ລົງຊຸກຍູ້ວຽກງານຕ້ານໂຄວິດຢູ່ບ້ານແດງເມືອງສີໂຄດຕະບອງ

     ວັນທີ 20 ພະຈິກ 2021 ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງ ໄດ້ລົງໄປຊຸກຍູ້ວຽກງານຕ້ານການລະບາດພະຍາດໂຄວິດ-19 ບ້ານແດງບ້ານທົ່ງປົ່ງ ບ້ານຈັນສະຫວ່າງ ແລະ ບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ຖືກຕ້ອນຮັບໂດຍທ່ານ ທະວີໄຊ ເໝົາສົມພູ ເຈົ້າເມືອງສີໂຄດຕະບອງ ອຳນາດການປົກຄອງສາມບ້ານ ແລະ ທີມງານແພດຕອບໂຕ້ພະຍາດໂຄວິດທີ່ມາຈາກຫ້ອງການສາທາລະນະສຸກເມືອງສີໂຄດຕະບອງ ພະແນກສາທານະສຸກຄອນຫຼວງວຽງຈັນ ແລະ ກະຊວງສາທາລະລະນະສຸກ.

    ການລົງຊຸກຍູ້ວຽກງານໂຄວິດບ້ານແດງຄັ້ງນີ້ ຄະນະໄດ້ຮັບຟັງລາຍງານສະພາບການລະບາດ ແລະ ການປ້ອງກັນການລະບາດພະຍາດໂຄວິດຈາກອຳນາດການປົກຄອງບ້ານ ພ້ອມທັງຮັບຟັງການປະກອບຄຳຄິດເຫັນຈາກຜູ້ຮັບຊອບວຽກງານໂຄສະນາຈາກບ້ານ ແລະ ທີມງານແພດທີ່ລົງປະຕິບັດວຽກງານຢູ່ແຕ່ລະບ້ານ ເຫັນວ່າແຕ່ລະບ້ານໄດ້ເອົາໃຈໃສ່ຢ່າງຫ້າວຫັນ ໃນການປະຕິບັດໜ້າທີ່ຊ່ວຍຂັ້ນເທິງ ກໍຄືແພດໝໍໃນຍາມສຸກເສີນ ເປັນຕົ້ນ ໄດ້ເປັນຜູ້ປະສານງານລະຫວ່າງຂັ້ນລຸ່ມກັບຂັ້ນເທິງ ຖ້າມີຜູ້ຕິດເຊື້ອພະຍາດໂຄວິດ ໄດ້ແຈ້ງໃຫ້ໜ່ວຍງານກ່ຽວຂ້ອງລົງມາເອົາເພື່ອໄປປິ່ນປົວ ພ້ອມທັງກຳຈັດບໍລິເວນບໍ່ໃຫ້ຄົນໃນອອກ ຄົນນອກເຂົ້າ ເພື່ອບໍ່ໃຫ້ແຜ່ລະບາດເປັນວົງກວ້າງ ນອກນີ້ ວຽກງານປ້ອງກັນໄດ້ເຮັດໜ້າທີ່ປ້ອງກັນເວນຍາມ ພ້ອມທັງກວດກາຄົນເຂົ້າອອກ ໂຄສະນາເຜີຍແຜ່ຜ່ານໂທລະໂຄ່ງບ້ານ ແລະ ອື່ນໆ ເພື່ອໃຫ້ປະຊາຊົນມີສະຕິສູງ ພ້ອມກັນປະຕິບັດບັນດາມາດຕະການຂໍ້ຫ້າມຕ່າງໆຂອງຂັ້ນເທິງວາງອອກໃຫ້ເຂັ້ມງວດ ນອກຈາກບ້ານແລ້ວ ທີມງານແພດທີ່ລົງມາຊ່ວຍ ໄດ້ເອົາໃຈໃສ່ຊ່ວຍບ້ານໃນການລົງເກັບກຳຂໍ້ມູນຜູ້ຕິດເຊື້ອ ແລະ ກຸ່ມສ່ຽງ ພ້ອມທັງເຮັດໜ້າທີ່ໂຄສະນາເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈຕໍ່ພະຍາດໂຄວິດ ເພື່ອຈະໄດ້ພ້ອມກັນປ້ອງກັນຕົນເອງເປັນຢ່າງດີ ນອກນີ້ ຄະນະຍັງໄດ້ຮັບຟັງດ້ານຄົງຄ້າງ ສິ່ງທ້າທາຍຕ່າງໆຈາກການຈັດຕັ້ງປະຕິບັດວຽກງານຂອງອຳນາດການປົກຄອງບ້ານ ແລະ ທີມງານແພດໃນຜ່ານມາ ໂດຍສະເພາະ ບັນຫາງົບປະມານ ອຸປະກອນຮັບໃຊ້ວຽກງານ ແລະ ເຄື່ອງຂອງໄປຊ່ວຍເຫຼືອປະຊາຊົນຜູ້ທີ່ຫຍຸ້ງຍາກດ້ານການດຳລົງຊີວິດປະຈຳວັນ ຖ້າມີຄວາມເປັນໄປໄດ້ ຢາກໃຫ້ຂັ້ນເທິງຊ່ວຍ ແລະ ບັນຫາອື່ນໆ.     ພາຍຫຼັງຮັບການລາຍງານຈາກອໍານາດການປົກຄອງບ້ານ ແລະ ການປະກອບຄໍາເຫັນຈາກທີມງານແພດ ທ່ານລັດຖະມົນຕີໄດ້ມີຄຳເຫັນ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງອຳນາດການປົກຄອງບ້ານ ແລະ ທີມງານແພດລົງປະຈຳແຕ່ລະບ້ານ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຕາມການມອບໝາຍຂອງຂັ້ນເທິງເປັນຢ່າງດີ ພ້ອມກັນສຸມໃສ່ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ ພ້ອມນີ້ ທ່ານຍັງໄດ້ຊີ້ນຳໃຫ້ແຕ່ລະບ້ານສືບຕໍ່ເອົາໃຈໃສ່ວຽກງານໂຄສະນາປະຊາສຳພັນ ແລະ ຊ່ວຍເຫຼືອປະຊາຊົນ ໂດຍສະເພາະຄອບຄົວທີ່ມີຜູ້ຕິດເຊື້ອໂຄວິດ ແລະ ກຸ່ມສ່ຽງເນື່ອງຈາກປັດຈຸບັນ ຢູ່ນະຄອນຫຼວງວຽງຈັນຍັງມີຜູ້ຕິດເຊື້ອແຕ່ລະວັນເປັນຈຳນວນຫຼວງຫຼາຍ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງເຂັ້ມງວດເປັນເຈົ້າການນຳກັນ ໃນການປ້ອງກັນຕົນເອງ ແລະ ຄອບຄົວໃຫ້ດີທີ່ສຸດ.        

error: Content is protected !!