູນຈຳນວນໜຶ່ງ

  • ຫຼວງພະບາງ ມີ 199 ຄົນ ໃນ 47 ບ້ານ
  • ບໍລິຄຳໄຊ ມີ 116 ຄົນ ໃນ 41 ບ້ານ
  • ແຂວງວຽງຈັນ ມີ 108 ຄົນ ໃນ 35 ບ້ານ
  • ຜົ້ງສາລີ ມີ 55 ຄົນ ໃນ 8 ບ້ານ
  • ອຸດົມໄຊມີ 47 ຄົນ ໃນ 12 ບ້ານ
  • ຈຳປາສັກ ມີ 50 ຄົນ ໃນ 28 ບ້ານ
  • ໄຊຍະບູລີ ມີ 41 ຄົນ ໃນ 10 ບ້ານ
  • ບໍ່ແກ້ວ ມີ 39 ຄົນ ໃນ 12 ບ້ານ
  • ສະຫວັນນະເຂດ ມີ 38 ຄົນ ໃນ 19 ບ້ານ
  • ສາລະວັນ ມີ 8 ຄົນ ໃນ 7 ບ້ານ
  • ຫຼວງນ້ຳທາ ມີ 6 ຄົນ ໃນ 4 ບ້ານ
  • ຄຳມ່ວນ ມີ 6 ຄົນ ໃນ 5 ບ້ານ
  • ອັດຕະປື 4 ຄົນ ໃນ 4 ບ້ານ
  • ຫົວພັນ ມີ 4 ຄົນ ໃນ 4 ບ້ານ
  • ເຊກອງ ມີ 4 ຄົນໃນ 3 ບ້ານ
  • ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ 5 ຄົນ ຈາກສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 4 ຄົນ.

    ມາຮອດວັນທີ 23 ທົ່ວປະເທດຜູ້ຕິດເຊື້ອໂຄວິດ-19 ສະສົມ 64.482 ຄົນ ເສຍຊີວິດສະສົມ 137 ຄົນ (ໃໝ່ 4) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ ກໍາລັງປິ່ນປົວ 11.239 ຄົນ ແຕ່ລະວັນຍັງມີຜູ້ເດີທາງເຂົ້ນມາ ສປປ ລາວຈຳນວນຫຼາຍ ວັນທີ 21 ມີຜູ້ເດີນທາງຜ່ານດ່ານຕ່າງໆ 1.704 ຄົນ ປັດຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4.071 ຄົນ (ສູນ 2.400 ຄົນ ແລະ ໂຮງແຮມ 1.671ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!