ແຕ່ງຕັ້ງທ່ານ ຢາຊູຢູກິ ໂອຮາລາ ໃຫ້ເປັນກົງສຸນກິດຕິມະສັກຂອງລາວຄົນໃໝ່ ປະຈໍາເມືອງ ນາໂກຢາ

    ວັນທີ 12 ພະຈິກ 2021 ຜ່ານມາ ທ່ານນາງ ຟອງສະໝຸດ ອັ່ນລາວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໄດ້ຕາງໜ້າລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ແກ່ທ່ານ ຢາຊູຢູກິ ໂອຮາລາ ເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ຄົນໃໝ່ ປະຈໍາເມືອງ ນາໂກຢາ, ແຂວງໄອຈິ ປະເທດຍີ່ປຸ່ນຢ່າງສົມກຽດ ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ໂຕກຽວ. ທ່ານ ຢາຊູຢູກິ ໂອຮາລາ ເປັນໜຶ່ງໃນນັກທຸລະກິດທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນແຂວງໄອຈິ ເຊິ່ງໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ແລະ ໄດ້ຮັບການເຫັນດີຈາກລັດຖະບານຍີ່ປຸ່ນ ໃຫ້ດໍາລົງຕໍາແໜ່ງເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈໍາເມືອງນາໂກຢາ ແຂວງໄອຈິ​ ປະເທດຍີ່ປຸ່ນ ແລະ ຮັບຜິດຊອບເຂດຈູບຸ (Chubu) ທັງໝົດ ເຊິ່ງປະກອບມີ 09 ແຂວງ ຄື: ຢາມານາຊິ, ນີກະຕະ, ໂຕຢາມະ, ກິຟຶ, ນາກາໂນະ, ຊິຊູໂອກະ, ໄອຈິ, ອິຊິກະວະ ແລະ ຟຸກຸຍ.

    ໃນພິທີດັ່ງກ່າວ ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຊົມເຊີຍຕໍ່ການຮັບໜ້າທີ່ສຳຄັນດັ່ງກ່າວຂອງທ່ານ ຢາຊູ ຢູກິ ໂອຮາລາ ພ້ອມທັງໄດ້ສະເໜີໃຫ້ທ່ານກົງສຸນກິດຕິມະສັກລາວ ເອົາໃຈໃສ່ໃນການປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດສູງ ແລະ ປະສານຢ່າງໃກ້ຊິດກັບສະຖານທູດ ເພື່ອເຄື່ອນໄຫວຕາມສິດ ຂອບເຂດໜ້າທີ່ຮັບຜິດຊອບຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດຂອງ ສປປ ລາວ ແລະ ປະຕິບັດໜ້າທີ່ໃຫ້ສອດຄ່ອງກັບລະບຽບກົດໝາຍຂອງທັງສອງປະເທດ ໂດຍສະເພາະແມ່ນການປະກອບສ່ວນເຄື່ອນໄຫວເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງລາວ -ຍີ່ປຸ່ນ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ລວມທັງການຊຸກຍູ້ສົ່ງເສີມພາກທຸລະກິດ ການຄ້າ ການ ລົງທຶນ ກໍຄືຊ່ວຍໂຄສະນາດ້ານວັດທະນະທຳຂອງລາວໃຫ້ຄົນຍີ່ປຸ່ນໄດ້ຮັບຮູ້ຢ່າງກວ້າງຂວາງກວ່າເກົ່າ.

error: Content is protected !!