ກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ

     ວັນທີ 22 ພະຈິກ 2021 ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ ໃນຮູບແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງສົມເດັດ ຊຸນຕານ ຣາຈິ ຮາຊານັນ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.

    ກອງປະຊຸມໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຈີນ ຕະຫຼອດໄລຍະ 30 ປີ ຜ່ານມາ ເຊິ່ງເຫັນໄດ້ເຖິງການຂະຫຍາຍຕົວ ແລະ ກ້າວເຂົ້າສູ່ຂີດໝາຍສຳຄັນ ໂດຍສະເພາະ ການຍົກລະດັບການພົວພັນຮ່ວມມື ອາຊຽນ-ຈີນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງເປັນທາງການ ທີ່ສ່ອງແສງໃຫ້ເຫັນຄວາມໝາຍໝັ້ນທາງດ້ານການເມືອງຂອງອາຊຽນ-ຈີນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ກໍຄືການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຕະຫຼອດໄລຍະ 3 ທົດສະວັດຜ່ານມາ ອາຊຽນ ແລະ ສປ ຈີນ ໄດ້ປະສົບຜົນສໍາເລັດທີ່ພົ້ນເດັ່ນຫຼາຍ ໂດຍສະເພາະ ມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນຫຼາຍກວ່າ 80% ຖ້າທຽບໃສ່ໃນປີ 1991 ການແລກປ່ຽນວັດທະນະທຳ ແລະ ການໄປມາຫາສູ່ຂອງປະຊາຊົນ ແລະ ການຮ່ວມມືດ້ານອື່ນໆ ກໍໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ.

    ບັນດາຜູ້ນໍາອາຊຽນ ໄດ້ສະແດງຄວາມຍິນດີທີ່ ສປ ຈີນ ໄດ້ໃຫ້ຄໍາໝາຍໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອອາຊຽນ ໃນການຮ່ວມມືເພື່ອຕ້ານກັບພະຍາດໂຄວິດ-19 ສືບຕໍ່ໃຫ້ການຊ່ວຍເຫຼືອອາຊຽນ ໂດຍການປະກອບສ່ວນເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ການຮ່ວມມືດ້ານສາທາລະນະສຸກ ໂດຍສະເພາະການຄົ້ນຄວ້າຢາປິ່ນປົວ ການສ້າງບຸຄະລາກອນດ້ານສາທາລະນະສຸກແບບຄົບຊຸດ ສືບຕໍ່ການແລກປ່ຽນການຮ່ວມມືດ້ານວັດທະນະທຳ-ສັງຄົມ ພິຈາລະນາເປີດການໄປມາຫາສູ່ຂອງປະຊາຊົນ ການໃຫ້ທຶນການສຶກສາສຳລັບນັກຮຽນອາຊຽນ ໄປຮຽນຢູ່ ສປ ຈີນ ການຮ່ວມມືດ້ານຊາວໜຸ່ມ ແມ່ຍິງ ແລະ ກິລາ.

     ນອກນັ້ນ ກອງປະຊຸມຍັງໄດ້ຫາລືກ່ຽວກັບທິດທາງການຮ່ວມມືໃນອະນາຄົດ ໂດຍສະເພາະ ການຟື້ນຟູເສດຖະ ກິດພາກພື້ນ ຜ່ານການເຊື່ອມໂຍງເຊື່ອມຈອດດ້ານການຄ້າ-ການລົງທຶນ ໂດຍການສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການອາຊຽນ-ຈີນ ວ່າດ້ວຍການເຊື່ອມສານລະຫວ່າງແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແລວທາງການຄ້າທາງບົກ-ທາງທະເລສາກົນໃໝ່ຂອງຈີນ ການສົ່ງເສີມ ແລະ ພັດທະນາຂີດຄວາມສາມາດດ້ານເສດຖະກິດດີຈີຕອນ ແລະ ນະວັດຕະກຳ ເປັນຕົ້ນແມ່ນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນຂົງເຂດການຄ້າ ການເງິນ ການທະນາຄານ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ.

     ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ.

error: Content is protected !!