ຕະຫຼາດພາກເຊົ້າ 1 ທົ່ງຂັນຄຳ ຈະເປີດບໍລິການຄືນໃໝ່ໄວໆນີ້ ພ້ອມເນັ້ນມາດຕະການປ້ອງກັນໂຄວິດ-19

   ໃນວັນທີ 22 ພະຈິກ 2021 ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປັບປຸງຕະຫຼາດພາກເຊົ້າ 1 ທົ່ງຂັນຄຳ ຕັ້ງຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນເພື່ອກະກຽມເປີດບໍລິການຄືນໃໝ່ໃນວັນທີ 25 ພະຈິກ 2021 ໂດຍການຕ້ອນຮັບຂອງທ່ານນາງ ຈັນເທົາ ປະຖັມມະວົງ ເຈົ້າຂອງຕະຫຼາດພາກເຊົ້າ 1 ທົ່ງຂັນຄຳ ພ້ອມດ້ວຍຄະນະ.

    ທ່ານ ນາງ ຈັນເທົາ ປະຖັມມະວົງ ໄດ້ກ່າວວ່າ: ພາຍຫຼັງທີ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ພາຍໃນຕະຫຼາດ ກໍໄດ້ປິດຕະຫຼາດເລີ່ມມາແຕ່ວັນທີ 27 ກັນຍາເປັນຕົ້ນມາ ໃນໂອກາດທີ່ປິດຕະຫຼາດນີ້ ຈຶ່ງຖືໂອກາດປິດປັບປຸງຕະຫຼາດຕາມການຊີ້ນຳຂອງຄະນະສະເພາະກິດເມືອງ ກໍຄືເຈົ້າເມືອງຈັນທະບູລີ ໂດຍໄດ້ເລີ່ມຈາກເທພື້ນຕະຫຼາດໃໝ່ ແລະ ເຮັດໂຕະຂາຍສິນຄ້າໃໝ່ ໂດຍໄດ້ນຳຜ້າຢາງໃສມາກັ້ນລະຫວ່າງຄົນຊື້ ແລະ ຄົນຂາຍ ປັດຈຸບັນ ໃນຕະຫຼາດມີໂຕະຂາຍສິນຄ້າທັງໝົດ 216 ໜ່ວຍ ເຊິ່ງໄດ້ເປີດໃຫ້ຊາວຄ້າຂາຍມາລົງທະບຽນຂາຍຄືນໃໝ່ ມີຊາວຄ້າຂາຍມາລົງທະບຽນຈັບຈອງແລ້ວ 87 ຄົນ ຈາກນັ້ນ ກໍໄດ້ແບ່ງເຂດຂາຍຄືນໃໝ່ ໃຫ້ຢູ່ເປັນແຕ່ລະປະເພດສິນຄ້າ ເພື່ອຄວາມສະດວກ ເຊັ່ນ: ເຂດຂາຍຊີ້ນໝູ ງົວ ໄກ່ ປາ ຜັກ ເຄື່ອງແຫ້ງ ແລະ ອື່ນໆ ໄດ້ຈັດເປັນເຂດຢ່າງລະອຽດ ພ້ອມນັ້ນ ທາງຕະຫຼາດຂອງພວກເຮົາກໍໄດ້ປະຕິບັດມາດຕະການຢ່າງເຄັ່ງຄັດ ໃນການປ້ອງກັນໂຄວິດ-19 ໂດຍໄດ້ມີການແບ່ງຈຸດກວດວັດແທດອຸນຫະພູມເປັນ 2 ຈຸດຢູ່ທາງເຂົ້າ-ອອກ ເຊິ່ງໃນເມື່ອກ່ອນ ມີທາງເຂົ້າອອກຈຸດດຽວ ເພື່ອຄວາມສະດວກ ຈຶ່ງໄດ້ເປີດທາງເຂົ້າເພີ່ມຢູ່ດ້ານຫຼັງເປັນ 2 ຈຸດ ພ້ອມທັງມີການສີດນໍ້າຢາຂ້າເຊື້ອລ້າງມືໃຫ້ກັບທຸກຄົນກ່ອນເຂົ້າຕະຫຼາດ ພ້ອມທັງໄດ້ຕິດປ້າຍມາດຕະຖານປ້ອງກັນໄວ້ຕາມຈຸດ ຕ່າງໆ ແລະ ພິມເປັນເຈ້ຍຢາຍໃຫ້ກັບຊາວຄ້າຂາຍ ນອກຈາກນັ້ນ ເວລາປິດຕະຫຼາດກໍໄດ້ມີການສີດນໍ້າຢາຂ້າເຊື້ອອະນາໄມບໍລິເວນຕະຫຼາດ ເຊິ່ງຕະຫຼາດນີ້ໄດ້ເປີດໃນທຸກໆວັນເລີ່ມແຕ່ເວລາ 5 ໂມງເຊົ້າ ຫາ 12:00 ໂມງ ຂອງແຕ່ລະວັນ ພ້ອມນັ້ນ ກໍໄດ້ປັບປຸງລະບົບລະບາຍນໍ້າໃຊ້ພາຍໃນຕະຫຼາດ ແລະ ຮ່ອງລະບາຍນໍ້າ ແລະ ປັບປຸງບ່ອນທີ່ເປ່ເພຕ່າງໆ ໂດຍສະເພາະກໍແມ່ນສາຍໄຟຟ້າຕ່າງ ນັ້ນກໍເພື່ອແນໃສ່ຄວາມປອດໄພຂອງບັນດາຊາວຄ້າຂາຍ ແລະ ລູກຄ້າທີ່ມາໃຊ້ບໍລິການ ເວົ້າລວມແລ້ວ ການປັບປຸງຕະຫຼາດດຳເນີນມາໄດ້ 50 ກວ່າວັນ ນີ້ແມ່ນໄດ້ມີຄວາມຄືບໜ້າຫຼາຍກວ່າ 90% ເຊິ່ງຄາດວ່າກ່ອນຈະເປີດຕະຫຼາດໃນວັນທີ 25 ພະຈິກ 2021 ແມ່ນສຳເລັດແລ້ວທັນແນ່ນອນ ສຳລັບຊາວຄ້າຂາຍທີ່ຈະເຂົ້າມາຄ້າຂາຍ ແມ່ນຕ້ອງໄດ້ຮັບການສັກຢາຄົບ ແລະ ມີການເກັບກຳບັນຊີຊາວຄ້າຂາຍຄືນໃໝ່ ຄຽງຄູ່ກັນນັ້ນ ຈະມີການໂຄສະນາຜ່ານໂທລະໂຄ່ງ ເພື່ອໃຫ້ຊາວຄ້າຂາຍ ແລະ ຜູ້ມາບໍລິການເຂົ້າໃຈໃນມາດຕະການປ້ອງກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແນໃສ່ໃຫ້ພະຍາດດັ່ງກ່າວນັບມື້ນັບຫຼຸດລົງ.

     ທ່ານ ດວງຕາ ສຸລິວົງ ໄດ້ກ່າວວ່າ: ໃນການລົງມາຊຸກຍູ້ກວດກາເບີ່ງການປັບປຸງຕະຫຼາດພາກເຊົ້າ 1 ທົ່ງຂັນຄຳ ທີ່ທາງເມືອງຈັັນທະບູລີໄດ້ແນະນຳຕາມນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ທຸກຕະຫຼາດຢູ່ໃນເມືອງຈັນທະບູລີ ຕ້ອງໄດ້ມີການປັບປຸງໃຫ້ດີຂຶ້ນ ໂດຍສະເພາະເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢາກປ້ອງກັນພະຍາດດັ່ງກ່າວໄດ້ ແມ່ນຕ້ອງພ້ອມກັນປະຕິບັດຕາມມາດຕະການຂອງຄະນະສະເພາະກິດສູນກາງ ນະຄອນຫຼວງ ແລະ ເມືອງວາງອອກຢ່າງເຄັ່ງຄັດ ໂດຍສະເພາະ ປັບປຸງຍົກລະດັບຄວາມສະອາດຈົບງາມ ໃຫ້ຕະຫຼາດມີມາດຕະຖານປ້ອງກັນພະຍາດດັ່ງກ່າວເພີ່ມຂຶ້ນ ເໝືອນດັ່ງທີ່ຕະຫຼາດພາກເຊົ້າ 1 ທົ່ງຂັນຄຳ ໄດ້ປັບປຸງ ຜ່ານການລົງກວດກາຕິດຕາມ ເຫັນວ່າທາງຕະຫຼາດໄດ້ປັບປຸງໄດ້ຕາມມາດຕະຖານ ແລະ ເປັນລະບົບດີ .

        ຂໍເຊີນຊວນຊາວຄ້າຂາຍມາລົງທະບຽນຈັບຈ້ອງສະຖານທີ່ຂາຍສິນຄ້າ ສຳລັບຜູ້ຈະມາໃຊ້ບໍລິການ ເຂົ້າມາຊື້ສິນຄ້າ ກໍຂໍໃຫ້ໝັ້ນໃຈ ເພາະທາງຕະຫຼາດພາກເຊົ້າ 1 ທົ່ງຂັນຄໍາ ໄດ້ປັບປຸງສະຖານທີ່ຄືນໃໝ່ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະຖານໃນການປ້ອງກັນໂຄວິດ-19.

# ຂ່າວ & ພາບ:   ເພັດສະໝອນ

error: Content is protected !!