ແພນອອສ໌ ພູເບ້ຍມາຍນິງ ມອບອຸປະກອນການແພດ ແລະ ເງິນສົດໃຫ້ແກ່ລັດຖະບານ

    ເພື່ອເປັນການປະກອບສ່ວນໃນການຕອບໂຕ້ການລະບາດຂອງພະຍາດ COVID-19 ໃນວັນທີ 6 ພຶດສະພາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ບໍລິສັດແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ໄດ້ນຳອຸປະກອນການແພດ ແລະ ເງິນສົດມາມອບໃຫ້ແກ່ລັດຖະບາຍລາວ ເປັນກຽດມອບໂດຍທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ກ່າວຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງການເງິນ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີອຸປະກອນການແພດມູນຄ່າ 4 ຕື້ກວ່າກີບ ຫຼື 500.000 ໂດລາສະຫະລັດ ເງິນສົດ 1 ຕື້ກວ່າກີບ ຫຼື 150.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການຕອບໂຕ້ ຕ້ານ ແລະ ສະກັນກັ້ນການລະບາດຂອງ COVID-19 ໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ທີ່ມີຄວາມເປັນຫວ່ງເປັນໄຍສຸຂະພາບຂອງປະຊາຊົນບັນດາເຜົ່າ ແລະ ຈະນຳເອົາເຄື່ອງ ພ້ອມດ້ວຍເງິນຈຳນວນດັ່ງກ່າວນຳໃຊ້ເຂົ້າວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

                            # ຂ່າວ & ພາບ : ອົ່ນ ໄຟສົນທອງ

error: Content is protected !!