ຈະພັດທະນາຮ່ອງນໍ້າຫຼັງໂຮງໝໍມະໂຫສົດໃຫ້ສວຍງາມ

    ອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ລົງວັນທີ 20 ທັນວາ 2017 ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ອີງຕາມບົດບັນທຶກກອງປະຊຸມຄັ້ງວັນທີ 8 ຕຸລາ 2021 ກ່ຽວກັບກົນໄກໃນການຈັດຕັ້ງປະຕິບັດຍົກຍ້າຍຊາວຄ້າຂາຍທີ່ຕັ້ງຕຸບຢູ່ແຄມຮ່ອງລະບາຍນໍ້າດອນຈັນເບື້ອງໃນ (ຫຼັງໂຮງໝໍມະໂຫສົດ) ອອກໃຫ້ໝົດ ເພື່ອພັດທະນາໃຫ້ມີຄວາມສະອາດຈົບງາມ ມີສິ່ງແວດລ້ອມທີ່ດີ ແລະ ໃຫ້ສົມເປັນນະຄອນຫຼວງຂອງປະເທດລາວ ແລະ ອີງຕາມການຕົກລົງເປັນເອກະພພາບຂອງກອງປະຊຸມຮ່ວມ ເປັນຄະນະປະທານລະຫວ່າງທ່ານຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ (ຄບຕ) ນະຄອນຫຼວງວຽງຈັນ ແລະ ທ່ານຮອງເຈົ້າເມືອງສີສັດຕະນາກ ຄັ້ງວັນທີ 9 ພະຈິກ 2021 ຫ້ອງການ ຄບຕ ໄດ້ແຈ້ງມາຍັງບັນດາຊາວຄ້າຂາຍທີ່ຕັ້ງຮ້ານຊາຍເຄື່ອງຢູ່ແຄມຮ່ອງລະບາຍນໍ້າດອນຈັນເບື້ອງໃນ ໃຫ້ຍົກຍ້າຍຮ້ານ ຕູບຂາຍເຄື່ອງອອກຈາກພື້ນທີ່ດັ່ງກ່າວ ເນື່ອງຈາກພາກລັດມີຈຸດປະສົງຕ້ອງການພື້ນທີ່ເພື່ອພັດທະນາໃຫ້ມີຄວາມສະອາດຈົບງາມ ເປັນລະບຽບຮຽບຮ້ອຍ ແລະ ພ້ອມທັງຈັດສັນເປັນບ່ອນຮອງຮັບບ່ອນຈອດລົດຈັກຊົ່ວຄາວໃຫ້ໂຮງໝໍມະໂຫສົດ ເຊິ່ງການກຳນົດຍົກຍ້າຍ ແລະ ຮື້ຖອນຮ້ານ ຕູບຮ້ານເຄື່ອງ ເລີ່ມປະຕິບັດວັນທີ 10-23 ພະຈິກ 2021.

   ໂອກາດທີ່ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ພ້ອມຄະນະ ສົມທົບກັບອຳນາດການປົກຄອງເມືອງສີສັດຕະນາກ ໄດ້ລົງໄປຈັດສັນມ້າງຮ້ານຂາຍເຄື່ອງຢູ່ແຄມຮ່ອງລະບາຍນໍ້າຫຼັງໂຮງໝໍມະໂຫສົດວັນທີ 20 ພະຈິກ 2021 ໃຫ້ສຳພາດວ່າ: ເພື່ອເປັນການຜັນຂະຫຍາຍມະຕິ 7 ຂອງອົງຄະນະພັກ ນວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 3 ຂອງຄະນະພັກຮາກຖານຫ້ອງການ ຄບຕ ໃຫ້ປາກົດຜົນເປັນຈິງ ໃນນັ້ນ ກໍມີຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ສ້າງຕົວເມືອງ ນວ ໃຫ້ມີຄວາມສະອາດງາມຕາ ສົມເປັນນະຄອນຫຼວງຂອງ ສປປ ລາວ ພວກເຮົາຈຶ່ງໄດ້ລົງມາຈັດສັນມ້າງຕູບ ມ້າງສະລາມຢູ່ແຄມຮ່ອງລະບາຍນໍ້າຫຼັງໂຮງໝໍມະໂຫສົດ ໃນຜ່ານມາ ສວນດອນຈັນແຄມຮ່ອງຫຼັງດອນຈັນເບື້ອງໃນ ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ປັບປຸງໃຫ້ມີຄວາມສວຍງາມ ຕໍ່ມາ ປະຊາຊົນໄດ້ມາຕັ້ງຮ້ານຂາຍເຄື່ອງຈາກນ້ອຍກໍໃຫຍ່ຂຶ້ນເລື້ອຍໆ ແລະ ກວ້າງຂວາງອອກເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະລາມບໍ່ຈົບງາມຕາ ເພື່ອເຮັດໃຫ້ຕົວເມືອງມີຄວາມສະອາດງາມຕາ ຈຶ່ງໄດ້ນຳພາຜູ້ມາຕັ້ງຮ້ານຂາຍເຄື່ອງມ້າງອອກໃຫ້ສຳເລັດພາຍໃນວັນທີ 23 ພະຈິກ 2021 ຈາກນັ້ນ ຈະໄດ້ມາຈັດສັນໃໝ່ໃຫ້ເປັນລະບຽບຮຽບຮ້ອຍ ຈົບງາມ ໂດຍຫ້ອງການ ຄບຕ ຮ່ວມກັບອົງການປົກຄອງເມືອງສີສັດຕະນາກ ອອກແບບໂຄງການພັດທະນາປັບປຸງພື້ນທີ່ສາທາລະນະໃນຕົວເມືອງ (ສວນລຽບແຄມຮ່ອງລະບາຍນໍ້າຫຼັງໂຮງໝໍມະໂຫສົດ) ຫຼັງຈາກອອກແບບແລ້ວ ຈະໄດ້ໄປຜ່ານ ນວ ເຊິ່ງຜ່ານມາ ຫ້ອງການ ຄບຕ ໄດ້ອອກແຈ້ງການລຸລ່ວງຊາວຄ້າຂາຍທີ່ມາຕັ້ງຮ້ານຂາຍເຄື່ອງໃຫ້ມ້າງອອກ ແລະ ເຂົາເຈົ້າກໍໃຫ້ການຮ່ວມມືເປັນຢ່າງດີ.

error: Content is protected !!